ຊາຍຄາອາຊຽນ

16/05/2021

ສະ​ມາ​ຄົມ​ຊາວ​ມຸດ​ສະ​ລິມ ອິນ​ໂດ​ເນ​ເຊຍ ອາ​ໄສ ຢູ່ ຮ່າ​ໂນ້ຍ ຕ້ອນ​ຮັບ​ງານບຸນ Ramadan ໃນ​ທ່າ​ມ​ກາງ​ໄລ​ຍະ​ເກີດ​ໂລ​ກະ​ບາດ​ໂຄວິດ - 19

(VOVWORLD) -ເດືອນກິນເຈ Ramadan ແມ່ນໜຶ່ງໂອກາດວັນບຸນສຳຄັນທີ່ສຸດຂອງຊາວ ມຸດສະລິມ ຫຼາຍກວ່າ 1,8 ຕື້ຄົນ ໃນທົ່ວໂລກ. ປີ 2021, ເດືອນກິນເຈ Ramadan ໄດ້ເລີ່ມແຕ່ວັນທີ 13 ເມສາ ແລະ ສິ້ນສຸດລົງໃນວັນທີ 13 ພືດສະພາ. ເຖິງວ່າ ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຖືກຕ້ອງ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ ກໍຕາມ, ແຕ່ສະມາຄົມຊາວ ມຸດສະລິມ ອິນໂດເນເຊຍ ທີ່ອາໄສຢູ່ ຫວຽດນາມ ຍັງໄດ້ຕ້ອນຮັບບຸນ Ramadan ຢ່າງຄົບຖ້ວນ ແລະ ສົມບູນ.

ສະ​ມາ​ຄົມ​ຊາວ​ມຸດ​ສະ​ລິມ ອິນ​ໂດ​ເນ​ເຊຍ ອາ​ໄສ ຢູ່ ຮ່າ​ໂນ້ຍ ຕ້ອນ​ຮັບ​ງານບຸນ Ramadan  ໃນ​ທ່າ​ມ​ກາງ​ໄລ​ຍະ​ເກີດ​ໂລ​ກະ​ບາດ​ໂຄວິດ - 19
09/05/2021

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳປູ​ເຈຍ ຍາມ​ໃດ​ກໍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່ພີ່​ນ້ອງຊາວ ຫວຽດ​ນາມ ​ອາ​ໄສ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ ໂຄວິດ - 19

(VOVWORLD) -ກຳປູເຈຍ ພວມປະເຊີນໜ້າກັບໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນຜົນກະທົບຫຍໍ້ທໍ້ຂອງການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໃນຊຸມຊົນ ເຊິ່ງແກ່ຍາວແຕ່ວັນທີ 20 ກຸມພາມານີ້. ຊີວິດການເປັນຢູ່ຂອງປະຊາຊົນ ກຳປູເຈຍ ຢູ່ເຂດເກີດໂລກລະບາດສ່ວນຫຼາຍລ້ວນແຕ່ຖືກຜົນສະທ້ອນ, ໃນນັ້ນ ມີປະຊາຄົມຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ. ເພື່ອຮ່ວມແຮງຮ່ວມໃຈພ້ອມກັບ ລັດຖະບານ ກຳປູເຈຍ ຕ້ານໂລກລະບາດໂຄວິດ - 19, ໃນໄລຍະຜ່ານມາ, ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ເພີ່ມທະວີການໜູນຊ່ວຍທາງດ້ານວັດຖຸອຸປະກອນການແພດ ແລະລະບຽບການນິຕິກຳ ໃຫ້ແກ່ພໍ່ແມ່ປະຊາຊົນ ພ້ອມທັງໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳປູ​ເຈຍ ຍາມ​ໃດ​ກໍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່ພີ່​ນ້ອງຊາວ ຫວຽດ​ນາມ  ​ອາ​ໄສ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ ໂຄວິດ - 19
08/05/2021

ຈີນ ສະ​ເໜີ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ

(VOVWORLD) ຈີນ ໄດ້ສະເໜີຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ກັບ 10 ປະເທດ ສະມາຊິກ ອາຊຽນ ໃນເດືອນມິຖຸນາ ຈະມາເຖິງຢູ່ ຈີນ.

ຈີນ ສະ​ເໜີ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ
04/05/2021

ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສະ​ໜັບ​ສະ​ໜູນບົດ​ບາດ​ຂອງ ອາ​ຊຽນ ໃນ​ບັນ​ຫາ ມຽນ​ມາ

(VOVWORLD) -ສະພາຄວາມໝັ້ນຄົງ, ສປຊ ສະແດງຄວາມຊົມເຊີຍຕໍ່ຜົນງານອັນຕັ້ງໜ້າ ຂອງກອງປະຊຸມບັນດາການນຳ ອາຊຽນ ປຶກສາຫາລືກ່ຽວກັບ ມຽນມາ ແລະ ສະໜັບສະໜູນບົດບາດຂອງ ອາຊຽນ ໃນບັນຫານີ້.

ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສະ​ໜັບ​ສະ​ໜູນບົດ​ບາດ​ຂອງ ອາ​ຊຽນ ໃນ​ບັນ​ຫາ ມຽນ​ມາ
02/05/2021

ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັ​ນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ປະທານ ໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງພວກເຮົາ ເຄີຍຢັ້ງຢືນວ່າ “ຊາວໜຸ່ມແມ່ນອະນາຄົດຂອງປະເທດຊາດ”. ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ຍາມໃດກໍຖືຄະນະຊາວໜຸ່ມແມ່ນແຂນຂວາຂອງພັກ, ຊາວໜຸ່ມແມ່ນກະດູກສັນຫຼັງຂອງປະເທດຊາດ. ແມ່ນແທ້ນໍ້ ທ່ານຜູ້ຟັງ, ໃນໄລຍະຜ່ານມາ, ການເຄື່ອນໄຫວພົບປະແລກປ່ຽນ ແລະ ການຮ່ວມມືຂອງຊາວໜຸ່ມສອງປະເທດ ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ພິເສດແມ່ນໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ. ເມື່ອສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນຫຼາຍຢ່າງຄືໃນປັດຈຸບັນ, ການປະກອບສ່ວນຂອງຊາວໜຸ່ມໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນທີ່ຫາຍາກນີ້ ຍິ່ງຈຳເປັນກວ່າເວລາໃດໝົດ.

ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັ​ນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ
29/04/2021

ປະ​ກາດ​​ບົດ​ລາຍ​ງານ​ຕີ​ລາ​ຄາ​ກາງ​ສະ​ໄໝ ວຽກ​ງານ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ

(VOVWORLD) - ວັນທີ 28 ເມສາ, ຄະນະເລຂານຸການ ອາຊຽນ ໄດ້ສົມທົບກັບຄະນະຜູ້ຕາງໜ້າ ສະຫະພາບເອີຣົບ (ອີຢູ) ປະຈຳ ອາຊຽນ ໄດ້ປະກາດບົດລາຍງານຕີລາຄາກາງສະໄໝ (MTR) ກ່ຽວກັບແຜນການລະອຽດຂອງ ປະຊາຄົມເສດຖະກິດ ອາຊຽນ (AEC) ຮອດປີ 2025.

ປະ​ກາດ​​ບົດ​ລາຍ​ງານ​ຕີ​ລາ​ຄາ​ກາງ​ສະ​ໄໝ ວຽກ​ງານ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ
29/04/2021

ກອງ​ປະ​ຊຸມ​ເຈົ້າ​ໜ​້າ​​ທີ່ອາ​ວຸ​ໂສ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 23

(VOVWORLD) - ວັນທີ 28 ເມສາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ອິນເດຍ ຄັ້ງທີ 23 ໄດ້ດຳເນີນຕາມຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ລະຫວ່າງ ອາຊຽນ ແລະ ອິນເດຍ ປະຈຳປີ ເພື່ອແລກປ່ຽນກ່ຽວກັບຫຼາຍເນື້ອໃນຮ່ວມມືທີ່ສຳຄັນ, ພ້ອມທັງແບ່ງປັນບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ກອງ​ປະ​ຊຸມ​ເຈົ້າ​ໜ​້າ​​ທີ່ອາ​ວຸ​ໂສ ອາ​ຊຽນ - ອິນ​ເດຍ ຄັ້ງ​ທີ 23
26/04/2021

ຫວຽດ​ນາມ ແລະ ໄທ ຮ່ວມ​ມື​ກັນພັດ​ທະ​ນາ​ປະ​ຊາ​ຄົມ​ແບບ​ຍືນ​ຍົງ​ຕາມ​ຫຼັກປັດ​​ຊະ​ຍາ​ເສດ​ຖະ​ກິດ​ພໍ​ພຽງ

