ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມ CAEXPO ແລະ CABIS ຢູ່ຈີນ
(VOVWORLD) - ໂດຍຕອບສະໜອງຕາມຄໍາເຊີນຂອງລັດຖະບານ ສປ.ຈີນ, ວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ພິທີໄຂງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າ - ການລົງທຶນ ຈີນ - ອາຊຽນ (CAEXPO ແລະ CABIS) ຄັ້ງທີ 6 ເຊິ່ງໄດ້ຈັດຕັ້ງຢູ່ເມືອງເອກໜານໜິງ ຂຶ້ນກັບເຂດປົກຄອງດ້ວຍຕົນເອງ ຊົນເຜົ່າ ຈວງ ຢູ່ ກວ໋າງສີ, ປະເທດ ຈີນ.










