ເລື່ອງ​ລາວ​ເ​ຂດ​ບ້ານ​ນາ

ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ-ກວາງ​ນິງ: ຄວາມ​ສະ​ຫງົບ​ສຸກ​ທ່າມກາງ​ເຂດ​ມໍ​ລະ​ດົກ

[VOVWORLD] - ຈາກ​ທ່າ​ເຮືອ ຮະ​ລອງ, ເຮືອ​ກາ​ໂນ​ນ້ອຍ​ໄດ້ພາພວກ​ຂ້າ​ພະ​ເຈົ້າ​ໄປ​ຜ່ານ​ບັນ​ດາ​ສາຍ​ພູ​ຫີນ​ປູນ​ທີ່​ໂຫຍ່​ໂຕ​ຢູ່​ອ່າວ ຮະ​ລອງ- ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO) ເປັນ​ສອງ​ຄ​ັ້ງ.

ໃນ​ທ່າມ​ກາງ​ພື້ນ​ທີ່​​ອັນໂຫ່ຍ​ໂຕ​ມະ​ໂຫ​ຖານນັ້ນ, ມີ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ທີ່ບໍ່​ຄຶກ​ຄື້ນ​ແຕ່​ພັດ​ໄດ້​ເຮັດ​ໃຫ້​ຄົນ​ເຮົາ​ຕ້ອງໄປ​ຊ້າ​ລົງ. ນັ້ນ​ແມ່ນ​ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ, ສະ​ຖ​ານ​ທີ່​ສະ​ຫງົບ​ງຽບ​ທ່າມກາງ​ເຂດ​ມໍ​ລະ​ດົກ.

        ໂດຍ​ໄດ້​ຊ້ອນ​ຕົວ​ຢູ່​ທາງຫຼັງ​ບັນ​ດາ​ສາຍ​ພູ​ຫີນ​ປູນ, ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ (ນອນ​ໃນ​ບັນ​ດາ​ເຂດ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ​ ອ່າວ ຮະ​ລອງ ແຂວງ ກວາງ​ນິງ ໄດ້​ປະ​ກົດ​ຂຶ້ນ​ດ້ວຍ​ບັນ​ດາຫຼັງ​ຄາ​ເຮືອນຢູ່ເທິງໜ້າ​ນ້ຳ​ທີ່​ລຽບ​ງ່າຍ, ບັນ​ດາ​ເຮືອ​ນ້ອຍ​ໄຫຼໄປ​ຕາມ​ກະ​ແສ​ນ້ຳ.

          ບໍ່​ມີເສັ້ນ​ທາງເບ​ຕົງ, ບໍ່​ມີ​ສຽງ​ແກ​ລົດ, ມີ​ພຽງ​ແຕ່​ສຽງ​ຄື້ນ​ທະ​ເລ ແລະ ສຽງພາຍ​ເຮືອ​ທີ່​ສະ​ໝ່ຳ​ສະ​ເໝີ​ຂອງ​ຊາວ​ປະ​ມົງ​ເທົ່າ​ນັ້ນ. ຊີ​ວິດ​ຢູ່​ທີ່ນີ້​ໄດ້​ຕິດ​ພັນ​ກັບ​ທະ​ເລ ແລະ ທະ​ເລ​ໄດ້​ກາຍ​ເປັນ​ຄວາມ​ຊົງ​ຈຳ​ຂອງຫຼາຍ​ລຸ້ນ​ຄົນ. ​ທ່ານ ຫວູວັນ​ຮຸ່ງ, ຊາວ​ໝູ່​ບ້ານ ວຸງວຽງ ຫວນ​ຄືນ​ວ່າ:

ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ ໄດ້​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ປີ 1968, ໃນ​ຈຸ​ດເວ​ລານັ້ນ​ໄດ້​ເອີ້ນ​ວ່າ​ບ້ານ ກັບ​ແຢ, ຕາ​ແສງ ຮຸ່ງ​ທັງ. ປ​ຊ​ຊ ໄປ​ມາ​ດ້ວຍ​ເຮືອ ແລະ ທຽບ​ມັດໄວ້ຢູ່ນີ້, ສ້າງ​ເປັນ​ໝູ່​ບ້ານ​ຢູ່ເທິງ​ເຮືອ. ເມື່ອ​ສ້າງ​ຕັ້ງ​ໝູ່​ບ້ານ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ບັນ​ດາ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະທຳ, ສະ​ແດງ​ສິ​ລະ​ປະ​ເປັນ​ປະ​ຈຳ ເພື່ອ​ຮັກ​ສາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ ຮະ​ລອງ.

