ການພົບປະແລກປ່ຽນລະຫວ່າງຊາວໜຸ່ມ ຫວຽດນາມ - ໄທ, ໃນທ່າມກາງໂລກລະບາດໂຄວິດ - 19
(VOVWORLD) - ພາຍຫຼັງໄດ້ຈັດຕັ້ງຂຶ້ນມາເປັນເວລາ 10 ປີ, ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໄດ້ສ້າງໂອກາດເຊື່ອມຕໍ່, ແລກປ່ຽນ ແລະ ສ້າງຕາໜ່າງຊາວໜຸ່ມອັນສະໜິດແໜ້ນລະຫວ່າງສອງປະເທດ. ນັບແຕ່ຫຼັງເຫດການສະເຫຼີມສະຫຼອງການສ້າງຕັ້ງລາຍການພົບປະແລກປ່ຽນ ຄົບຮອບ 10 ປີ ເມື່ອປີ 2018, ປີນີ້, ຊາວໜຸ່ມສອງປະເທດຈຶ່ງມີໂອກາດໄດ້ພົບປະກັນໃນລາຍການ “ນ້ຳໃຈເພື່ອນມິດ ໄທ - ຫວຽດນາມ ເຊື່ອມຕໍ່ສາຍພົວພັນຂອງຊາວໜຸ່ມໃນສະພາບປົກກະຕິໃໝ່”. ລາຍການດັ່ງກ່າວໂດຍສະຖານທູດ ໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນຕາມຮູບແບບປະສົມການພົບປະໂດຍກົງ ແລະ ທາງໄກ.