(VOVWORLD) -ໃນຕະຫຼອດ 70 ປີ ຜ່ານມາ, ໂຄງການພັດທະນາປະຊາຄົມແບບຍືນຍົງອີງຕາມປັດຊະຍາເສດຖະກິດພໍພຽງ (SEP) ຂອງ ພຣະບາດສົມເດັດພະເຈົ້າຢູ່ຫົວ ລັດຖະການທີ 9 ໄດ້ນຳໃຊ້ຢູ່ ໄທ ແລະ ບັນລຸໄດ້ຜົນສຳເລັດດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ຢູ່ ຫວຽດນາມ, ກະຊວງການຕ່າງປະເທດ ໄທ ໄດ້ສົມທົບກັບສະຖານທູດ ໄທ ປະຈຳ ຮ່າໂນ້ຍ ດຳເນີນການສຳຫຼວດສຶກສາ ແລະ ໜູນຊ່ວຍການປະຕິບັດໂຄງການ SEP ຢູ່ ຄຸ້ມບ້ານ ດົ່ງຊ່ຽນ ແລະ ດົ່ງບ່ອງ, ຕາແສງ ອຽນລາກ, ເມືອງ ຝູເລືອງ, ແຂວງ ຖ໊າຍງວຽນ. ນີ້ແມ່ນໂຄງການ SEP ທຳອິດ ທີ່ໄດ້ຮັບການປະຕິບັດຢູ່ ຫວຽດນາມ ພາຍໃຕ້ການອຸປະຖຳຂອງລັດຖະບານ ໄທ.

ຫວຽດ​ນາມ ແລະ ໄທ ຮ່ວມ​ມື​ກັນພັດ​ທະ​ນາ​ປະ​ຊາ​ຄົມ​ແບບ​ຍືນ​ຍົງ​ຕາມ​ຫຼັກປັດ​​ຊະ​ຍາ​ເສດ​ຖະ​ກິດ​ພໍ​ພຽງ
18/04/2021

Refill Day - ຮູບ​ແບບ​ ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເສັງ​ ທົດ​ສອບ​ຫົວ​ຄິດ​ປະ​ດິ​ດ​ສ້າງໃນການຫຼຸດ​ຜ່ອນ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ ​ໃນ ອາ​ຊຽນ

(VOVWORLD) -ໃນຂອບເຂດຂອງການເສັງທົດສອບຫົວຄິດປະດິດສ້າງໃນການຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອໃນພາກພື້ນ ອາຊຽນ (EPPIC) 2020 ໂດຍອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ຈັດຕັ້ງ, ຫວຽດນາມ ມີຄວາມເປັນກຽດ ເມື່ອມີ 3 ໃນຈຳນວນ 4 ລາງວັນ ໄດ້ຮັບໄຊຊະນະໃນການເສັງຄັ້ງນີ້. ໃນນັ້ນ, ມີທິມ Refill Day ໂດຍອ້າຍ ຫງວຽນຫຶວເຍິນ ເປັນຜູ້ກໍ່ຕັ້ງ. ອ້າຍ ເຍິນ ແມ່ນຊາວອາເມລິກາ ເຊື້ອຊາດ ຫວຽດນາມ, ປັດຈຸບັນ ແມ່ນອາຈານສອນຢູ່ມະຫາວິທະຍາໄລ RMIT ຢູ່ນະຄອນ ໂຮ່ຈີມິນ. ຮູບແບບ Refill Day ຂອງ ອ້າຍເຍິນ ໄດ້ສະໜອງມາດຕະການປ່ຽນແທນໃຫ້ແກ່ຜະລິດຕະພັນຢາງພະລາດສະຕິກເສດເຫຼືອທີ່ນຳໃຊ້ເທື່ອດຽວ ດ້ວຍການໃຫ້ການບໍລິການເຖິງທີ່ ເພື່ອເຕີມຜະລິດຕະພັນໃສ່ເຄື່ອງບັນຈຸທີ່ສາມາດນຳໃຊ້ຄືນ ດ້ວຍບັນດາຜະລິດຕະພັນທີ່ມີຄວາມໄວ້ວາງໃຈ.

Refill Day - ຮູບ​ແບບ​ ທີ່​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເສັງ​ ທົດ​ສອບ​ຫົວ​ຄິດ​ປະ​ດິ​ດ​ສ້າງໃນການຫຼຸດ​ຜ່ອນ​ຢາງ​ພະ​ລາດ​ສະ​ຕິກ​ເສດ​ເຫຼືອ ​ໃນ ອາ​ຊຽນ
17/04/2021

ອາຊ​ຽນ ຖະ​ແຫຼງ​ຈັດກອງ​ປະ​ຊຸມຂັ້ນ​ສູງພິ​ເສດໂດຍ​ກົງ

(VOVWORLD) -ປະເທດເຈົ້າພາບ ອິນໂດເນເຊຍ ແລະ ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊີຍໄດ້ຊຸກຍູ້ແຜນການຈັດຕັ້ງກອງປະຊຸມຂັ້ນສູງພິເສດອາຊຽນ ໃນ 2 – 3 ອາທິດທີ່ຜ່ານມາ, ດ້ວຍການສະໜັບສະໜູນຂອງ ມາເລເຊຍ, ບຣູໄນ, ສິງກະໂປ ແລະ ຟີລິບປິນ.

ອາຊ​ຽນ ຖະ​ແຫຼງ​ຈັດກອງ​ປະ​ຊຸມຂັ້ນ​ສູງພິ​ເສດໂດຍ​ກົງ