ເສດຖະກິດ

ໝູ່ບ້ານອັດສະລິຍະຢູ່ ບິ່ງເຢືອງ

ໝູ່ບ້ານອັດສະລິຍະຢູ່ ບິ່ງເຢືອງ

(VOVWORLD) -ຕາແສງ ແບັກດັ່ງ ແມ່ນໜຶ່ງໃນຈຳນວນໜ້ອຍຕາແສງຂອງແຂວງ ບິ່ງເຢືອງ ທີ່ບໍ່ມີໂຮງງານ, ບໍ່ມີນ້ຳເສຍຈາກເຂດອຸດສາຫະກຳ.

ການປູກຕົ້ນໄມ້ສີຂຽວຢູ່ແຄມທາງ ກໍຈະໄດ້ຮັບການປະຕິບັດ
(ພາບ: danviet.vn)
  ວັນທີ 02  ຕຸລາ 2020, ຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ໄດ້ອະນຸມັດຜ່ານແຜນການປະຕິບັດການທົດລອງກໍ່ສ້າງ “ໝູ່ບ້ານອັດສະລິຍະ” ໃນບໍລິເວນຕາແສງ ແບັກດັ່ງ, ເທດສະບານ ເຕີນອຽນ, ໄລຍະ 2020 – 2025. ນີ້ແມ່ນ “ໝູ່ບ້ານອັດສະລິຍະ” ທຳອິດໃນທົ່ວປະເທດ, ປະກອບສ່ວນຫັນເປົ້າໝາຍການກໍ່ສ້າງຊົນນະບົດໃໝ່ອັດສະລິຍະຂອງແຂວງ ບິ່ງເຢືອງ ໃຫ້ປະກົດຜົນເປັນຈິງ.

        ຕາແສງ ແບັກດັ່ງ ແມ່ນໜຶ່ງໃນຈຳນວນໜ້ອຍຕາແສງຂອງແຂວງ ບິ່ງເຢືອງ ທີ່ບໍ່ມີໂຮງງານ, ບໍ່ມີນ້ຳເສຍຈາກເຂດອຸດສາຫະກຳ. ໃນອະນາຄົດ, ແຫ່ງນີ້ຈະທັງເປັນບ່ອນທີ່ເປັນໜ້າດຳລົງຊີວິດ, ເປັນມິດກັບສິ່ງແວດລ້ອມ, ທັງແມ່ນບ່ອນພັດທະນາກະສິກຳອັດສະລິຍະ, ພັດທະນາການທ່ອງທ່ຽວຊີວະພາບ, ກາຍເປັນສັນຍາລັກສີຂຽວໃຫ້ແກ່ແຂວງ ບິ່ງເຢືອງ. ປະຊາຊົນຢູ່ຕາແສງ ແບກດັ່ງ ມີຄວາມມ່ວນຊື່ນດີໃຈ ເມື່ອສະຖານທີ່ແຫ່ງນີ້ຈະໄດ້ຮັບການລົງທຶນໃຫ້ກາຍເປັນໝູ່ບ້ານອັດສະລິຍະ.

-     ຂ້າພະເຈົ້າເຫັນວ່າ ສິ່ງນີ້ແມ່ນດີທີ່ສຸດໃນວຽກງານກໍ່ສ້າງຊົນນະບົດໃໝ່.

-     ພວກຂ້າພະເຈົ້າຕັດສິນໃຈສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຮັບປະກັນແຫຼ່ງນ້ຳສະອາດ, ຮັບປະກັນການຫາເງິນລ້ຽງຊີບ.

ຕາມທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງເຢືອງ ມາຍຮຸ່ງຢຸ໋ງ ແລ້ວ, ເປົ້າໝາຍຈຸດສຸມຂອງການປະຕິບັດແຜນຮ່າງກໍ່ສ້າງ “ໝູ່ບ້ານອັດສະລິຍະ” ແບັກດັ່ງ ແມ່ນເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ບົນພື້ນຖານນັ້ນ, ເທດສະບານ ເຕີນອຽນ ໄດ້ສຸມແຫຼ່ງກຳລັງລົງທຶນໃຫ້ແກ່ຕາແສງ ແບັກດັ່ງ ປະຕິບັດສຳເລັດ ແລະ ຍົກສູງມູນຄ່າຜະລິດຕະພັນກະສິກຳ, ສົມທົບການທ່ອງທ່ຽວ ກັບການຜະລິດກະສິກຳ… “ໝູ່ບ້ານອັດສະລິຍະ” ໄດ້ນຳໃຊ້ບັນດາໂປຼແກຼມເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຄຸ້ມຄອງການຜະລິດ, ຄຸ້ມຄອງສິ່ງແວດລ້ອມ. ພ້ອມກັນນັ້ນ, ບັນດາກິດຈະກຳພົ້ນເດັ່ນຄື: ລະບົບໄຟເຍືອງທາງປະຢັດພະລັງງານ, ກ້ອງວົງຈອນປິດ, ການປູກຕົ້ນໄມ້ສີຂຽວຢູ່ແຄມທາງ ກໍຈະໄດ້ຮັບການປະຕິບັດ. Wifi ຄວາມໄວສູງໂດຍບໍ່ເສຍຄ່າ ກໍ່ໄດ້ຮັບການຕິດຕັ້ງຢູ່ບັນດາເຂດເຕົ້າໂຮມຊຸມຊົນ. ທ່ານ ດວ່ານຮົ່ງເຕືອຍ, ປະທານຄະນະກຳມະການປະຊາຊົນຕາແສງ ເຕີນອຽນ, ໃຫ້ຮູ້ວ່າ:

