ເສດຖະກິດ

ການ​ທ່ອງ​ທ່ຽວ​ ​ພາກ​ກາງ​ຕອນ​ໃຕ້ - ໄຕ​ງວຽນ​ ເຊື່ອມ​ຕໍ່​ກັນ​ເພື່ອ​ບືນ​ຕົວ​ຂຶ້ນ

ການ​ທ່ອງ​ທ່ຽວ​ ​ພາກ​ກາງ​ຕອນ​ໃຕ້ - ໄຕ​ງວຽນ​ ເຊື່ອມ​ຕໍ່​ກັນ​ເພື່ອ​ບືນ​ຕົວ​ຂຶ້ນ

(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດຫຼາຍບາດກ້າວບຸກທະລຸຍຸດທະສາດກ່ຽວກັບພື້ນຖານໂຄງລ່າງ, ບຸກຄະລາກອນ, ວິທະຍາສາດ - ເຕັກໂນໂລຢີ ແລະ ການເຊື່ອມຕໍ່ເຂດ, ເປີດກາລະໂອກາດເພື່ອໃຫ້ຂະແໜງການທ່ອງທ່ຽວຫັນປ່ຽນຢ່າງແຮງຈາກການພັດທະນາຕາມລວງກວ້າງໄປສູ່ລວງເລິກ, ເພີ່ມມູນຄ່າ ແລະ ລັກສະນະຍືນຍົງ. ໃນນັ້ນ, ການເຊື່ອມຕໍ່ເຂດ ໄຕງວຽນ - ພາກກາງຕອນໃຕ້, ແຄ້ງຮວ່າ ໄດ້ຮັບຄວາມຫວັງວ່າຈະສືບຕໍ່ຮັກສາບົດບາດນຳໜ້າ, ສ້າງກຳລັງໜູນແຜ່ກະຈາຍໃຫ້ທົ່ວເຂດ.

ສູນການທ່ອງທ່ຽວຍາຈາງ, ແຂວງແຄ້ງຮວ່າ (ພາບ: VOV)

ເປັນຄັ້ງທຳອິດທີ່ ອ້າຍ ນີເອອີ ພາຄອບຄົວຈາກຕາແສງ ບວນດົນ, ແຂວງ ດັກລັກ ໄປຕົວເມືອງແຂວງ ແຄ້ງຮວ່າ ພັກຜ່ອນຢ່ອນອາລົມ, ອ້າຍແບ່ງປັນຄວາມຮູ້ສຶກ ເມື່ອໄດ້ສຳຜັດກັບຄື້ນ ແລະ ສາຍລົມຢູ່ທະເລ ແລະ ຮັບປະທານອາຫານທະເລ. ອ້າຍ ນີເອອີ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມາແຫ່ງນີ້, ຊົມຖະໜົນທະເລ ຍາຈາງ, ແລ້ວໄປ ອາບນ້ຳຢູ່ທະເລ ຢົກເລັດ, ທະເລຢູ່ທີ່ນີ້ສວຍງາມທີ່ສຸດ ແລະ ພວກຂ້າພະເຈົ້າຍັງໄດ້ຮັບປະທານອາຫານທະເລຊະນິດຕ່າງໆ. ຖ້າເສັ້ນທາງຄວາມໄວສູງ ແຄ້ງຮວ່າ - ບານເມທວດ ກໍ່ສ້າງສຳເລັດ, ການແລກປ່ຽນຄ້າຂາຍຈະສະດວກກວ່າ,  ແລະແຂກທ່ອງທ່ຽວຈະມາທ່ຽວຫຼາຍກວ່າ.

