ເສດຖະກິດ

ໝູນໃຊ້ການຄ້າເອເລັກໂຕນິກ ເພື່ອຍູ້ແຮງການສົ່ງອອກທາງໄກຂ້າມຊາຍແດນ

ໝູນໃຊ້ການຄ້າເອເລັກໂຕນິກ ເພື່ອຍູ້ແຮງການສົ່ງອອກທາງໄກຂ້າມຊາຍແດນ

(VOVWORLD) - ດ້ວຍມີບັນດາທ່າໄດ້ປຽບກວ່າເມື່ອທຽບໃສ່ການຄ້າທຳມະດາ, ການຄ້າເອເລັກໂຕນິກ ໄດ້ ແລະ ພວມກາຍເປັນມາດຕະການໂດຍບັນດາວິສາຫະກິດ ຫວຽດນາມ ໝູນໃຊ້ເພື່ອຊຸກຍູ້ການສົ່ງອອກ. ເລື່ອງເຂົ້າຮ່ວມການຄ້າເອເລັກໂຕນິກຢ່າງວ່ອງໄວ ບໍ່ພຽງແຕ່ຊ່ວຍວິສາຫະກິດເພີ່ມລາຍຮັບຈາກການຂາຍສິນຄ້າ, ເປີດກວ້າງຂອບຂະຫນາດການຜະລິດເທົ່ານັ້ນ ຫາກຍັງສາມາດເພີ່ມລະດັບການເຫັນໄດ້ລັກສະນະແກ້ງແຍ່ງຂອງຜະລິດຕະພັນ ຫວຽດນາມ ຢູ່ໃນຕະຫລາດໂລກອີກດ້ວຍ.


ການຄ້າເອເລັກໂຕນິກ ໄດ້ ແລະ ພວມກາຍເປັນມາດຕະການຊື່ງໄດ້ຮັບການນິຍົມໃຊ້ຈາກບັນດາວິສາຫະກິດ ຫວຽດນາມ ເພື່ອຊຸກຍູ້ການສົ່ງອອກ.ພາບປະກອບ: BNEWS/TTXVN
 
 

ປະຈຸບັນ, ຫວຽດນາມ ແມ່ນພື້ນຖານເສດຖະກິດເປີດ, ມີຄວາມຂະຫຍັນຂັນເຄື່ອນ ດ້ວຍການລົງນາມໃນສັນຍາການຄ້າເສລີ (FTA) ຫລາຍສະບັບກັບຫລາຍຄູ່ຮ່ວມມືໃຫຍ່. ຫວຽດນາມ ກໍ່ພວມກາຍເປັນສູນສະຫນອງ, ຜະລິດສິນຄ້າໃຫມ່ຢູ່ ພາກພື້ນ ອາຊີ. ດ້ວຍບັນດາທ່າໄດ້ປຽບດັ່ງກ່າວ ພ້ອມກັບເລື່ອງຍົກສູງຄຸນນະພາບຂອງຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ກຳລັງຄວາມສາມາດ ແລະ ການຫັນເປັນດິຈີຕອນຢ່າງແຮງ ໄດ້ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ຍູ້ແຮງການສົ່ງອອກຂ້າມຊາຍແດນຜ່ານຊ່ອງການຄ້າເອເລັກໂຕນິກ.

ທ່ານ ໂຕງຽບຊຽວ, ຮອງຫົວຫນ້າ ບໍລິສັດ ຜະລິດ ແລະ ການຄ້າການບໍລິການ ແຮ່ງແຊງ ຈຳກັດຜູ້ດຽວ ແບ່ງປັນວ່າ: ແຕ່ປີ 2019 ບໍລິສັດໄດ້ເຂົ້າຮ່ວມຊ່ອງການຄ້າເອເລັກໂຕນິກ Alibaba. ນັບແຕ່ນັ້ນເປັນຕົ້ນໄປ, ລາຍຮັບຂອງບໍລິສັດຢູ່ຕະຫລາດສາກົນ ບັນລຸລະດັບກວ່າ 150.000 USD. ປະຈຸບັນ  ຜ່ານ Alibaba, ບໍລິສັດ ໄດ້ສົ່ງສິນຄ້າໄປຂາຍຢູ່ 7 ປະເທດແລ້ວ.

