ເພີ່ມທະວີຄວາມມານະພະຍາຍາມຄວບຄຸມ, ຈຳກັດ ແລະ ລົບລ້າງອາວຸດນິວເຄຼຍຢ່າງສີ້ນເຊີງ
(VOVWORLD) - ໃນສະພາບການໂລກມີການຜັນແປຢ່າງສັບສົນ, ໄວວາ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ນັບມື້ນັບມີຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນອອກສຽງຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມຄວບຄຸມ, ຈຳກັດ ແລະ ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍຢ່າງສີ້ນເຊີງ. ເພາະສະນັ້ນ, ກອງປະຊຸມຕີລາຄາສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10 ຖືກໄຂຂຶ້ນໃນວັນທີ 1 ສິງຫາ ຢູ່ສຳນັກງານຂອງ ສປຊ ປະຈຳ ນິວຢອກ (ອາເມລິກາ), ໄດ້ຮັບຄວາມຫວັງວ່າ ຈະບັນລຸໄດ້ບາດກ້າວຢ່າງໃຫຍ່ຫຼວງໃນວິວັດທະນາການປອດນິວເຄຼຍໃນຂອບເຂດທົ່ວໂລກ.