ສຳ​ລັບ​ຜູ້​ທີ່​ໄດ້​ຕິດ​ພັນ​ກັບໝູ່​ບ້ານ ວຸງວຽງ​ ເປ​ັນ​ເວ​ລາຫຼາຍ​ປີ, ຄວາມ​ງາມ​ຂອງ​ໝູ່​ບ້ານ​ຊາວ​ປະ​ມົງ​ແຫ່ງນີ້ ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຈັງ​ຫວະ​ການ​ດຳ​ລົງ​ຊີ​ວິດ​ທີ່​ລຽບ​ງ່າ​ຍ​ຂອງ​ຊາວ​ປະ​ມົງ​ອີກ​ດ້ວຍ.

ນັກ​ຖ່າຍ​ຮູບ ໂດ້​ຢາງ ຜູ້​ທີ່​ໄດ້​ຕິດ​ພັນ ແລະ ມີ​ພາບ​ຖ່າຍ​ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ ຫຼາຍ​ກວ່າ​ໝູ່​ຢູ່ ຫວຽດ​ນາມ ໄດ້​ແບ່ງ​ປັນ​ວ່າ:

ຫຼາຍ​ຄົນ​ໄດ້​ຢືນ​ຢັນ​ວ່າ ນີ້​ແມ່ນໜຶ່ງໃນບັນດາ​ໝູ່​ບ້ານ​ທີ່​ເກົ່າ​ແກ່. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຊາວ​ປະ​ມົງ​ຢູ່ນີ້​ຍັງໄດ້​ຕິດ​ພັນ​ກັນ, ​ໄດ້ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ດ້ວຍ​ອາ​ລົມ​ຈິດ, ຕິດ​ພັນ​ກັນ, ຊ່ວຍ​ເຫຼືອ​ຊື່ງ​ກັນ ແລະ ກັນ, ມີຄວາມ​ຮັກ​​ແພງກັນ. ເຂົາ​ເຈົ້າ​ໄດ້​ແບ່ງປັນ​ກັນ ນັບແຕ່​ປາ​ແຕ່​ລະ​ໂຕ ຕະຫຼອດ​ຮອດ​ຜັກ, ເຂົ້າ, ນ້ຳ… ທຸກ​ສິ່ງ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ບັນ​ດາ​ຄວາມ​ຮູ້​ສຶກ​ທີ່ພິ​ເສດ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັກ​ເຂດ​ດິນ​ແດນນີ້​ທີ່​ສຸດ.

         ໃນ​ຊຸມ​ວັນ​ນີ້, ເມື່ອ​ການ​ທ່ອງ​ທ່ຽວ​ພັດ​ທະ​ນາ, ບັນ​ດາ​ເຮືອ​ນ້ອຍບໍ່​ພຽງ​ແຕ່​ໄດ້​ຮັບ​ໃຊ້​ການ​ທຳ​ມາ​ຫາ​ກິ​ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ກາຍ​ເປັນ​ພາ​ຫະ​ນະ​ສົ່ງ​ແຂກ​ທ່ອງ​ທ່ຽວ​ໄປ​ຄົນ​ຫາ​ເຂດ​ມໍ​ລະ​ດົກ​ອີກ​ດ້ວຍ.