 “ນັບແຕ່ເມື່ອເຂົ້າຮ່ວມ ທາງບໍລິສັດໄດ້ຮັບໃບສັ່ງຊື້ສິນຄ້າຫລາຍສະບັບຈາກລູກຄ້ານາໆຊາດ. ລາຍຈ່າຍໃຫ້ສຳລັບໃບສັ່ງຊື້ສິນຄ້າສົ່ງໄປຍັງຕ່າງປະເທດແມ່ນປະມານກວ່າ 100 ລ້ານ USD.  ແຕ່ປະຕິບັດທາງ online ລາຍຈ່າຍຢ່າງຫນ້ອຍສຸດແມ່ນປະມານ 2.000 -3.000 USD ແລະ ເມື່ອລົງທຶນຮ້ານຂາຍເຄື່ອງຜ່ານຊ່ອງການຄ້າເອເລັກໂຕນິກແລ້ວ ມັນຈະໄດ້ຮັກສາການເປີດຕະຫລອດ 24 ຊົ່ວໂມງ”.

ກໍ່ເຊັ່ນດຽວກັນ, ບໍລິສັດ Organic Kentary ຢູ່ ນະຄອນ ໂຮ່ຈິມີນ ໄດ້ສົ່ງອອກໝາກໄມ້ອົບແຫ້ງທາງ online ຜ່ານຊ່ອງການຄ້າເອເລັກໂຕນິກ Alibaba.com ມາເປັນເວລາ ກວ່າ 1 ປີ. ຕາມຜູ້ຕາງຫນ້າບໍລິສັດແບ່ງປັນແລ້ວ, ນັບແຕ່ເມື່ອເຂົ້າຮ່ວມ, ການສົ່ງອອກຂອງບໍລິສັດບັນລຸລະດັບເຕີບໂຕດີ. ສະເພາະ  5 ເດືອນຕົ້ນປີນີ້, ວິສາຫະກິດສົ່ງອອກໄດ້ກວ່າ 2 ລ້ານ USD, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ທັງປີກາຍ.

ສ່ວນບໍລິສັດຫຸ້ນສ່ວນລົງທຶນນຳເຂົ້າສົ່ງອອກ Minmax ກໍ່ຢືນຢັນ: ການດຳເນີນທຸລະກິດຜ່ານຊ່ອງການຄ້າເອເລັກໂຕນິກ ໄດ້ນຳມາເຊິ່ງປະສິດທິຜົນໃຫ້ແກ່ວິສາຫະກິດໃນຊຸມປີມໍ່ໆມານີ້. ທ່ານນາງ ໂຕທິຮົ່ງດຽບ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນລົງທຶນຂາອອກ-ຂາເຂົ້າ Minmax ແບ່ງປັນວ່າ:

 “ບັນດາຄູ່ຮ່ວມມືສາກົນ ແທນທີ່ຊອກແຫລ່ງສິນຄ້າຜ່ານການວາງສະແດງໂດຍກົງ, ຜ່ານຊ່ອງການຄ້າເອເລັກໂຕນິກເພື່ອສາມາດຊອກຫາບັນດານັກສະຫນອງ, ຄູ່ຄ້າ. ນີ້ແມ່ນທ່າອ່ຽງທົ່ວໂລກ, ຂ້າພະເຈົ້າຄິດວ່າ ທັງໝົດວິສາຫະກິດ ຖ້າຫາກພວມມີທິດບືນຕົວອອກສູ່ຕະຫລາດໂລກ ຄວນເຂົ້າຮ່ວມຊ່ອງການຄ້າເອເລັກໂຕນິກ”.

