ຄວາມເຄັ່ງຕຶງຢູ່ ລີບີ ປິນຂັ້ນໄດຢ່າງຮ້າຍແຮງ
(VOVWORLD) -ການປະທະກັນນອງເລືອດທີ່ເກີດຂຶ້ນໃນຊຸມວັນຜ່ານມາລະຫວ່າງບັນດາຝ່າຍທີ່ເປັນປໍລະປັກກັນຢູ່ ລີບີ, ເຊິ່ງແມ່ນປະເທດ ອາຟະລິກາເໜືອ ຍັງຈົມເລິກຢູ່ໃນວິກິດການຄວາມໝັ້ນຄົງ - ການເມືອງນັບແຕ່ພາຍຫຼັງຂະບວນການລະດູບານໃໝ່ ອາຣັບ ປີ 2011. ສປຊ ແລະ ຫຼາຍອົງການຈັດຕັ້ງສາກົນ ຮຽກຮ້ອງໃຫ້ດຳເນີນມາດຕະການຈຳເປັນຢ່າງຮີບດ່ວນ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງ, ບໍ່ປະໃຫ້ການປະທະກັນແຜ່ລາມຢ່າງກວ້າງຂວາງ ແລະ ສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.










