ເສດຖະກິດ

ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ

ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ

(VOVWORLD) -ໂດຍແມ່ນແຂວງ ຂຶ້ນກັບທາງທິດຕາເວັນອອກພາກໃຕ້, ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ໃນຊຸມປີຜ່ານມາ, ແຂວງ ບິ່ງເຢືອງ ຍາມໃດກໍ່ຮັກສາທ່າພັດທະນາ, ຢັ້ງຢືນບົດບາດແມ່ນກ້ຳເຕີບໂຕສຳຄັນຂອງທົ່ວປະເທດ. ເປົ້າໝາຍຍາວນານໃນການວາງແຜນກຳນົດຂອງແຂວງ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050 ແມ່ນນຳແຂວງ ບິ່ງເຢືອງ ກາຍເປັນທ້ອງຖິ່ນທີ່ມີກຳລັງແກ້ງແຍ້ງທົ່ວໂລກກ່ຽວກັບການດຶງດູດ, ພັດທະນາ ແລະ ຮັກສາຜູ້ມີຄວາມເກັ່ງກ້າດ້ານວິທະຍາສາດ, ສ້າງພື້ນຖານໃຫ້ແກ່ໄລຍະຕໍ່ໄປ.

ຮູບພາບ ນະຄອນ ບິ່ງເຢືອງ: ພາບ: VOV

 

 ຫວນຄືນ 25 ປີຜ່ານມາ, ນັບແຕ່ເມື່ອແຍກອອກຈາກແຂວງ ຊົງແບ, ບິ່ງເຢືອງ ໄດ້ກາຍເປັນແບບຢ່າງກ່ຽວກັບການເປີດປະຕູ, ດຶງດູດການລົງທຶນ ແລະ ປະຕິບັດການຫັນຕົວເມືອງເປັນອຸດສາຫະກຳ. ຈາກແຂວງຫນຶ່ງທີ່ເຮັດກະສິກຳເປັນສ່ວນໃຫຍ່ ໄດ້ກາຍເປັນທ້ອງຖິ່ນພັດທະນາດ້ານອຸດສາຫະກຳ - ຕົວເມືອງ- ການບໍລິການຢ່າງວ່ອງໄວ. ບິ່ງເຢືອງ  ປະຈຸບັນ ແມ່ນທ້ອງຖິ່ນຢືນອັນດັບ 2 ຂອງທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນຂອງຕ່າງປະເທດ ຖັດຈາກນະຄອນ ໂຮ່ຈີມິນ ດ້ວຍ 4.000 ໂຄງການ ຈາກ 65 ປະເທດ ແລະ ເຂດແຄ້ວນ, ຍອດທຶນຈົດທະບຽນກວ່າ 37 ຕື້ USD.

          ດ້ວຍແຜນນະໂຍບາຍສ້າງເງື່ອນໄຂສະດວກທີ່ສຸດເພື່ອຮັບຕ້ອນນັກລົງທຶນ ພ້ອມກັບຄວາມຕັດສິນໃຈ, ການຮ່ວມເດີນທາງພ້ອມກັບວິສາຫະກິດ, ບິ່ງເຢືອງ ໄດ້ມີ 29 ເຂດອຸດສາຫະກຳ, ໃນນັ້ນ ມີ 27 ເຂດອຸດສາຫະກຳ ແລະ 12 ກຸ່ມອຸດສາຫະກຳນຳເຂົ້າເຄື່ອນໄຫວແລ້ວ. ປະຊາຄົມວິສາຫະກິດ ຢູ່ ບິ່ງເຢືອງ ພັດທະນາຢ່າງແຮງຢູ່ທັງ ສາມ ຮູບແບບຄື: ລັດວິສາຫະກິດ, ວິສາຫະກິດພາກເອກະຊົນ ແລະ ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ (FDI). ທ່ານ ເຈີນຢູລິກ ຜູ້ຊ່ຽວຊານດ້ານເສດຖະກິດ ແບ່ງປັນວ່າ:             

           “ບິ່ງເຢືອງ ມີທ່າໄດ້ປຽບໃນການຮ່ວມສຳພັນ, ສ້າງທ່າໄດ້ປຽບຂອງເຂດໃຫ້ການເປັນກຳລັງຫນູນຊຸກຍູ້ໃຫ້ແຂວງພັດທະນາໃນອະນາຄົດ”.

            ທ່ານ Hirata Shuji ຮອງຜູ້ອຳນວຍການໃຫຍ່ Becamex Tokyu ເວົ້າວ່າ:

“ພວກຂ້າພະເຈົ້າເຫັນໄດ້ຄວາມສາມາດບົ່ມຊ້ອນຂອງນະຄອນໃຫມ່ ບິ່ງເຢືອງ ສະນັ້ນ ໄດ້ຕັດສິນມາລົງທຶນຢູ່ທີ່ນີ້”.

 ໃນໄລຍະຈະມາເຖິງ, ການນຳແຂວງ ບິ່ງເຢືອງ ກຳນົດວ່າ ຕ້ອງສ້າງບາດກ້າວພັດທະນາໃຫມ່ ຜ່ານວິໄສທັດວາງແຜນກຳນົດແຕ່ນີ້ ຮອດປີ 2030 ແລະ ປີ 2050. ຕາມນັ້ນແລ້ວ, ບິ່ງເຢືອງ ຕ້ອງພັດທະນາສີຂຽວ, ພັດທະນາອັດສະລິຍະ ແລະ ຍືນຍົງ, ສຸມແຫລ່ງກຳລັງເພື່ອກໍ່ສ້າງພື້ນຖານໂຄງລ່າງທີ່ທັນສະໄຫມ. ທ່ານ ຫວໍວັນມິງ, ປະທານ ຄະນະກຳມະການປະຊາຊົນ ແຂວງບິ່ງເຢືອງ ໃຫ້ຮູ້ວ່າ:

“ແຂວງ ຈະສຸມໃສ່ປະຕິບັດການລົງທຶນພື້ນຖານໂຄງລ່າງ, ພິເສດ ແມ່ນພື້ນຖານໂຄງລ່າງເພື່ອເຊື່ອມຕໍ່ເຂດກັບທ້ອງຖິ່ນໃນເຂດເສດຖະກິດຈຸດສຸມທາງພາກໃຕ້ ກໍ່ຄືຄົ້ນຄ້ວາກໍ່ສ້າງບັນດາໂຄງການເສັ້ນທາງລົດໄຟເພື່ອເຊື່ອມຕໍ່ແຂວງ ບິ່ງເຢືອງ ກັບ ທ່າກຳປັ່ນ ກາບແມັບທິຫວາຍ, ສາຍທາງລົດເມເຊື່ອມຕໍ່ metro ໄປເຖິງນະຄອນໃຫມ່ ບິ່ງເຢືອງ”.

ເຂດອຸດສາຫະກຳ VSIP I ຢູ່ ບິ່ງເຢືອງ:(ພາບ:Becamex)

ບິ່ງເຢືອງກໍ່ພວມກໍ່ສ້າງ “ນະຄອນອັດສະລິຍະ” ດ້ວຍເປົ້າໝາຍດຶງດູດໄດ້ບັນດາຂົງເຂດລົງທຶນເຕັກໂນໂລຊີສູງ, ມີຄຸນນະພາບ ນຳມາເຊິ່ງມູນຄ່າເພີ່ມສູງ ແລະ ຜົນປະໂຫຍດໃຫ້ແກ່ວິສາຫະກິດ, ປະຊາຊົນຫລາຍກວ່າອີກ. ແຂວງ ກໍ່ຍູ້ແຮງການປະຕິຮູບການບໍລິຫານ, ເຊື່ອມຕໍ່ສາກົນ, ຊຸກຍູ້ດ້ານການຄ້າ, ສືບຕໍ່ກໍ່ສ້າງ ແລະ ພັດທະນາຮູບແບບໝູ່ບ້ານອັດສະລິຍະ.

          ປະຈຸບັນ ແຂວງ ບິ່ງເຢືອງ ບັນລຸໄດ້ຮອບວຽນພັດທະນາລະດັບສູງສຸດ ແລະ ພວມຄ່ອຍໆຜັນຂະຫຍາຍບັນດານະໂຍບາຍ ແລະ ມາດຕະການໃຫມ່ໃຫ້ແກ່ໄລຍະພັດທະນາໃຫມ່ ດ້ວຍລະດັບມູນຄ່າສູງກວ່າໃນທຸກຂົງເຂດເສດຖະກິດ ສັງຄົມ.

ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບິ່ງເຢືອງ ພວມຫັນເປົ້າໝາຍໂດຍອົງຄະນະພັກແຂວງ ອາຍຸການ 2020 -2025 ໄດ້ກຳນົດວ່າ “ສູ້ຊົນກໍ່ສ້າງແຂວງ ບິ່ງເຢືອງ ພັດທະນາແບບຍືນຍົງຕາມທິດຕົວເມືອງອັດສະລິຍະ, ສີວິໄລ, ທັນສະໄຫມໃຫ້ປະກົດຜົນເປັນຈິງ, ຮອດປີ 2030, ບິ່ງເຢືອງ ກາຍເປັນສູນອຸດສາຫະກຳທັນສະໄຫມ, ຮອດປີ 2045 ແມ່ນຕົວເມືອງອັດສະລິຍະຂອງເຂດ ແລະ ຂອງທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.