ວັດທະນະທໍາ

08/11/2021

ແຂວງ ບິ່ງດິ້ງ ມານະພະຍາຍາມອະນຸລັກ ບັນດາມໍລະດົກວັດທະນະທຳ ລະດັບຊາດ

(VOVWORLD) -ຕໍ່ໜ້າສະພາບການຕົວຈິງ ເຊິ່ງປູຊະນີຍະສະຖານມໍລະດົກວັດທະນະທຳຫຼາຍແຫ່ງໃນບໍລິເວນແຂວງ ບິ່ງດິ້ງ ຖືກຫຼຸດລະດັບ,ເປເພ, ໃນຊຸມປີທີ່ຜ່ານມາ ດ້ວຍບັນດາແຫຼ່ງເງິນໃຊ້ຈ່າຍທີ່ແຕກຕ່າງກັນ, ແຂວງ ບິ່ງດິ້ງ ໄດ້ມານະພະຍາຍາມບູລະນະປະຕິສັງຂອນ ບັນດາປູຊະນີຍະສະຖານ. ແຂວງ ບິ່ງດິ້ງ ໄດ້ກຳນົດວຽກງານບູລະນະປະຕິສັງຂອນອະນຸລັກບັນດາປູຊະນີຍະສະຖານ ແມ່ນໜ້າທີ່ສຳຄັນ ແລະ ປັດຈຸບັນພວມຕັ້ງໜ້າຂຶ້ນແຜນການ ບູລະນະປະຕິສັງຂອນຍົກລະດັບບັນດາປູຊະນີຍະສະຖານ ຕິດພັນກັບການພັດທະນາການທ່ອງທ່ຽວໃນໄລຍະໃໝ່

ແຂວງ ບິ່ງດິ້ງ ມານະພະຍາຍາມອະນຸລັກ ບັນດາມໍລະດົກວັດທະນະທຳ ລະດັບຊາດ
01/11/2021

ລາຍການທ່ຽວຊົມສະຖາປັດຕະຍະກຳ ຝລັ່ງ ຢູ່ໃຈກາງ ຮ່າໂນ້ຍ

(VOVWORLD) -ຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ບໍລິສັດທ່ອງທ່ຽວ ຮ່າໂນ້ຍ ຕູລິດ ຫາກໍ່ເປີດລາຍການທ່ຽວຊົມ “ສະຖາປັດຕະຍະກຳ ຝລັ່ງ ໃນໃຈກາງ ຮ່າໂນ້ຍ”. ລາຍການທ່ອງທ່ຽວນີ້ ຖືກດຳເນີນໃນວັນເສົາ ແລະ ວັນທິດ ໃນແຕ່ລະອາທິດ ເຊິ່ງເລີ່ມແຕ່ວັນທີ 23 ຕຸລາ ປີ 2021. ນີ້ແມ່ນການທ່ຽວຊົມທີ່ເປັນເອກະລັກ ແລະ ດູດດື່ມ ສຳລັບແຂກທ່ອງທ່ຽວເມື່ອມາຊອກຮູ້ນະຄອນຫຼວງ ຮ່າໂນ້ຍ.

ລາຍການທ່ຽວຊົມສະຖາປັດຕະຍະກຳ ຝລັ່ງ ຢູ່ໃຈກາງ ຮ່າໂນ້ຍ
25/10/2021

ບັນດາບົດປະພັນ,ກິດຈະກຳເຂົ້າຮ່ວມງານແຂ່ງຂັນຊີງລາງວັນ “ສຽງຫວຽດນາມ”ສະແດງໃຫ້ເຫັນນ້ຳໃຈທົ່ວປະເທດ ຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19

(VOVWORLD) -ງານແຂ່ງຂັນຊີງລາງວັນ “ສຽງຫວຽດນາມ” ໂດຍ ວິທະຍຸກະຈາຍສຽງຫວຽດນາມ (VOV) ຈັດຕັ້ງຂຶ້ນປະຈຳປີໄດ້ມອບລາງວັນໃຫ້ແກ່ບັນດານັກປະພັນ, ກຸ່ມນັກປະພັນ, ກິດຈະກຳທີ່ດີເດັ່ນກ່ຽວກັບສື່ມວນຊົນ, ວັນນະຄະດີສິລະປະ, ເຕັກໂນໂລຊີ, ການຄົ້ນຄວ້າວິທະຍາສາດ, ບັນດາໂຄສົກທີ່ດີເດັ່ນ, ຜູ້ດຳເນີນລາຍການທີ່ໜ້າປະທັບໃຈ, ບັນດາໝູ່ຄະນະ, ສ່ວນບຸກຄົນໃນຂົງເຂດປະດິດຄິດແຕ່ງ,ທຳການສະແດງ. ຫົວເລື່ອງທີ່ພົ້ນເດັ່ນຂອງລາງວັນ “ສຽງຫວຽດນາມ” ປີ 2021 ໄດ້ຖືກບັນດາບົດໜັງສືພິມເຕື້ອງເຖິງແມ່ນນ້ຳໃຈທົ່ວປະເທດຮ່ວມແຮງຮ່ວມໃຈຕ້ານໂຄວິດ - 19.

