ເສດຖະກິດ

ແຂວງ ດ້ຽນບຽນ ຍູ້ແຮງການດຶງດູດການລົງທຶນເພື່ອການພັດທະນາແບບຍືນຍົງ

ແຂວງ ດ້ຽນບຽນ ຍູ້ແຮງການດຶງດູດການລົງທຶນເພື່ອການພັດທະນາແບບຍືນຍົງ

(VOVWORLD) - ພາຍຫລັງ 70 ປີແຫ່ງການສ້າງສາ ແລະ ພັດທະນາ ຈາກສະພາບຖືກທຳລາຍຢ່າງຮ້າຍແຮງຈາກສົງຄາມ, ແຂວງ ດ້ຽນບຽນ ປະຈຸບັນ ໄດ້ມີການປ່ຽນແປງ ດ້ວຍໂສມຫນ້າຂອງເຂດຕົວເມືອງທີ່ໃຫຍ່ໂຕສວຍງາມ, ເຂດຊົນນະບົດກໍ່ມີການປ່ຽນແປງໃຫມ່ຫລາຍຢ່າງ. ຈາກບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ມີຢູ່ແລ້ວກ່ຽວກັບຊັບພະຍາກອນປ່າ ແລະ ເຂດດິນປ່າ, ບໍ່ແຮ່, ໄຟຟ້າ, ການທ່ອງທ່ຽວ... ດ້ຽນບຽນ ໄດ້, ພວມເອົາໃຈໃສ່ດຶງດູດການລົງທຶນເພື່ອການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງກວ່າ.

ໂຄງການຂອງກຸ່ມບໍລິສັດ Vin group ພວມໃນໄລຍະກໍ່ສ້າງສຳເລັດຢູ່ ດ້ຽນບຽນ. ພາບ:VOV

ບໍລິສັດຫຸ້ນສ່ວນ ດ້າຍອານ ແຂວງ ຫາຍເຢືອງ ແມ່ນຫນຶ່ງໃນບັນດາວິສາຫະກິດພາຍໃນປະເທດ ແລະ ຕ່າງປະເທດທີ່ພວມໃຫ້ຄວາມສົນໃຈ, ຄົ້ນຄ້ວາເພື່ອລົງທຶນບັນດາໂຄງການຢູ່ ດ້ຽນບຽນ. ໄລຍະຜ່ານມາ, ບໍລິສັດໄດ້ມາສຳຫລວດ ແລະ ພວມຢາກລົງທຶນເຂົ້າບັນດາຂົງເຂດຄື: ພັດທະນາຕົ້ນສະຫມູນໄພໃຕ້ຮົ່ມໄມ້ປ່າ ຢູ່ ເມືອງ ຕວນຢາວ ພ້ອມກັບບາງເຂດທ່ອງທ່ຽວຊີວະພາບຢູ່ບັນດາທ້ອງຖິ່ນ... ທ່ານນາງ ເຈືອງຕູເຟືອງ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນ ດ້າຍອານ ໃຫ້ຮູ້ວ່າ:

 “ເມື່ອໄປລົງທຶນຢູ່ ດ້ຽນບຽນ, ດ້າຍອານ ເຫັນວ່າ ຕ້ອງມີຄວາມຮັບຜິດຊອບສຳລັບພໍ່ແມ່ພີ່ນ້ອງຢູ່ທີ່ນີ້. ພວກຂ້າພະເຈົ້າສົນໃຈເຖິງການພັດທະນາບັນດາຕົວເມືອງເພື່ອປະກອບສ່ວນນຳແຂວງ ດ້ຽນບຽນ ໃຫ້ກາຍເປັນຕົວເມືອງປະເພດ 2 ໃນປີ 2025”.

