ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດຂອງບັນດາປະເທດ ອາຊຽນ ແລະ Timor – Leste ປະຈຳ ຮ່າໂນ້ຍ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ປະຈຳ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ເປັນຂົວຕໍ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ; ຢັ້ງຢືນສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ສະໜັບສະໜູນເລື່ອງລັດຖະບານ ຫວຽດນາມ ສືບຕໍ່ຊຸກຍູ້ ແລະ ຍົກລະດັບການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.