ການສົ່ງອອກຂ້າມຊາຍແດນ ແມ່ນຕະຫລາດທີ່ກວ້າງໃຫຍ່, ສ້າງກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ເກືອບທັງໝົດໃນທຸກຂົງເຂດ, ຂະແຫນງສິນຄ້າ. ເຖິງຢ່າງໃດກໍຕາມ, ເພື່ອພົວພັນຄ້າຂາຍປະສົບຜົນສຳເລັດໃນບັນດາຊ່ອງທາງ ມີລູກຄ້າທີ່ມີຄວາມຕ້ອງການຄຸນນະພາບສິນຄ້າສູງ, ບັນດານັກຜະລິດ, ຈຳຫນ່າຍສິນຄ້າຂອງຫວຽດນາມ ນອກຈາກຄວາມມານະພະຍາຍາມຂອງວິສາຫະກິດເອງແລ້ວ, ຍັງຕ້ອງມີການຫນູນຊ່ວຍ ແລະ ບຳລຸງສ້າງຢ່າງເປັນແບບເປັນແຜນຂອງອົງການທີ່ມີຫນ້າທີ່ຮັບຜິດຊອບ.

ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາການຄ້າເອເລັກໂຕນິກ. ພາບ:Liên Thượng

ປີ 2023, ກະຊວງອຸດສາຫະກຳ ການຄ້າ ໄດ້ສົມທົບກັບ Alibaba.com ກໍ່ສ້າງ ແລະ ນຳຮ້ານຂາຍເຄື່ອງແຫ່ງຊາດ ຫວຽດນາມ - Vietnam Pavilion ເຂົ້າເຄື່ອນໄຫວ ຜ່ານຊ່ອງການຄ້າເອເລັກໂຕນິກນີ້. 100 ວິສາຫະກິດດີເດັ່ນໄດ້ຄັດເລືອກເຂົ້າຮ່ວມຮ້ານຂາຍເຄື່ອງນີ້. ຜ່ານນັ້ນ ທາງກະຊວງ ກໍ່ຫນູນຊ່ວຍວິສາຫະກິດ ສ້າງພາບພົດ, ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ລູກຄ້າສາກົນໃນໄລຍະທຳອິດ. ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາການຄ້າເອເລັກໂຕນິກ, ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ກະຊວງອຸດສາຫະກຳ - ການຄ້າ ຖືວ່າ:

 “ຢູ່ ຫວຽດນາມ ປະຈຸບັນ ມີຜະລິດຕະພັນພິເສດຂອງເຂດພາກຫລາຍຊະນິດ, ແຕ່ເວລາຂາຍສິນຄ້າແມ່ນສ່ວນຫລາຍຕ້ອງຜ່ານບໍລິສັດທີ່ລູກຄ້າມີຄວາມເຊື່ອໃຈ. ເຂົາເຈົ້າເກັບຊື້ແລ້ວ ຫລັງຈາກນັ້ນ ສົ່ງອອກຂ້າມຊາຍແດນ. ສະນັ້ນ ຜູ້ຜະລິດໂດຍກົງບັນດາຜະລິດຕະພັນນັ້ນບໍ່ໄດ້ກຳໄລຫລາຍປານໃດ. ສະນັ້ນ ການຄ້າເອເລັກໂຕນິກຂ້າມຊາຍແດນ ຈະຊ່ວຍໃຫ້ເຂົາເຈົ້າໄດ້ສົ່ງສິນຄ້າໄປຂາຍຢູ່ຕ່າງປະເທດໂດຍກົງໄດ້”.

ປີ 2023, ມູນຄ່າການສົ່ງອອກຜ່ານການຄ້າເອເລັກໂຕນິກຂ້າມຊາຍແດນຂອງຫວຽດນາມ ບັນລຸ 14 ຕື້  USD. ໃນໄລຍະຈະມາເຖິງ, ການຄ້າເອເລັກໂຕນິກຂ້າມຊາຍແດນ ແນ່ນອນວ່າ ຈະເປີດຫລາຍກາລະໂອກາດສົ່ງອອກກວ່າໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ, ຊ່ວຍສິນຄ້າ ຫວຽດນາມ ເພີ່ມຄວາມສາມາດໃຫ້ລູກຄ້າໄດ້ຮູ້ຈັກເຖິງ ແລະ ສ້າງຈຸດຢືນຢູ່ຕະຫລາດທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.