ໂດຍກຳໄດ້ຄວາມຕ້ອງການຂອງແຂກທ່ອງທ່ຽວ, ວິສາຫະກິດຫຼາຍແຫ່ງ ຢູ່ ດັກລັກ, ແຄ້ງຮວ່າ ພວມສ້າງບັນດາຜະລິດຕະພັນທ່ອງທ່ຽວລະຫວ່າງເຂດ, ເປີດກວ້າງສະຖານທີ່ທ່ອງທ່ຽວ ແທນທີ່ຂຸດຄົ້ນ ສະຖານທີ່ທ່ອງທ່ຽວແຫ່ງດ່ຽວ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ວິສາຫະກິດສ້າງບັນດາ tour ເສັ້ນທາງໜຶ່ງ - ທ່ອງທ່ຽວໄດ້ຫຼາຍ”, ຫັນປ່ຽນການທ່ອງທ່ຽວພາກພື້ນ ຈາກການຂຸດຄົ້ນຄວາມສາມາດບົ່ມຊ້ອນໄປສູ່ການພັດທະນາແບບຍືນຍົງ, ມີລວງເລິກເທື່ອລະກ້າວ. ທ່ານ ຫງວຽນມິງຈີ, ບໍລິສັດທ່ອງທ່ຽວ ມິງຈີ Travel, ແຂວງ ດັກລັກ, ໃຫ້ຮູ້ວ່າ ບັນດາວິສາຫະກິດ ທ່ອງທ່ຽວຢູ່ ແຄ້ງຮວ່າ ແລະ ດັກລັກ ພວມເປັນເຈົ້າການສ້າງຜະລິດຕະພັນເຊື່ອມຕໍ່ເຂດ.

ເຂດພາງກາງຕອນໃຕ້ - ໄຕງວຽນມີຫຼາຍຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ພົ້ນເດັ່ນ (ພາບ: VOV)

ເສັ້ນທາງໜຶ່ງຈະມີສະຖານທີ່ທ່ອງທ່ຽວຕື່ມອີກຫຼາຍແຫ່ງ, ເສັ້ນທາງນັ້ນ ທັງມີທະເລ, ມີປ່າ, ມີວັດທະນະທຳ, ອາຫານການກິນ. ເສັ້ນທາງຈະເຊື່ອມຕໍ່ ດັກລັກ ແລະ ແຄ້ງຮວ່າ ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ສົມບູນ. ໃນການທ່ອງທ່ຽວ 3 ວັນ, ແຂກທ່ອງທ່ຽວຈະໄດ້ ອາບນ້ຳທະເລຢູ່ແຄ້ງຮວ່າ, ໄດ້ຄົ້ນຫານ້ຳຕົກຕາດ ເງັງຟອງ ຢູ່ທາງທິດຕາເວັນອອກ ດັກລັກ, ແລະໄປ ຄົ້ນຫາວັດທະນະທຳ, ຫ້ວຍນ້ຳ, ພູຜາປ່າໄມ້, ໜອງ, ນ້ຳຕົກຕາດຢູ່ດັກລັກ.

ທ່ານ ເລຈີກົງ, ຫົວໜ້າພະແນກການທ່ອງທ່ຽວ, ມະຫາວິທະຍາໄລ ຍາຈາງ, ໃຫ້ຂໍ້ສັງເກດວ່າ ໄຕງວຽນ - ພາກກາງຕອນໃຕ້ ແມ່ນສະຖານທີ່ພັດທະນາຈຳເພາະ, ທັງມີປ່າ - ທະເລ - ພູພຽງ ແລະ ສີສັນວັດທະນະທຳບັນດາເຜົ່າ. ເຖິງຢ່າງໃດກໍຕາມ, ບັນຫາໃຫຍ່ທີ່ຕ້ອງແກ້ໄຂໃນປັດຈຸບັນ ນັ້ນແມ່ນພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ ແຄ້ງຮວ່າ - ດັກລັກ ຍັງບໍ່ທັນຄົບຊຸດ, ການໂດຍສານເສຍເວລາຫຼາຍ, ເຊິ່ງໄດ້ສົ່ງຜົນສະທ້ອນເຖິງການສ້າງ tour ທ່ອງທ່ຽວເຊື່ອມຕໍ່ເຂດ. ຄຽງຄູ່ກັນນັ້ນແມ່ນຂໍ້ຈຳກັດກ່ຽວກັບບຸກຄະລາກອນ ແລະ ຄວາມສາມາດນຳໃຊ້ວິທະຍາສາດ - ເຕັກໂນໂລຢີ ກໍ່ພວມກີດຂວາງການບຸກທະລຸຂອງການທ່ອງທ່ຽວເຂດ. ທ່ານ ເລຈີກົງ ຖືວ່າ ບັນດາບຸກທະລຸຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ກຳນົດນັ້ນແມ່ນ “ການແກ້ໄຂ” ຂໍ້ຈຳກັດເຫຼົ່ານີ້:

ຕາມຂ້າພະເຈົ້າແລ້ວ ການບຸກທະລຸກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງຈະສ້າງເງື່ອນໄຂໃຫ້ການສ້າງບັນດາເສັ້ນທາງ ແລະ ສະຖານທີ່ທ່ອງທ່ຽວເຊື່ອມຕໍ່ເຂດ, ເຊື່ອມຕໍ່ ລະຫວ່າງເຂດພູພຽງ ແລະ ເຂດແຄມທະເລຢ່າງມີປະສິດທິຜົນ, ຜ່ານນັ້ນກຈະແກ່ຍາວເວລາພັກເຊົາ, ເພີ່ມມູນຄ່າໃຊ້ຈ່າຍ ແລະ ຍົກສູງກຳລັງແກ້ງແຍ້ງຂອງສະຖານທີ່ທ່ອງທ່ຽວ. ທີສອງ, ການພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວທີ່ມີຄຸນນະພາບສູງ, ຕິດພັນກັບ ວັດທະນະທຳ - ຊີວະພາບຈຳເພາະຂອງເຂດ, ຈະປະກອບສ່ວນຍົກສູງຄຸນນະພາບການບໍລິການ, ຊຸກຍູ້ການທ່ອງທ່ຽວວົງຄະນະຍາດ ແລະ ສ້າງເງື່ອນໄຂຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ຊາວທ້ອງຖິ່ນ.

 ໃນໄລຍະເວລາສັ້ນໆ, ແຂກທ່ອງທ່ຽວອາດສາມາດລົງຕົວຈິງກັບເສັ້ນທາງທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ລວມມີ: ທະເລ, ປ່າ, ວັດທະນະທຳ (ພາບ: VOV)

ກຳແໜ້ນທິດທາງໃຫຍ່ທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ກຳນົດ, ປະຊາຄົມວິສາຫະກິດ ແຄ້ງຮ່ວາ ພວມເປັນເຈົ້າການມຸ່ງໄປເຖິງບັນດາຜະລິດຕະພັນທີ່ມີການລົງຕົວຈິງສູງ, ເພີ່ມຄຸນນະພາບການບໍລິການ ແລະ ການເຊື່ອມຕໍ່ລະບົບມູນຄ່າ. ທ່ານ ຟ້າມມິງຍຶດ ປະທານສະມາຄົມການທ່ອງທ່ຽວແຂວງ ແຄ້ງຮວ່າ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະໝູນໃຊ້ທຸກສິ່ງທຸກຢ່າງທີ່ຕົນເອງມີຢູ່ແລ້ວໃນປັດຈຸບັນ, ຕ້ອງເຮັດແນວໃດເພື່ອສ້າງບັນດາລາຍການຜະລິດຕະພັນ, ການບໍລິການ, ເພີ່ມຄຸນນະພາບໃນການຮັບໃຊ້. ເປົ້າໝາຍແມ່ນເພື່ອໃຫ້ແຂກທ່ອງທ່ຽວມາແຂວງ ແຄ້ງຮວ່າ ຫຼາຍກວ່າອີກ ແລະ ການເຕີບໂຕບັນລຸໄດ້ເປົ້າໝາຍນຳສອງຕົວເລກຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ຕ້ອງສ້າງທີ່ຕັ້ງຄືນໃໝ່, ສ້າງໂຄງປະກອບຄືນໃໝ່, ຫັນເປັນດີຈີຕອນ, ພັດທະນາເສດຖະກິດໝູນວຽນ ຕາມທິດສີຂຽວ ແລະ ຍືນຍົງ. ນີ້ບໍ່ພຽງແຕ່ແມ່ນວິທີການແກ້ໄຂ ຫາກຍັງແມ່ນຄວາມຕ້ອງການຈຳເປັນທີ່ຕ້ອງເຮັດອີກດ້ວຍ.

ດ້ວຍເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 18,8 ລ້ານ ເທື່ອຄົນໃນປີ 2026, ແຂວງ ແຄ້ງຮວ່າ ຫວັງວ່າ ການທ່ອງທ່ຽວຈະກາຍເປັນຂະແໜງເສດຖະກິດປາຍແຫຼມ, ປະກອບສວ່ນສຳຄັນໃຫ້ແກ່ໄລຍະການເຕີບໂຕຂອງແຂວງ. ພິເສດ, ເສີມຂະຫຍາຍບົດບາດນຳພາ, ໜູນຊ່ວຍ ບັນດາທ້ອງຖິ່ນໃນພາກກາງຕອນໃຕ້ - ໄຕງວຽນຢ່າງແຮງຂອງແຂວງແຄ້ງຮວ່າ . ທ່ານ ຫງວຽນລອງບຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ແຄ້ງຮວ່າ ເນັ້ນໜັກວ່າ:

ພວກເຮົາຕ້ອງເຊື່ອມຕໍ່, ສ້າງບັນດາຜະລິດຕະພັນທີ່ມີສີສັນສະເພາະ. ພວກເຮົາມີຫຼາຍໂອກາດຍ້ອນມີຫຼາຍສີສັນ, ບໍລິເວນເພື່ອພັດທະນາ. ໃນໄລຍະຈະມາເຖິງຕ້ອງສຸມໃສ່ຫຼາຍໂຄງການ, ເຫດການ, ເພີ່ມຖ້ຽວບິນ, ສ້າງເສັ້ນທາງໃໝ່ຕື່ມອີກ, ຈັດຕັ້ງບັນດາລາຍການ, ເຫດການທີ່ມີຂອບຂະໜາດໃຫຍ່, ສົ່ງເສີມການໂຄສະນາກໍ່ຕ້ອງສົມກັບລະດັບ.

ໃນສະພາບການໃໝ່, ການເຊື່ອມຕໍ່ເຂດ ໄຕງວຽນ - ພາກກາງຕອນໃຕ້ ບໍ່ພຽງແຕ່ແມ່ນວິທີການໃນສະເພາະໜ້າເທົ່ານັ້ນ ຫາກຍັງແມ່ນທິດທາງຍຸດທະສາດໄລຍະຍາວ. ເມື່ອພື້ນຖານໂຄງລ່າງໄດ້ຮັບການລົງທຶນ, ວິສາຫະກິດປ່ຽນແປງໃໝ່ຈິນຕະນາການ, ທ້ອງຖິ່ນຕ້ອງເປັນເຈົ້າການສ້າງບໍລິເວນພັດທະນາ, ຂະແໜງການທ່ອງທ່ຽວແຂວງ ແຄ້ງຮວ່າ ເວົ້າສະເພາະ ແລະ ພາກກາງຕອນໃຕ້ ເວົ້າລວມ ສາມາດບືນຕົວຂຶ້ນ, ປະກອບສ່ວນໃຫ້ແກ່ເສດຖະກິດເຂດ ແລະ ປະເທດນັບມື້ນັບຫຼາຍກວ່າອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.