ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບ ຄັ້ງທີ 28
(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບ ຄັ້ງທີ 28 ຖືກໄຂຂຶ້ນໃນວັນທີ 16 ມີນາ ຕາມຮູບການທາງໄກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ນຳໜ້າຄະນະ ພ້ອມດ້ວຍຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມນຳດ້ວຍ.










