ສະຖານະການ ການເມືອງ

28/05/2021

ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ

(VOVWORLD) - ໃນຊຸມວັນມໍ່ໆມານີ້, ໃນການໂອ້ລົມທາງໂທລະສັບສອງຝ່າຍ ຫຼື ໃນເວທີປາໄສຫຼາຍຝ່າຍຄັ້ງຕ່າງໆ, ຫຼາຍປະເທດ ຕ່າງກໍສະແດງຄວາມສະໜັບສະໜູນຕໍ່ບົດບາດເປັນໃຈກາງຂອງ ອາຊຽນ, ຢັ້ງຢືນຄວາມສຳຄັນຂອງສິດເສລີໃນການເດີນເຮືອຢູ່ທະເລຕາເວັນອອກ. ນີ້ແມ່ນບັນດາຄຳໝັ້ນສັນຍາຢ່າງແຮງ ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ໂດຍອີງໃສ່ລະບຽບກົດໝາຍ, ໃນສະພາບການທີ່ຄວາມໝັ້ນຄົງໃນພາກພື້ນທີ່ພວມມີການຜັນແປຢ່າງສັບສົນ.

ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ
27/05/2021

ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ໄດ້​ຮັບ​ປະ​ກັນ​ໃນຕົວຈິງ

(VOVWORLD) -ມີພຸດທະສາສະນິກະຊົນ ຫວຽດນາມ ກວ່າ 4,6 ລ້ານຄົນ ຫາກໍ່ຂ່ຳນັບຮອບຕ້ອນ ວັນບຸວິສາຂະບູຊາ ພສ 2565 ຄສ 2021 ຢູ່ທຸກແຖບຖິ່ນຂອງປະເທດຊາດ ຕາມຮູບການອອນລາຍ. ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ວັນບຸນວິສາຂະບູຊາ ປີນີ້ ຍັງໄດ້ຮັບການຈັດຕັ້ງຂຶ້ນຢ່າງສົມກຽດ ເປັນການພິສູດໃຫ້ເຫັນສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນຢູ່ທຸກບ່ອນ, ທຸກເວລາ. ຄວາມຈິງ ນັບແຕ່ກ່ອນມາຮອດປະຈຸບັນ ຢູ່ ຫວຽດນາມ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາຢ່າງສະເໝີຕົ້ນສະເຫມີປາຍ ປະກອບສ່ວນເຂົ້າໃນສະພາບສິດເສລີໃນການເຊື່ອຖືສາສະຫນາໃນທົ່ວໂລກ.

ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ​ໄດ້​ຮັບ​ປະ​ກັນ​ໃນຕົວຈິງ
26/05/2021

ເພື່ອນ​ມິດ​ສາ​ກົນມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ໄລ​ຍະ​ທາງ​​ແຫ່ງ​ການພັດ​ທະ​ນາ​ໃຫມ່​ຂອງ​ຫວຽດ​ນາມ

(VOVWORLD) -ຫວຽດນາມ ຫາກໍ່ປະສົບຜົນສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 -2026. ການເລືອກຕັ້ງດຳເນີນໄປຢ່າງສຳເລັດຜົນ ແລະ ປອດໄພໃນສະພາບ ໂຄວິດ 19 ພວມແຜ່ລະບາດຢ່າງຮ້າຍແຮງ. ຫາງສຽງສາກົນ ກໍ່ມີຄວາມສົນໃຈເປັນພິເສດເຖິງເຫດການນີ້ ແລະ ມີການຕີລາຄາ, ຂໍ້ສັງເກດຫລາຍຢ່າງກ່ຽວກັບການເລືອກຕັ້ງກໍ່ຄືຍົກໃຫ້ເຫັນບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນໄລຍະທາງແຫ່ງການພັດທະນາປະເທດຊາດໄລຍະຈະມາເຖິງ.

ເພື່ອນ​ມິດ​ສາ​ກົນມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່ໄລ​ຍະ​ທາງ​​ແຫ່ງ​ການພັດ​ທະ​ນາ​ໃຫມ່​ຂອງ​ຫວຽດ​ນາມ
25/05/2021

ຮ່ວມ​ມື: ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ

(VOVWORLD) -ຢູ່ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ (FOA 2021) ທີ່ຫາກໍ່ອັດລົງໃນທ້າຍອາທິດຜ່ານມາ, ບັນດາການນຳອາຊີ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບເລື່ອງຕ້ອງສາມັກຄີກັນ ເພື່ອຮັບມືກັບໂລກລະບາດໂຄວິດ 19 ແລະ ເພີ່ມທະວີການຮ່ວມມື ເພື່ອຟື້ນຟູເສດຖະກິດຫຼັງໂລກລະບາດ. ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງພື້ນຖານ ໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມໃນອະນາຄົດ.

ຮ່ວມ​ມື: ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ
24/05/2021

ປະເທດຫວຽດນາມ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່

(VOVWORLD) -ນີ້ແມ່ນຄັ້ງທີ 15 ທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຢູ່ຫວຽດນາມ, ພາຍຫຼັງໄລຍະ 75 ປີແຫ່ງການດຳເນີນການເລືອກຕັ້ງຄັ້ງໃຫຍ່ຄັ້ງປະຖົມມະເລີກ, 35 ປີແຫ່ງການປ່ຽນແປງໃໝ່.

ປະເທດຫວຽດນາມ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່
21/05/2021

ໂລກ​ຊອ​ກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຮອບໃໝ່ຢູ່ທົ່ວທຸກແຖບຖິ່ນໃນ ໂລກ ອັນໄດ້ເຮັດໃຫ້ຫຼາຍປະເທດຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງ, ນັ້ນແມ່ນວິກິດການດ້ານສາທາລະນະສຸກ. ໂລກລະບາດໄດ້ເພີ່ມກຳລັງກົດດັນຕໍ່ລະບົບສາທາລະນະສຸກ, ພິເສດແມ່ນຢູ່ບັນດາປະເທດດ້ອຍພັດທະນາ ຫຼື ພວມພັດທະນາ ແລ້ວເຮັດໃຫ້ໂລກຈຳເປັນຕ້ອງຮ່ວມແຮງຮ່ວມໃຈຊອກຫາມາດຕະການ ເພື່ອຜ່ານຜ່າ ແລະ ຫຼຸດຜ່ອນຜົນເສຍຫາຍກ່ຽວກັບຊີວິດອິນຊີ.

ໂລກ​ຊອ​ກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ
20/05/2021

ຄຳ​ໝັ້ນ​ໝາຍ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ

(VOVWORLD) -ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 69 ລ້ານຄົນ ຈະປະຕິບັດສິດ ແລະ ພັນທະພົນລະເມືອງເມື່ອໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021 – 2026. ເລື່ອງ ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນປະຕິບັດຄຳໝັ້ນໝາຍ, ລາຍການເຄື່ອນໄຫວຂອງຕົນ ຈະປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງບັນດາອົງການໂດຍປະຊາຊົນເລືອກຕັ້ງໃນຈິດໃຈຂອງປະຊາຊົນ.

ຄຳ​ໝັ້ນ​ໝາຍ ແລະ ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ
19/05/2021

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ

(VOVWORLD) - ສັງຄົມນິຍົມແມ່ນເປົ້າໝາຍ, ແມ່ນເສັ້ນທາງເຊິ່ງປະທານໂຮ່ຈີມິນ, ພັກກອມມູນິດ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ ແລະ ພວມຢຶດໝັ້ນເດີນຕາມ, ມັນກໍ່ແມ່ນຈຸດຫຼັກແຫຼ່ງແກ່ນສານໃນມໍລະດົກແນວຄິດຂອງປະທານໂຮ່ຈີມິນ. ຫວນຄືນມໍລະດົກແນວຄິດຂອງປະທານໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19 ພຶດສະພາ 1890 – 19 ພຶດສະພາ 2021), ຍິ່ງເຫັນໄດ້ ບັນດາຄຸນຄ່າຂອງມໍລະດົກແນວຄິດດັ່ງກ່າວໃນຍຸກສະໄໝປັດຈຸບັນຢ່າງຈະແຈ້ງ.

ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ
18/05/2021

ວົງ​ຄະ​ນະ​ຍາດ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ

(VOVWORLD) -ໃນສະພາບການປະທະກັນດ້ວຍການປະກອບອາວຸດ ທີ່ນັບມື້ນັບປິນຂັ້ນໄດຢ່າງຮ້າຍແຮງ ລະຫວ່າງ Israel ແລະ ຂະບວນການອິດສະລາມ Hamas ຂອງ Palestine ໃນໄລຍະຜ່ານມານັ້ນ, ວົງຄະນະຍາດສາກົນ ພວມມານະພະຍາຍາມ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນການປະທະກັນປິນຂັ້ນໄດ.

ວົງ​ຄະ​ນະ​ຍາດ​ສາ​ກົນ​ມາ​ນະ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ
17/05/2021

ກ້າວຂຶ້ນສູ່ສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງການປະຕິວັດຫວຽດນາມ

(VOVWORLD) -ເສັ້ນທາງກ້າວຂຶ້ນສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງປະຕິວັດຫວຽດນາມ. ພັກ ແລະ ປະຊາຊົນຫວຽດນາມ ຕັດສິນໃຈສ້າງປະເທດຫວຽດນາມ ຕາມເສັ້ນທາງສັງຄົມນິຍົມ.

ກ້າວຂຶ້ນສູ່ສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງການປະຕິວັດຫວຽດນາມ