ເສດຖະກິດ

ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄຕ​ມາດ 1 ຍັງ​ຄົງ​ສືບ​ຕໍ່​ມີ​ສັນ​ຍານ​ດີ​​

ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄຕ​ມາດ 1 ຍັງ​ຄົງ​ສືບ​ຕໍ່​ມີ​ສັນ​ຍານ​ດີ​​

(VOVWORLD) -ຍ້ອນຖືກຜົນສະທ້ອນຢ່າງແຮງຈາກໂລກລະບາດ ໂຄວິດ 19, ການເຕີບໂຕ GDP ໄຕມາດ 1 ປີ 2020 ຂອງຫວຽດນາມ ຄາດວ່າ ບັນລຸພຽງໃນລະດັບ 3,82% ເຊິ່ງແມ່ນລະດັບຕ່ຳສຸດນັບແຕ່ປີ 2011. ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ສະພາບການລວມຂອງພາກພື້ນ ແລະ ໂລກແລ້ວ, ບັນດາຜູ້ຊ່ຽວຊານຢືນຢັນວ່າ ລະດັບການເຕີບໂຕດັ່ງກ່າວຍັງຄົງແມ່ນຕົວເລກສູງພໍສົມຄວນ. ພິເສດ ພື້ນຖານເສດຖະກິດ ຫວຽດນາມ ຍັງຄົງມີບັນດາຈຸດເດັ່ນທີ່ສາມາດສຸມໃສ່ຂຸດຄົ້ນ ແລະ ຊຸກຍູ້.

ໂຮງງານຜະລິດຢຸກຢາ 

ພາບປະກອບ:(SGGP)

ຕາມການປະກາດຫລ້າສຸດຂອງກົມໃຫຍ່ສະຖິຕິແລ້ວ, ບັນດາຂະແຫນງອາຊີບ, ຂົງເຂດຂຶ້ນກັບ 3 ຂົງເຂດເສດຖະກິດລ້ວນແຕ່ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດ ໂຄວິດ 19. ໃນນັ້ນຂົງເຂດກະສິກຳ ປ່າໄມ້ ແລະ ສິນໃນນ້ຳ ຖືກຜົນສະທ້ອນຫນັກຫນ່ວງທີ່ສຸດ ຍ້ອນກ່ອນນັ້ນໄດ້ຖືກຜົນກະທົບຈາກໂລກລະບາດ ອະຫິວາໝູ ອາຟຼິກາ, ໄຂ້ຫວັດສັດປີກ, ໄພແຫ້ງແລ້ງ, ນ້ຳເຄັມຊືມ, ປະຈຸບັນ ກໍຖືກຜົນສະທ້ອນຈາກໂຄວິດ 19 ອີກ, ເຮັດໃຫ້ລະດັບການເຕີບໂຕບັນລຸພຽງ 0,08% ເທົ່ານັ້ນ.

ຂົງເຂດເສດຖະກິດ ທີສອງ ແມ່ນອຸດສາຫະກຳ ແລະ ການກໍ່ສ້າງ, ໄຕມາດນີ້ ບັນລຸພຽງ 5,15%, ບາງຂະແຫນງອື່ນຄື: ຂຸດຄົ້ນບໍ່ແຮ່ ຊ້ຳບໍ່ໜຳ ການເຕີບໂຕໄປທາງລົບ. ເປັນຫນ້າຊື່ນຊົມ ມີບາງຂະແຫນງການ ຄື ຂະແຫນງອຸດສາຫະກຳປຸງແຕ່ງ ປະດິດສ້າງ ເຖິງວ່າ ບັນລຸລະດັບເຕີບໂຕບໍ່ສູງພຽງຢູ່ໃນລະດັບ 7,12% ຕ່ຳກວ່າຫລາຍເມື່ອທຽບໃສ່ລະດັບເຕີບໂຕໃນໄລຍະດຽວກັນຂອງປີກາຍກໍຕາມ ແຕ່ຍັງຄົງສືບຕໍ່ສວມບົດບາດແມ່ນກຳລັງຫນູນຕົ້ນຕໍຂອງການເຕີບໂຕເສດຖະກິດ.

ທ່ານ ຟ້າມດີງຖູຍ ຫົວຫນ້າກົມສະຖິຕິອຸດສາຫະກຳ, ສັງກັດກະຊວງແຜນການ ແລະ ການລົງທຶນ ໄດ້ຢືນຢັນວ່າ: ນີ້ແມ່ນຈຸດເດັ່ນ ແມ່ນສັນຍານຕັ້ງຫນ້າຂອງພື້ນຖານເສດຖະກິດໄລຍະນີ້ທີ່ແທ້ຈິງd>

“ຂະແຫນງຜະລິດຢຸກຢາ ແລະ ຢາສະໝູນໄພ ໄດ້ເພີ່ມຂຶ້ນເຖິງ 28,3%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຍ້ອນຜະລິດຢຸກຢາຮັບໃຊ້ໃຫ້ແກ່ຄວາມຕ້ອງການພາຍໃນປະເທດ ແລະ ສົ່ງອອກ. ຂະແຫນງທີສອງ, ການຜະລິດ ຈຳໜ່າຍຜະລິດຕະພັນນ້ຳມັນທີ່ໄດ້ຮັບການກັ່ນຕອງແລ້ວ ແມ່ນຂົງເຂດທີ່ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນງົບປະມານ. ທີສາມແມ່ນ ຂະແຫນງຜະລິດເຄື່ອງເອເລັກໂຕນິກ, ຄອມພິວເຕີ.. ເປັນຕົ້ນແມ່ນໂທລະສັບມືຖື ແລະ ເຄື່ອງອາໄຫລ່ເອເລັກໂຕນິກ ໄດ້ເພີ່ມຂຶ້ນຫລາຍພໍສົມຄວນ ຢູ່ໃນລະດັບ 14,3%. ໃນສະພາບການ ຈີນຈຳກັດການຜະລິດ ແລະ ສົງຄາມການຄ້າ ລະຫວ່າງ ອາມລິກາ ແລະ ຈີນ ຍັງຄົງດຳເນີນໄປ, ມີຕະຫລາດບົ່ມຊ້ອນຫລາຍແຫ່ງໃນໂລກ ຫັນໄປນຳເຂົ້າເຄື່ອງອາໄຫລ່ເອເລັກໂຕນິກທີ່ຜະລິດຈາກ ຫວຽດນາມ.”

