ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ກະກຽມ ເດີນທາງໄປຢ້ຽມຢາມບາງປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ສ.ເກົາຫຼີ.
(VOVWORLD) - ໃນລະຫວ່າງວັນທີ 10 – 15 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ່ ຈະເລີ່ມດຳເນີນການຢ້ຽມຢາມບາງປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງລວມມີ ຫວຽດນາມ, ກຳປູເຈຍ, ສິງກະໂປ ພ້ອມດ້ວຍ ສ.ເກົາຫຼີ. ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ຈີນ ກັບບັນດາປະເທດ ຄູ່ຮ່ວມມືໃນຫຼາຍດ້ານ.










