ວັດທະນະທໍາ

30/08/2021

ສະໂມສອນ ສັກຈ່າມ - ແຜ່ກະຈາຍສິລະປະຂັບແທນ ຈາກໝູ່ບ້ານ

(VOVWORLD) - ດ້ວຍສະມາຊິກກວ່າ 60 ຄົນ ໃນນັ້ນຜູ້ໜຸ່ມແໜ້ນກວ່າໝູ່ມີອາຍຸພຽງ 13 ປີ ແລະ ຜູ້ອາຍຸສູງກວ່າໝູ່ກໍ່ໄດ້ມີອາຍຸ 70 ປີປາຍ, ພາຍຫຼັງໄດ້ຮັບການສ້າງຕັ້ງເປັນເວລາກວ່າ 3 ປີ ສະໂມສອນ ຂັບແທນພິມຕິ໊ງ ສັກຈ່າມ ໄດ້ກາຍເປັນໜຶ່ງໃນບັນດາສະໂມສອນທີ່ມີຂອບຂະໜາດໃຫຍ່ກວ່າໝູ່ ຢູ່ແຂວງ ບັກກ້ານ ອັນໄດ້ປະກອບສ່ວນແຜ່ກະຈາຍ ປະເພດວັດທະນະທຳທີ່ເປັນເອກະລັກນີ້ໃນຊີວິດປະຈຳວັນ

ສະໂມສອນ ສັກຈ່າມ - ແຜ່ກະຈາຍສິລະປະຂັບແທນ ຈາກໝູ່ບ້ານ
23/08/2021

ບັນດາບົດເພງລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ໃນຄວາມຊົງຈຳຂອງບັນດານັກດົນຕີຫວຽດນາມ

(VOVWORLD) -ໃນປະຫວັດສາດດົນຕີຫວຽດນາມ,ດົນຕີປະຕິວັດມີທີ່ຕັ້ງບົດບາດເປັນພິເສດແລະສຳຄັນໃນປະຫວັດສາດຂອງຊາດ. ບັນດານັກດົນຕົນໄດ້ໃຊ້ສຽງດົນຕີ, ຄຳປະໂຫຍກເນື້ອຮ້ອງເພື່ອບັນທຶກບັນດາຂີດໝາຍທີ່ສະຫງ່າອົງອາດບັນດາໄລຍະທາງແຫ່ງການຕໍ່ສູ່ ເພື່ອປົກປັກຮັກສາແລະສ້າງປະເທດຊາດ. ຕໍ່ໄປນີ້ຂໍເຊີນບັນດາທ່ານເຊື່ອມຕົວເຂົ້າກັບບັນຍາກາດປະຕິວັດທີ່ຟົດຟື້ນຜ່ານບັນດາບົດເພງ ເຊິ່ງໄດ້ຖືກບັນທຶກໄວ້ໃນຄວາມຊົງຈຳຂອງບັນດານັກດົນຕີຫງວຽນດິ່ງທີ, ນັກດົນຕີຊວນແອວງໃນຄາວຍັງມີຊີວິດ.

ບັນດາບົດເພງລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ໃນຄວາມຊົງຈຳຂອງບັນດານັກດົນຕີຫວຽດນາມ
16/08/2021

ພົນເອກ ຫວໍງວຽນຢາບ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບ ເຈິ່ນຮົ່ງ

(VOVWORLD) - “ຊອກຫາຄວາມງາມໃນຊີວິດປະຈຳວັນໃນຮູບພາບພົນເອກຂອງປະຊາຊົນ”. ນີ້ແມ່ນເຫດຜົນໃນຕະຫຼອດກວ່າ 20 ປີທີ່ນັກຂ່າວພັນເອກເຈິ່ນຮົ່ງອະດີດນັກຂ່າວໜັງສືພິມກວນໂດ້ຍເຍິນເຢິນ ໄດ້ຕິດຕາມ ພົນເອກຫວໍງວຽນຢາບເພື່ອຖ່າຍຮູບ. ດ້ວຍອາລົມຈິດຄວາມເຄົາລົບນັບຖືຂອງຕົນແລະຜ່ານກ້ອງຖ່າຍ, ພັນເອກເຈິ່ນຮົ່ງໄດ້ບັນທຶກຮູບພາບຕ່າງໆທີ່ສວຍງາມທີ່ສຸດລຽບງ່າຍທີ່ສຸດຂອງທ່ານພົນເອກ.

