ອາບການິດສະຖານ ພາຍຫຼັງທີ່ 1 ປີ ຕາລີບານ ຂຶ້ນກຳອຳນາດ: ຄວາມຫຍຸ້ງຍາກກ່າຍກອງ
(VOVWORLD) -ວັນທີ 15 ສິງຫາ ປີ 2021, ພາຍຫຼັງທີ່ກອງທັບ ອາເມລິກາ ປະກາດຖອນຕົວອອກຈາກ ອາບການິດສະຖານ ບໍ່ພໍເທົ່າໃດມື້, ກຳລັງຕາລີບານ ກໍ່ໄດ້ບຸກເຂົ້ານະຄອນຫຼວງ Kabul, ກັບມາປົກຄອງປະເທດ ອາບການິດສະຖານ ຢ່າງເປັນທາງການ. ພາຍຫຼັງເຫດການພິເສດນີ້ດຳເນີນໄດ້ 1 ປີ, ປະເທດ ອາບການິດສະຖານ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ໃນຂະນະທີ່ຊີວິດການເປັນຢູ່ຂອງປະຊາຊົນຖືກປັ່ນປ່ວນຢ່າງຮ້າຍແຮງ, ໂດຍສະເພາະແມ່ນສຳລັບເພດຍິງ.










