ອາຊຽນ-ສ.ເກົາຫຼີ ການຮ່ວມມືແທດຈິງ ແລະ ມີປະສິດທິຜົນ
(VOVWORLD) - ສັບປະດາອາຊຽນສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ ຫາກໍ່ສີ້ນສຸດລົງເມື່ອວັນທີ 16 ມິຖຸນາຜ່ານມາ ຢູ່ນະຄອນຫຼວງເຊີອູນ ປະເທດສ.ເກົາຫຼີ. ເຫດການຄັ້ງນີ້ໄດ້ສ້າງບັນຍາກາດມຸ້ງໄປເຖິງການຈັດກອງປະຊຸມສຸດຍອດພິເສດ ອາຊຽນ-ສ.ເກົາຫຼີ ສຳເລັດຜົນ ໃນເດືອນພະຈິກຈະມາເຖິງ ໃນໂອກາດ ສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ.










