ແນະນໍາຄວາມຮູ້ສຶກ, ບັນດາຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການກະຈາຍສຽງພາກພາສາລາວ ໃນອາທິດຜ່ານມາ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ພົບກັບທ່ານຜູ້ຟັງ, ຜູ້ອ່ານໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ຈົດໝາຍ, ຂໍ້ຄວາມ ຫຼື ບັນດາຄໍາຖາມທີ່ພວກທ່ານໄດ້ສົ່ງມາຫາລາຍການ ຍາມໃດກໍແມ່ນແຫຼ່ງກໍາລັງໃຈທີ່ໃຫຍ່ຫຼວງສໍາລັບຜູ້ທີ່ຈັດທໍາລາຍການຄືພວກຂ້າພະເຈົ້າ. ທ່ານຢາລືມແບ່ງປັນຄວາມຮູ້ສຶກຂອງຕົນເມື່ອຕິດຕາມບັນດາລາຍການຂອງພວກຂ້າພະເຈົ້າ ແລະ ປະກອບຄໍາເຫັນໃຫ້ພວກຂ້າພະເຈົ້າແດ່ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ຈັດທໍາບັນດາລາຍການທີ່ດູດດື່ມກວ່າເກົ່າ. ແລະ ຕໍ່ນີ້ ພວກເຮົາຂໍແນະນໍາຄວາມຮູ້ສຶກ, ບັນດາຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການກະຈາຍສຽງພາກພາສາລາວ ໃນອາທິດຜ່ານມາ.