ເອື້ອຍ  ຫງວຽນ​ທູ​ຮ່​ວຽນ ຜູ້​ນຳ​ທ່ຽວ​ຢູ່​ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ ໃຫ້​ຮູ້​ວ່າ:

ໂດຍ​​ໄດ້​ເປັນຜູ້​ນຳ​ທ່ຽວ, ສິ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕິດ​ພັນ​ກັບ​ໝູ່​ບ້ານ ວຸງວຽງ ນັ້ນ​ແມ່ນ​ທິວ​ທັດ​ທຳ​ມະ​ຊາດ ແລະ ມະ​ນຸ​ດຢູ່​ທີ່ນີ້​​ຕິດ​ພັນປະສານ​ກັນ. ຊາວ​ປະ​ມົງ​ຢູ່​ທີ່ນີ້​ມີ​ຄວາມ​ຈິງ​ໃຈ​ທີ່​ສຸດ, ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຢາກ​ແນະ​ນຳ​ຄວາມ​ງາມ​ຂອງ​ເຂົາ​ເຈົ້າ​ກັບ​ແຂກ​ທ່ອງ​ທ່ຽວ, ຄື​ແນວນັ້ນ​ຈຶ່ງ​ຈະ​ມີ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ມາ​ແຫ່ງນີ້, ຊ່ວຍ​ໃຫ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ດີ​ກວ່າ​ອີກ.

ເອື້ອຍ ຕົງ​ທິ​ຍຸງ, ຜູ້​ພາຍ​ເຮືອ​ຢູ່​ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ, ອ່າວ ​ຮະ​ລອງ ແຂວງ ກວາງ​ນິງ ແບ່ງ​ປັນ​ວ່າ:

ຢູ່ນີ້​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມຫຼາຍ. ແຂກ​ທ່ອງ​ທ່ຽວ​ມານີ້​ຂ້າ​ພະ​ເຈົ້າ​ຈະ​ພາເຂົາ​ເຈົ້າ​ໄປ​ທ່ຽວອ້ອມ​ໝູ່ບ​້ານ. ມື້​ໜຶ່ງ 2 ຮອບ​ຄື​ແນວນັ້ນ. ໂດຍ​ເປັນ​ຊາວ​ປະ​ມົງ, ເມື່ອ​ຫັນ​ໄປ​ເຮັດ​ການ​ທ່ອງ​ທ່ຽວກໍ່​ເຫັນ​ວ່າ​ມີ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ, ເຮັດ​ວຽກ​ກໍ່​ສະ​ບາຍ​ກວ່າ.

ເຖິງວ່າ​ຊີ​ວິດ​ຈະ​ມີ​ການ​ປ່ຽນ​ແປງຫຼາຍ, ການ​ທຳ​ມາ​ຫາ​ກິນ​ນັບ​ມື້​ນັບ​ຟົດ​ຟື້ນກໍ່​ຕາມ, ແຕ່​ຢູ່​ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ ​ແຫ່ງນີ້ ຍັງ​ຮັກ​ສາ​ໄດ້​ຫວັງ​ຈະ​ການ​ດຳ​ລົງ​ຊີ​ວິດ​ສະ​ເພາະ. ບໍ່ຟ້າວບໍ່ຟັ່ງ, ຄ່ອຍເປັນຄ່ອຍໄປ, ສະ​ຫງົບ​ງຽບ ແຕ່ທົນທານ….

ບໍ​່​ມີ​ບັນ​ດາ​ກິດ​ຈະ​ກຳ​ທີ່​ໂຫຍ່​ໂຕ, ບໍ່​ມີ​ບັນ​ດາ​ການ​ບໍ​ລິ​ການ​ທີ່​ຄຶກ​ຄື້ນ ແຕ່​ໝູ່​ບ້ານ​ຊາວ​ປະ​ມົງ ວຸງວຽງ ພັດ​ໄດ້​ເກັບ​ບັນ​ດາ​ສິ່ງ​ທີ່​ລຽບ​ງ່າຍ​ໄວ້: ນັ້ນ​ແມ່ນ​ຄວາມ​ສະ​ຫງົບ​ສຸກຢູ່ທ່າມກາງ​ເຂດ​ມໍ​ລະ​ດົກ./.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.