ບັນດາບົດປະພັນ,ກິດຈະກຳເຂົ້າຮ່ວມງານແຂ່ງຂັນຊີງລາງວັນ “ສຽງຫວຽດນາມ”ສະແດງໃຫ້ເຫັນນ້ຳໃຈທົ່ວປະເທດ ຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19
18/10/2021

ບັນດາຜູ້ຮັກສາວັດທະນະທຳເຜົ່າຈຳ

(VOVWORLD) -ພໍ່ແມ່ພີ່ນ້ອງເຜົ່າຈຳມີຫຼາຍຄົນສຸດຈິດສຸດໃຈກັບວັດທະນະທຳເຜົ່າຕົນ ແລະ ມີຄວາມຫວັງຢາກອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງຊົນເຜົ່າຕົນ. ໃນຈຳນວນຜູ້ເປັນໜ້າຮັກແພງນັ້ນ ກໍ່ມີລຸງ ເທື່ອງຊວັນຫິວ ຢູ່ບ້ານ ຫຼາກຈິ ຕາແສງ ຝູຫຼາກ ເມືອງ ຕຸຍຟອງ ແລະ ອ້າຍ ອຶກວຽດວ່ອງ ຢູ່ບ້ານ ຕິ້ງໝີ ຕາແສງ ຟານແທັງ ເມືອງ ບັກບິ່ງ ແຂວງ ບິ່ງຖ້ວນ

ບັນດາຜູ້ຮັກສາວັດທະນະທຳເຜົ່າຈຳ
11/10/2021

ນັກສະຖາປະນິກເຈິ່ນທິແທັງຖຸ໋ຍ, ຜູ້ຮັກສາຄວາມງາມຮ່າໂນ້ຍຜ່ານແຕ່ລະວາດແຕ້ມ

(VOVWORLD) -ຈິດຕະກອນນັກສະຖາປະນິກເຈິ່ນທິແທັງຖຸ໋ຍແມ່ນໜຶ່ງໃນບັນດາຜູ້ສ້າງຕັ້ງກຸ່ມຈິດຕະກອນ “ແຕ້ມຕົວເມືອງຮ່າໂນ້ຍ”. ນັກສະຖາປະນິກເຈິ່ນທິແທັງຖຸ໋ຍຫົວໜ້າກຸ່ມດັ່ງກ່າວ ພ້ອມກັບບັນດາສະມາຊິກໃນກຸ່ມໄດ້ປະດິດຄິດແຕ່ງພາບແຕ້ມນັບ 1.000 ແຜ່ນ ກ່ຽວກັບຮ່າໂນ້ຍປະກອບສ່ວນອະນຸລັກຮັກສາຄວາມງາມມໍລະດົກຂອງນະຄອນຫຼວງແລະຊາວຮ່າໂນ້ຍ.

ນັກສະຖາປະນິກເຈິ່ນທິແທັງຖຸ໋ຍ, ຜູ້ຮັກສາຄວາມງາມຮ່າໂນ້ຍຜ່ານແຕ່ລະວາດແຕ້ມ
04/10/2021

ຊຸດອາພອນປະຈຳຊາດສະແດງໃຫ້ເຫັນແຈ້ງຄຸນຄ່າວັດທະນະທຳຫວຽດນາມ

(VOVWORLD) -ໃນມໍ່ໆມານີ້ ການນຸ່ງຊຸດອາພອນປະຈຳຊາດຈາກກຸ່ມຄົນຈຳນວນໜຶ່ງໄດ້ຄ່ອຍໆແຜ່ກະຈາຍແລະ ຂະຫຍາຍເປັນຂະບວນການ. ເລີ່ມມາຈາກຄວາມຫວັງຢາກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງນັ້ນ, ຫຼາຍຄົນໄດ້ເລືອກເອົາການນຸ່ງຊຸດອາພອນປະຈຳຊາດເພື່ອຖ່າຍຮູບເປັນທີ່ລະນຶກໃນພິທີອັດສົກຮຽນຫຼືໃນຄາວເປັນໄວໜຸ່ມ ຫຼືຖ່າຍຮູບເປັນທີ່ລະນຶກພ້ອມກັບຄອບຄົວໃນໃນໂອກາດວັນບຸນເຕັດວັນຄ້າຍວັນເກີດ.