ພົນເອກ ຫວໍງວຽນຢາບ ຜ່ານກ້ອງຖ່າຍຂອງນັກຖ່າຍຮູບ ເຈິ່ນຮົ່ງ
09/08/2021

ກັບຄືນຢາມດິນແດນແຫ່ງບັນພະບູລຸດ ເພື່ອຟັງຂັບຊວານໃນໜູ່ບ້ານທີ່ເກົ່າແກ່

(VOVWORLD) -ແຂວງຝູເຖາະມີສີ່ກອງສິລະປະຂັບຊວານ, ແຕ່ສະເພາະຕາແສງ ກີມດຶກໄດ້ມີເຖິງສາມກອງຄືຝູ່ດຶກ, ຊວານແທັດ, ກີມດ່າຍ.ຫໍບູຊາຫຼາຍແລ່ນທີ່ບ້ານ ຝູ່ດຶກຕາແສງກີມດຶກກໍ່ແມ່ນແຫ່ງໃຫ້ກຳເນີດສິລະປະຂັບຊວານ. ຜ່ານໄລຍະເວລາແຫ່ງປະຫວັດສາດ ຊາວບ້ານຝູ່ດຶກຍັງຄົງຮັກສາອະນຸລັກແລະເສີມຂະຫຍາຍສິລະປະຂັບຊວານ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.

ກັບຄືນຢາມດິນແດນແຫ່ງບັນພະບູລຸດ ເພື່ອຟັງຂັບຊວານໃນໜູ່ບ້ານທີ່ເກົ່າແກ່
02/08/2021

ຄຸນຄ່າວັດທະນະທຳມະນຸດຂອງບັນດາຈົດໝາຍໃນໄລຍະສົງຄາມ

(VOVWORLD) -ບັນດາຈົດໝາຍຂຽນດ້ວຍເຈ້ຍບາງໆ ດ້ວຍແຖວຕົວໜັງສືຂຽນແບບຟ້າວຟັ່ງແມ່ນຮູບພາບທີ່ລື້ງເຄີຍຂອງນັບລ້ານຄອບຄົວຫວຽດນາມໃນຕະຫຼອດຊຸມປີໃນການຕໍ່ສູ້ເພື່ອ ທ້ອນໂຮມປະເທດຊາດເປັນເອກະພາບແລະປົກປັກຮັກສາເອກະລາດເສລີພາບຂອງຊາດ. ຜ່ານຈົດໝາຍເຫຼົ່ານັ້ນອາລົມຈິດຄວາມຮັກແພງຄວາມໃນໃຈແລະ ອຸດົມການປະຕິວັດຂອງກອງທັບແລະປະຊາຊົນໄດ້ຖືກຝາກຝັງແບບລຽບງ່າຍຊື່ສັດແລະເຕັມໄປດ້ວຍຄວາມຮັກແພງແຕ່ກໍ່ສະແດງໃຫ້ເຫັນເຈດຈຳນົງຕໍ່ສູ້ແຮງກ້າຂອງບັນດານັກຮົບຢູ່ແນວໜ້າ. ຈົດໝາຍເຫຼົ່ານັ້ນໄດ້ນຳມາຊຶ່ງຄວາມຮູ້ສຶກພິເສດໃນຊຸມວັນເດືອນກໍລະກົດເມື່ອທົ່ວປະເທດມຸ່ງໄປສູ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ຄຸນຄ່າວັດທະນະທຳມະນຸດຂອງບັນດາຈົດໝາຍໃນໄລຍະສົງຄາມ
26/07/2021

ໂຮງເຟີນີເຈີທີ່ເປັນເອກະລັກສະຫງວນໃຫ້ແກ່ເດັກ

(VOVWORLD) -ໂດຍໄດ້ຮັບການຕີລາຄາວ່າຄືດັ່ງຮູບແບບການສຶກສາອົບຮົມທີ່ເປັນເອກະລັກເປັນແຫ່ງທີ່ເດັກໄດ້ຮັບການຝຶກຝົນ ຫຼໍ່ຫຼອມແລະພັດທະນາທາງດ້ານຈິນຕະນາການປະດິດຄິດສ້າງ, ຄວາມມານະອົດທົນແລະນິດໄສອື່ນໆອີກ.ໂຮງເຟີນີເຈີແຫ່ງນີ້ພວມແມ່ນສະຖານທີ່ໄດ້ຮັບຄວາມຊົມຊອບຈາກເດັກນ້ອຍຫຼາຍຄົນຢູ່ນະຄອນຫຼວງ ແລະໄດ້ຮັບການສະໜັບສະໜູນຈາກພໍ່ແມ່ເດັກທັງຫຼາຍ

ໂຮງເຟີນີເຈີທີ່ເປັນເອກະລັກສະຫງວນໃຫ້ແກ່ເດັກ
19/07/2021

ຮູບເງົາເອກະສານປະຫວັດສາດອັນລ້ຳຄ່າ ກ່ຽວກັບຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ

(VOVWORLD) -ຫວຽດນາມ ຍຸກສະໄໝ ໂຮ່ຈີມິນ ແມ່ນຮູບເງົາເອກະສານປະຫວັດສາດ ຖືກຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ມອບໝາຍໃຫ້ໜັງສືພິມ ເຢິນເຊິນ ສຽງຂອງສູນກາງພັກກອມູນິດຫວຽດນາມ ປະຕິບັດ ນີ້ແມ່ນຮູບເງົາເອກະສານທີ່ໃຫຍ່ໂຕ ຕ້ອງສຸມກຳລັງເຫື່ອແຮງຢ່າງຫຼວງຫຼາຍ ນັບທັງທາງດ້ານເນື້ອໃນ ແລະ ຮູບການເພື່ອຜະລິດ. ຮູບເງົາເອກະສານປະກອບດ້ວຍ 90 ພາກ ໄດ້ເຮັດແຈ້ງບັນດາຫຼັກໝາຍປະຫວັດສາດກໍ່ຄືບັນດາການຜັນແປຂອງປະເທດຊາດ ດ້ວຍການສັງເກດຕີລາຄາພາວະວິໄສ, ແທ້ຈິງ ແລະ ເຄົາລົບປະຫວັດສາດພາຍຫຼັງໄລຍະໜຶ່ງ ສົມເປັນເອກະສານປະຫວັດສາດໃນຍຸກ ໂຮ່ຈີມິນ. ຮູບເງົາເອກະສານປະຫວັດສາດອັນລ້ຳຄ່າກ່ຽວກັບຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ

ຮູບເງົາເອກະສານປະຫວັດສາດອັນລ້ຳຄ່າ ກ່ຽວກັບຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ
12/07/2021

ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ດຶງດູດໃຈຜູ້ນິຍົມສິລະປະ

(VOVWORLD) - ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ແມ່ນງານວາງສະແດງໄດ້ນຳພື້ນຖານສິລະປະຫຼາກຫຼາຍສີສັນ ມາສູ່ຜູ້ນິຍົມສິລະປະ. ບັນດາຈິດຕະກອນໄດ້ປະດິດຄິດແຕ່ງ ບັນດາຜະລິດຕະພັນວິຈິດຕະກຳ ທີ່ມີຫົວຄິດປະດິດສ້າງໃໝ່ອ່ຽມ ໃຫ້ແກ່ພື້ນຖານວິຈິດຕະກຳຂອງຫວຽດນາມ ຍຸກປັດຈຸບັນ

ງານວາງສະແດງ “ພວກເຮົາພວມເຮັດຫຍັງແດ່” ດຶງດູດໃຈຜູ້ນິຍົມສິລະປະ
05/07/2021

ນຳສຽງຊົນເຜົ່າໄຕ - ນຸ່ງອອກອາກາດທາງວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ລາຍການກະຈາຍສຽງພາກພາສາເຜົ່າໄຕ - ນຸ່ງຂອງ ວິທະຍຸກະຈາຍສຽງຫວຽດນາມ (VOV) ພາຍຫຼັງທີ່ໄດ້ອອກອາກາດເປັນເວລາກວ່າໜຶ່ງປີໄດ້ກາຍເປັນສິ່ງທີີ່ລື້ງເຄີຍກັບວົງຄະນາຍາດເຜົ່າໄຕ - ນຸ່ງໃນທົ່ວປະເທດ. ມາຮອດປະຈຸບັນ, ນີ້ແມ່ນພາສາຊົນເຜົ່າສ່ວນໜ້ອຍພາສາທີ 13 ຖືກອອກອາກາດທາງວິທະຍຸກະຈາຍສຽງຫວຽດນາມ.

ນຳສຽງຊົນເຜົ່າໄຕ - ນຸ່ງອອກອາກາດທາງວິທະຍຸກະຈາຍສຽງຫວຽດນາມ
28/06/2021

ເສີມຂະຫຫຍາຍບົດບາດຄຸນຄ່າ ແລະ ຄຸນຄ່າຄອບຄົວໃນການພັດທະນາປະເທດຊາດ

(VOVWORLD) -ໃນການກຳນົດທິດພັດທະນາປະເທດຊາດ ໄລຍະ 2021 – 2030, ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ກຳນົດວ່າ: “ພັດທະນາມະນຸດຢ່າງຮອບດ້ານ ແລະ ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ ແລະ ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ”. ມີຄຳຄິດເຫັນຫຼາຍຂໍ້ໄດ້ຖືວ່າ ເພື່ອປະຕິບັດເປົ້າໝາຍ “ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ ເພື່ອໃຫ້ວັດທະນະທຳກາຍເປັນກຳລັງແຮງພາຍໃນ ແລະ ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທ້ຈິງ” ຕ້ອງການມີເງື່ອນໄຂ ແລະປັດໄຈຫຼາຍຢ່າງ, ໃນນັ້ນການເສີມຂະຫຍາຍບົດບາດ ແລະ ຄຸນຄ່າຂອງຄອບຄົວແມ່ນສຳຄັນທີ່ສຸດ

ເສີມຂະຫຫຍາຍບົດບາດຄຸນຄ່າ ແລະ ຄຸນຄ່າຄອບຄົວໃນການພັດທະນາປະເທດຊາດ