(VOVWORLD) -ປີ 2017 ໄດ້ສິ້ນສຸດລົງດ້ວຍຜົນງານສຳຄັນຫລາຍຢ່າງຂອງປະເທດຊາດ. ຜົນງານພົ້ນເດັ່ນທີ່ສຸດ ນັ້ນແມ່ນຫວຽດນາມ ໄດ້ຈັດຕັ້ງປີ APEC ປະສົບຜົນສຳເລັດ ດ້ວຍ ການເຄື່ອນໄຫວໃຫຍ່ນ້ອຍ 243, ໃນນັ້ນ ຈຸດສູງແມ່ນສັບປະດາຂັ້ນສູງ APEC ໂດຍມີການເຂົ້າຮ່ວມຂອງການນຳທັງໝົດ 21 ພື້ນຖານເສດຖະກິດ ອາຊີ ປາຊີຟິກ. ບໍ່ພຽງແຕ່ປຸກລຸກນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈແຫ່ງຊາດ, ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມເທົ່ານັ້ນ, ຫາກ ປີ APEC 2017 ຍັງສ້າງພະລັງຊີວິດໃຫມ່ໃຫ້ແກ່ປະເທດຊາດອີກດ້ວຍ, ເພື່ອໃຫ້ຫວຽດນາມ ມີຄວາມເຊື່ອໝັ້ນດ້ວຍຕົນເອງ, ມີຄວາມເຂັ້ມແຂງກວ່າບົນເສັ້ນທາງເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໃນປີ 2018 ແລະ ຊຸມປີຕໍ່ໄປ.