ໃນໄລຍະກວ່າ 2 ປີມານີ້ ແຂວງ ດ້ຽນບຽນ ໄດ້ຮັບຮອງແຜນນະໂຍບາຍລົງທຶນໃຫ້ແກ່ 42 ໂຄງການກ່ຽວກັບຂົງເຂດເຂື່ອນໄຟຟ້າ, ການຄ້າ - ການບໍລິການ, ກະສິກຳ - ປ່າໄມ້, ເຂດຊຸມຊົນຕົວເມືອງ… ດ້ວຍຍອດຈຳນວນທຶນຈົດທະບຽນເກືອບ 700 ລ້ານ USD. ຕາມທ່ານ ບຸ່ຍວັນຖັງ, ຮອງຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ດ້ຽນບຽນ ແລ້ວ, ທາງແຂວງ ໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດເພື່ອດຶງດູດແຫລ່ງກຳລັງລົງທຶນຢູ່ພາຍໃນ ແລະ ຕ່າງແຂວງ.

 “ແຂວງ ດ້ຽນບຽນ ໄດ້ຈັດຕັ້ງການພົບປະກັບສະຫະສະມາຄົມວິສາຫະກິດ ແລະ ນັກລົງທຶນຢູ່ບໍລິເວນແຂວງ ເປັນປະຈຳ, ເພື່ອແນໃສ່ຕີລາຄາສະພາບການປະຕິບັດ ແລະ ແກ້ໄຂຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກ ຂໍ້ຕິດຄັດ, ສຸມໃສ່ກໍ່ສ້າງ ປະຕິບັດໂຄງການຍົກສູງດັດຊະນີກຳລັງຄວາມສາມາດການແກ້ງແຍ່ງຂັ້ນແຂວງ (PCI) ຢ່າງມີປະສິດທິຜົນເພື່ອສືບຕໍ່ດຶງດູດການລົງທຶນ”.

ໂດຍປະຕິບັດແຜນນະໂຍບາຍຂອງແຂວງ ກ່່ຽວກັບການສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນຂົງເຂດກະສິກຳປ່າໄມ້, ການທ່ອງທ່ຽວ ເພື່ອດຶງດູດການລົງທຶນນັ້ນ, ໃນໄລຍະຜ່ານມາ ມີຫລາຍອົງການ, ຫົວຫນ່ວຍຢູ່ ດ້ຽນບຽນ ໄດ້ເອົາໃຈໃສ່ລົງທຶນເຂົ້າບັນດາຜະລິດຕະພັນກະສິກຳຫລັກແຫລ່ງຂອງທ້ອງຖິ່ນ. ບໍລິສັດ ຈາຟານເຍີດ ຈຳກັດ ຢູ່ ນະຄອນ ດ້ຽນບຽນຝູ ແມ່ນຕົວຢ່າງຫນຶ່ງ.

ບິລິສັດ ຊາ ຟານເຍີດ ດ້ຽນບຽນ ມີ 2 ຜະລິດຕະພັນບັນລຸຄຸນນະພາບ 4 ດາວ.ພາບ:VOV

ພາຍຫລັງ 10 ປີແຫ່ງການສ້າງຕັ້ງ ແລະ ເຄື່ອນໄຫວ, ບໍລິສັດໄດ້ສ້າງເຂດວັດຖຸດິບສະເພາະຢູ່ເມືອງ ເມື່ອງອ໋າງ ດ້ວຍເນື້ອທີ່ຟາມແມ່ນ 20 ເຮັກຕາ. ທ່ານ ຟານຊວນເຍີດ, ເຈົ້າຂອງຍີ່ຫໍ້ຊາ ຟານເຍີດດ້ຽນບຽນ ໃຫ້ຮູ້ວ່າ ນັບແຕ່ເມື່ອລົງທຶນກໍ່ສ້າງເຂດວັດຖຸດິບ, ຊາ ຟານເຍີດ ໄດ້ມີຄວາມເດັດດ່ຽວເດີນຕາມຮູບແບບຜະລິດຊາ oganic. ປະຈຸບັນ ບັນດາຜະລິດຕະພັນຂອງບໍລິສັດ ໄດ້ລອດເຂົ້າບັນຊີລາຍຊື່ຜະລິດຕະພັນພິເສດ, ຄວາມສາມາດບົ່ມຊ້ອນຂອງ ດ້ຽນບຽນ. ບໍລິສັດຍາມໃດກໍ່ມານະພະຍາຍາມເພື່ອຜະລິດອອກບັນດາຜະລິດຕະພັນດີທີ່ສຸດ ເພື່ອນຳມາເຊິ່ງຄຸນຄ່າທີ່ດີໃຫ້ແຂວງ ດ້ຽນບຽນ.

