ຫວຽດນາມ ໜູນຊ່ວຍ ລາວ ກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມ
(VOVWORLD) - ໂຄງການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ.

(VOVWORLD) - ໂຄງການນຳໃຊ້ແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ.

(VOVWORLD) - ທ່ານປະທານປະເທດຫວັງວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ.

(VOVWORLD) - ທ່ານປະທານປະເທດ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືອື່ນຂອງ ຫວຽດນາມ ໃນໄລຍະຜ່ານມາ

(VOVWORLD) - ນັບແຕ່ວັນທີ 11 - 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ມີການຢ້ຽມຢາມທາງລັດຖະກິດຢູ່ລາວ. ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເລືອກເອົາ ລາວ ເປັນປະເທດທຳອິດ ທີ່ໄປຢ້ຽມຢາມໃນຖານະຕຳແໜ່ງໃໝ່ຂອງຕົນນັ້ນ ໄດ້ເປັນການຢັ້ງຢືນແກ່ການສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ມີຄວາມໝາຍສຳຄັນລະຫວ່າງສອງປະເທດ. ລາວ ມີຄວາມເປັນກຽດ ຕ້ອນຮັບປະທານປະເທດ ຫວຽດນາມ ມາຢ້ຽມຢາມຄັ້ງນີ້” - ນີ້ແມ່ນການຕີລາຄາຂອງທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ໃນການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ລາວ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ.

(VOVWORLD) - ວັນທີ 11 ກໍລະກົດ, ສື່ມວນຊົນ ລາວ ໄດ້ໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຫ້ອງວ່າການສຳນັກງານນາຍົກ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

(VOVWORLD) - ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ດຳເນີນການພົບປະສົນທະນາ.

(VOVWORLD) - ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ລາວ ໃນວັນທີ 11 ກໍລະກົດ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງເປັນປະທານປະເທດ ຫວຽດນາມ ນັ້ນ ໄດ້ສະແດງໃຫ້ເຫັນວ່່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

(VOVWORLD) - ເວລາ 7 ໂມງ ເຊົ້າວັນທີ 11 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ວັດໄຕ, ນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ.

(VOVWORLD) - ເລື່ອງ ລາວ ແມ່ນປະເທດທຳອິດເຊິ່ງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ໃນຖານະຕຳແໜ່ງປະທານປະເທດນັ້ນ ເປັນການສະແດງໃຫ້ເຫັນຄວາມຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພິເສດເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ ລາວ.
