ແຂວງອຸດອນທານີ ຂອງໄທ ຊຸກຍູ້ການທ່ອງທ່ຽວ
(VOVWORLD) - ໂດຍຕັ້ງຢູ່ຫ່າງຈາກນະຄອນຫຼວງ ບາງກອກ ພຽງປະມານ 560 ກິໂລແມັດເທົ່ານັ້ນ, ນອກຈາກທ່າແຮງທີ່ມີສະຖານທີ່ທ່ອງທ່ຽວທີ່ລືຊື່ຫຼາຍແຫ່ງ ແລະ ບັນດາຮູບແບບການ ທ່ອງທ່ຽວທີ່ອຸດົມສົມບູນແລ້ວ, ອຸດອນທານີ - ເຊິ່ງເປັນແຂວງໜຶ່ງຢູ່ທາງພາກຕາເວັນອອກສ່ຽງເໜືອຂອງປະເທດໄທນັ້ນ ຍັງມີຄວາມສະດວກໃນການສັນຈອນ, ນັບທັງການເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວຢູ່ປະເທດໄທ ແລະ ບັນດາປະເທດໃນພາກພື້ນອີກດ້ວຍ. ບັນດາສິ່ງເຫຼົ່ານັ້ນ ໄດ້ເຮັດໃຫ້ ອຸດອນທານີ ນັບມື້ນັບມີຄວາມດູດດື່ມສໍາລັບແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼືບໍນັ້ນ? ຕໍ່ໄປນີ້, ເຊີນທ່ານຜູ້ຟັງ ພ້ອມດ້ວຍກຸ່ມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຊອກຮູ້ກ່ຽວກັບບັນດາຄວາມສາມາດບົ່ມຊ້ອນໃນຂະແໜງການ ທ່ອງທ່ຽວຂອງແຂວງ ອຸດອນທານີ ຜ່ານບົດຂຽນ ທີ່ພາດຫົວຂໍ້ວ່າ “ແຂວງ ອຸດອນທານີ ຂອງໄທ ຊຸກຍູ້ການທ່ອງທ່ຽວ”.