“ເພື່ອພັດທະນາໝູ່ບ້ານອັດສະລິຍະ, ກ່ອນອື່ນໝົດ ພວກຂ້າພະເຈົ້າລົງທຶນລະບົບດອກໄຟ led ໃນບໍລິເວນຕາແສງ ແລະ ບ້ານທັງໝົດ. ທີ 2 ການຕິດກ້ອງວົງຈອນປິດ ຢູ່ເຂດ 4 ແຍກ, ເສັ້ນທາງຫຼັກ. ທີ 3 ແມ່ນຍົກລະດັບ, ເປີດກວ້າງບັນດາເສັ້ນທາງໃນບໍລິເວນຕາແສງ ແບັກດັ່ງ”.

ໃນຂະນະນັ້ນ, ຕາມການນຳພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງເຢືອງ ແລ້ວ, ທາງພະແນກໄດ້ສົມທົບກັນຜັນຂະຫຍາຍບັນດາໂຄງການພັດທະນາການຜະລິດ ສົມທົບກັບໂຄງການລົງທຶນເຂົ້າໃນກະສິກຳ, ຊົນນະບົດໃນບໍລິເວນຕາແສງ ແບັກດັ່ງ. ໄປພ້ອມກັນນັ້ນ, ກໍນຳເຕັກນິກເຂົ້າໃນການປູກຝັງ, ບົວລະບັດ, ປຸງແຕ່ງຜະລິດຕະພັນຕົ້ນໄມ້ກິນໝາກ ແລະ ໂປຼແກຼມຊອກຫາຕົ້ນກຳເນີດ ເພື່ອຄຸ້ມຄອງຄຸນນະພາບຜະລິດຕະພັນ. ຊາວກະສິກອນໄດ້ຮັບການໜູນຊ່ວຍດ້ານຂໍ້ມູນການຜະລິດກະສິກຳຢູ່ເຂດສວນ, ໜູນຊ່ວຍການຜະລິດຫຼາຍກວ່າ ເພື່ອກ້າວໄປເຖິງການສ້າງຮູບແບບສະຫະກອນດີຈີຕອນ ແລະ ຜັນຂະຫຍາຍບາງການບໍລິການດີຈີຕອນເທື່ອລະກ້າວ. ທ່ານ ຟ້າມວັນບົງ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

“ພັດທະນາບັນດາຕົ້ນໄມ້ກິນໝາກ, ຕົ້ນໄມ້ອຸດສາຫະກຳ, ກະສິກຳອົງຄະທາດ, ກະສິກຳຊີວະພາບ, ຮັບປະກັນຊີວະພາບ, ໃນນັ້ນຕິດພັນກັບໂຄງການ OCOP ສ້າງຕາແສງໜຶ່ງມີຜະລິດຕະພັນໜຶ່ງ. ນັ້ນແມ່ນການຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ກໍຄືບັນດາຟາມ, ສະຫະກອນມີເຄື່ອງໝາຍການຄ້າສ້າງຂຶ້ນ ເພື່ອຍົກສູງຄຸນນະພາບບັນດາຜະລິດຕະພັນ”.

ພ້ອມກັບແຜນຮ່າງກໍ່ສ້າງນະຄອນອັດສະລິຍະ, ແຜນຮ່າງກໍ່ສ້າງໝູ່ບ້ານອັດສະລິຍະຂອງແຂວງ ບິ່ງເຢືອງ ໄດ້ “ສ້າງເປັນເຄື່ອງໝາຍນຳໜ້າ” ໃນວິວັດການນຳໃຊ້ດີຈີຕອນ, ເປີດກຳລັງໜູນພັດທະນາໃໝ່ໃຫ້ທັງແຂວງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.