ຊຸດອາພອນປະຈຳຊາດສະແດງໃຫ້ເຫັນແຈ້ງຄຸນຄ່າວັດທະນະທຳຫວຽດນາມ
27/09/2021

ຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ບ້ານເຂດພູສູງ

(VOVWORLD) -ໃນແຕ່ລະອາທິດນັບແຕ່ຕອນຄ່ຳວັນຈັນຫາວັນສຸກ, ຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ຫໍວັດທະນະທຳບ້ານພັກແຈ່ ຕາແສງແຫວ່ງໂມ ເມືອງບິ່ງລຽວ ແຂວງກວ໋າງນິງ ພັດເປີດປະຕູຕ້ອນຮັບນັກຮຽນ. ນີ້ແມ່ນຫ້ອງຮຽນພິເສດຍ້ອນວ່ານັກຮຽນສ່ວນຫຼາຍແມ່ນຊາວເຜົ່າສ່ວນໜ້ອຍຜູ້ອາຍຸສູງເຊິ່ງໃນມື້ກາງເວັນຂ້ອງຄາກັບວຽກໄຮ່ການນາ, ສ່ວນຕອນຄ່ຳກໍ່ມີເວລາຫວ່າງເພື່ອຮຽນ

ຫ້ອງຮຽນລົບລ້າງຄວາມບໍ່ຮູ້ໜັງສືຢູ່ບ້ານເຂດພູສູງ
20/09/2021

ແຜ່ກະຈາຍວັດທະນະທຳອັນດີງາມໃນໄລຍະເກີດໂລກລະບາດ

(VOVWORLD) -ຜົນກະທົບຈາກໂລກລະບາດໂຄວິດ - 19 ໃນ 2 ປີທີ່ຜ່ານມາໄດ້ເຮັດໃຫ້ການດຳລົງຊີວິດແລະຄວາມລື້ງເຄີຍໃນຊີວິດປະຈຳວັນຂອງຫຼາຍຄົນປ່ຽນແປງໄປ. ໄດ້ມີບັນດາຄວາມລື້ງເຄີຍທີ່ດີວັດທະນະທຳທີ່ດີກ່ຽວກັບຈິດໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນໄດ້ຖືກທະວີຄູນແລະ ແຜ່ກະຈາຍໃນສັງຄົມ

ແຜ່ກະຈາຍວັດທະນະທຳອັນດີງາມໃນໄລຍະເກີດໂລກລະບາດ
13/09/2021

ຊ່ອງຢູທູບ ເລົ່າເລື່ອງຂອງ VOV ເຊື່ອມຕໍ່ໃນຂອບເຂດກວ້າງໃຫຍ່

(VOVWORLD) -ພາຍຫຼັງໄດ້ສ້າງຕັ້ງມາເປັນເວລາກວ່າໜຶ່ງປີ, ຊ່ອງ VOV Live - ເລົ່າເລື່ອງຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ລື່ນກາຍລະດັບ 100.000 ເທື່ອຄົນຕິດຕາມ ເຊິ່ງມີເງື່ອນໄຂຢ່າງພຽງພໍເພື່ອຮັບນາມມະຍົດປູມເງິນຂອງ ຢູທູບ. ປັດຈຸບັນຊ່ອງນີ້ ພວມມີຜູ້ຊົມກວ່າ 24 ລ້ານເທື່ອຄົນ ອັນໄດ້ກາຍເປັນຊ່ອງພົວພັນແລກປ່ຽນ ເຊື່ອມຕໍ່ອັນກວ້າງໃຫຍ່ ລະຫຫວ່າງບັນດາຜູ້ນິຍົມຊົມຊອບວັນນະຄະດີ ຫວຽດນາມ ແລະ ໂລກ

ຊ່ອງຢູທູບ ເລົ່າເລື່ອງຂອງ VOV ເຊື່ອມຕໍ່ໃນຂອບເຂດກວ້າງໃຫຍ່
06/09/2021

ອະນຸລັກສິລະປະຂັບຫໍ່ຄວານເລະຖຸ໋ຍ

(VOVWORLD) -ຂັບຫໍ່ຄວານເມືອງເລະຖຸ໋ຍແຂວງກວ໋າງບິ່ງແມ່ນທຳນອງເພງພື້ນເມືອງທີ່ມີພະລັງຊີວິດອັນແຮງກ້າອັນໄດ້ດຶງດູດໃຈຂອງມະນຸດ. ວັນທີ່ 8 ພຶດສະພາປີ 2017 ຂັບຫໍ່ຄວານເລະຖຸ໋ຍໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາແລະທ່ອງທ່ຽວແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.ຈາກນັ້ນ ໄດ້ກາຍເປັນກຳລັງໜູນເພື່ອໃຫ້ຊາວເມືອງເລະຖຸ໋ຍຮັກສາອະນຸລັກທຳນອງເພງພື້ນເມືອງນີ້.

ອະນຸລັກສິລະປະຂັບຫໍ່ຄວານເລະຖຸ໋ຍ