ຕາມປົກກະຕິແລ້ວ, ຂົງເຂດບໍລິການ ຍາມໃດກໍ່ແມ່ນຂົງເຂດເສດຖະກິດກວມອັດຕາສ່ວນສູງສຸດໃນຈຳນວນຍອດຜະລິດຕະພັນພາຍໃນ ແຕ່ຜົນກະທົບຈາກໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ການເຕີບໂຕໃນໄຕມາດນີ້ບັນລຸພຽງ 3,27% ເທົ່າກັບເຄິ່ງຫນຶ່ງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຕາມການສະຖິຕິໃນເບື້ອງຕົ້ນແລ້ວ, ລາຍຮັບຂອງຂົງເຂດການຄ້າເອເລັກໂຕນິກ ບັນລຸການເຕີບໂຕແມ່ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຍ້ອນທ່າໄດ້ປຽບມີຄວາມຈຳກັດການສຳຜັດ. ອີກດ້ານຫນຶ່ງແມ່ນຄວາມຂະຫຍັນຂັນເຄື່ອນຂອງຂະແຫນງ logistics ດ້ວຍລະດັບເຕີບໂຕ ເທົ່າທຽມກັນ ປະກອບສ່ວນຫລາຍໃຫ້ແກ່ GDP ໃນ 3 ເດືອນຕົ້ນປີ.

ພິເສດ ຈຸດເດັ່ນທີ່ເປັນຫນ້າສົນໃຈໃນສະພາບການເສດຖະກິດໄຕມາດ 1 ແມ່ນຄວາມຄຶບຫນ້າການປ່ອຍເງິນລົງທຶນຂອງລັດ. ຮອດວັນທີ 31ມັງກອນ ການປ່ອຍເງິນລົງທຶນຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນບັນລຸພຽງ 0,95% ຂອງແຜນການລັດມອບໝາຍໃຫ້, ຮອດທ້າຍເດືອນມີນາ ຕົວເລກນີ້ໄດ້ເພີ່ມຂຶ້ນກວມເອົາ 13,2% ແຜນການຂອງທັງປີ. ທ່ານ ຫງວຽນຫວຽດຟອງ, ຫົວຫນ້າກົມສະຖິຕິການກໍ່ສ້າງ ແລະ ເງິນລົງທຶນ ຖືວ່າ “ລະດັບປ່ອຍເງິນລົງທຶນຂອງລັດໃນໄຕມາດ 1 ໄດ້ສ່ອງແສງໃຫ້ເຫັນບັນດາມາດຕະການຂອງລັດຖະບານ ແມ່ນນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ”.

  “ບັນລຸໄດ້ໝາກຜົນນີ້ ແມ່ນຍ້ອນມີການປ່ຽນແປງໃຫມ່ໃນການບໍລິຫານນະໂຍບາຍຂອງລັດຖະບານ. ຕາມນັ້ນແລ້ວ ລັດຖະບານໄດ້ມອບທຶນແຜນການທັງໝົດໃຫ້ທ້ອງຖິ່ນ ແລະ ບັນດາກະຊວງ ຂະແຫນງການ ນັບແຕ່ຕົ້ນປີ ເຊິ່ງໄດ້ສ້າງເງື່ອນໄຂໃຫ້ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ສາມາດເປັນເຈົ້າການໄດ້. ພ້ອມກັນນັ້ນ ກົດໝາຍວ່າດ້ວຍການລົງທຶນໄດ້ຮັບການປັບປຸງ, ມີຫລາຍຂໍ້ໄດ້ດັດປັບໃຫ້ສະດວກກວ່າ, ຄວາມໄວໃນການປະຕິບັດ ແລະ ການປ່ອຍເງິນລົງທຶນຂອງລັດແມ່ນດີກວ່າເກົ່າ.”

  ໃນສະພາບການເສດຖະກິດທົ່ວໂລກຊຸດໂຊມຢ່າງແຮງ ແລະ ນັບມື້ນັບຈະແຈ້ງກວ່າ, ເລື່ອງ GDP ໄຕມາດ 1 ປີ 2020 ຍັງຄົງສືບຕໍ່ບັນລຸ 3,82% ແລະ ສະພາບການເສດຖະກິດຫວຽດນາມ ມີຫລາຍຈຸດເດັ່ນ ນັ້ນແມ່ນສິ່ງທີ່ຫນ້າຊື່ນຊົມ. ພວກເຮົາເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ ບັນດາວິສາຫະກິດ ແລະ ທຸກແຫລ່ງກຳລັງໃນສັງຄົມ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍໄດ້ ແລະ ເສດຖະກິດຈະໄດ້ຮັບການຟື້ນຟູ, ການເຕີບໂຕກໍ່ຈະບັນລຸລະດັບສູງສົມຄວນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.