ສຸມທຸກແຫຼ່ງກຳລັງເພື່ອກູ້ເອົາຊີວິດຄົນໃນສະພາບຝົນຕົກນ້ຳຖ້ວມ
(VOVWORLD) - ໃນຕອນເຊົ້າຂອງວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຜູ້ປະຈຳການ ຫງວຽນຮວ່າບິ່ງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການໜູນຊ່ວຍໂດຍດ່ວນດ້ວຍຈຳນວນເງິນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ໃຫ້ແກ່ 04 ທ້ອງຖິ່ນດັ່ງກ່າວເພື່ອຜັນຂະຫຍາຍປະຕິບັດບັນດາໜ້າທີ່ຮີບດ່ວນແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.










