ກອງປະຊຸມສູນກາງຄົ້ນຄ້ວາ ແລະ ຕົກລົງບັນດາບັນຫາສຳຄັນ
ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໝາຍຂອງບັນດາບັນຫາເຊິ່ງກອງປະຊຸມຄັ້ງນີ້ຕ້ອງສຸມໃສາຄົ້ນຄ້ວາ, ປຶກສາຫາລື. ຕາມນັ້ນແລ້ວ, ເລື່ອງຫັນກົດລະບຽບຂອງພັກເປັນລະອຽດ ແລະ ການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ແມ່ນໄດ້ປະກອບສ່ວນຍົກສູງຄູນນະພາບ, ປະສິດທິຜົນການເຄື່ອນໄຫວຂອງພັກ, ເພີ່ມທະວີກຳລັງແຮງ, ຄວາມສາມັກຄີເປັນເອກະພາບໃນພັກ, ປ່ຽນໃໝ່ວິທີການຊີ້ນຳນຳພາຂອງພັກ ທີ່ມີຕໍ່ລັດ ແລະ ສັງຄົມ.