ແຂວງ ດ້ຽນບຽນ ກຳນົດຄາດໝາຍຮອດປີ 2025 ນຳທ້ອງຖິ່ນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ສະນັ້ນ ເລື່ອງດຶງດູດການລົງທຶນໄດ້ກຳນົດວ່າແມ່ນຫນຶ່ງໃນບັນດາມາດຕະການຈຸດສຸມເພື່ອປະຕິບັດຄາດໝາຍນີ້. ໄລຍະຜ່ານມາ, ແຂວງ ໄດ້ຕັ້ງຫນ້າຮຽກຮ້ອງ, ສົ່ງເສີມ, ດຶງດູດບັນດານັກລົງທຶນ, ກຸ່ມບໍລິສັດ, ບໍລິສັດໃຫຍ່ແຖວຫນ້າຢູ່ພາຍໃນປະເທດມາຊອກຮູ້, ສຳຫລວດ, ຄົ້ນຄ້ວາ, ລົງນາມໃນຂໍ້ຕົກລົງຮ່ວມມື ແລະ ປະຕິບັດບັນດາໂຄງການລົງທຶນໃຫຍ່ເຊັ່ນ:

ກຸ່ມບໍລິສັດ Sun Group, Vin Group, ບໍລິສັດ ແດ່ວກ໋າ, Onew… ໄລຍະຈະມາເຖິງ ເພື່ອດຶງດູດການລົງທຶນຕອບສະຫນອງຄວາມຄາດຫວັງ, ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ດ້ຽນບຽນ ຈະເອົາໃຈໃສ່ເປັນພິເສດເຖິງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ທ່ານ ເລແທ່ງໂດ, ປະທານ ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ເນັ້ນຫນັກວ່າ:

 “ໄລຍະຈະມາເຖິງ, ແຂວງ ຈະສືບຕໍ່ຍົກສູງຄວາມຮັບຜິດຊອບ, ລັກສະນະເປັນເຈົ້າການ, ປະດິດຄິດສ້າງຂອງຖັນແຖວພະນັກງານ, ລັດຖະກອນ ພິເສດແມ່ນຫົວຫນ້າບັນດາອົງການ, ຫົວຫນ່ວຍ ເປັນຕົ້ນແມ່ນອົງການ ຫົວຫນ່ວຍທີ່ມີສ່ວນກ່ຽວຂ້ອງເຖິງການແກ້ໄຂບັນດາລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດໃນຂົງເຂດການລົງທຶນ. ແຂວງ ສືບຕໍ່ປັບປຸງດັດຊະນີກ່ຽວກັບການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດເພື່ອສະຫນອງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບໃນການເຂົ້າຮ່ວມປະຕິບັດບັນດາໂຄງການຂອງນັກລົງທຶນ ກໍຄືຂອງບັນດາວິສາຫະກິດ”.

ແຂວງ ດ້ຽນບຽນ ພວມສຸມໃສ່ສົມທົບແຫລ່ງກຳລັງລົງທຶນຈາກງົບປະມານແຫ່ງລັດ ດ້ວຍການດຶງດູດການລົງທຶນຈາກບັນດາແຫລ່ງກຳລັງເສດຖະກິດເພື່ອພັດທະນາພື້ນຖານໂຄງລ່າງໃຫ້ທັນສະໄຫມຕິດພັນກັບການພັດທະນາຕົວເມືອງ; ຕັ້ງຫນ້າຜັນຂະຫຍາຍການວາງແຜນຜັງຮອດປີ 2030 ການກຳນົດທິດຮອດປີ 2025 ໂດຍນາຍົກລັດຖະມົນຕີ ຫາກໍເຊັນອະນຸມັດ. ພ້ອມກັນນັ້ນ ກໍ່ສຳຫລວດກວດກາ, ດັດປັບຄືນຕົວເມືອງ ນະຄອນດ້ຽນບຽນຝູ ພ້ອມກັບຕົວເມືອງອື່ນຢູ່ໃນແຂວງ ແລະ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາກຸ່ມບໍລິສັດໃຫຍ່ ມາສຳຫລວດ, ລົງທຶນຢູ່ທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.