ເສດຖະກິດ

ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຂອງຫວຽດນາມປີ 2018

ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ຂອງຫວຽດນາມປີ 2018

(VOVWORLD) - 8 ຕື້ USD ນັ້ນແມ່ນມູນຄ່າການສົ່ງອອກ ຊື່ງຂະແຫນງຜະລິດຕະພັນໄມ້ຫວຽດນາມ ບັນລຸໄດ້ໃນປີ 2017. ນີ້ແມ່ນສິ່ງທີ່ບໍ່ຄາດຄິດ ເພາະວ່ານີ້ແມ່ນຕົວເລກຄາດຄະເນໃຫ້ປີ 2020 ແຕ່ປີ 2017 ບັນລຸໄດ້ແລ້ວ. ປະຈຸບັນ ຂະແຫນງປຸງແຕ່ງໄມ້ ແລະ ຜະລິດຕະພັນໄມ້ ພວມຍາດແຍ່ງບັນດາເງື່ອນໄຂສະດວກກ່ຽວກັບຕະຫລາດ ແລະ ວັດຖຸດິບ ເພື່ອບັນລຸຄາດໝາຍສົ່ງອອກສູງກວ່າໃນປີ 2018.

ສາຍເຫດຕົ້ນຕໍຊ່ວຍໃຫ້ຂະແຫນງໄມ້ບັນລຸໄດ້ການເຕີບໂຕດີພໍສົມຄວນໃນໄລຍະຜ່ານມາ ກ່ອນອື່ນໝົດແມ່ນຍ້ອນມີຄວາມເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບ

ປິ 2017 ເປັນຂີດໝາຍແຫ່ງຜົນສຳເລັດຂອງຂະແຫນງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ເວົ້າລວມ, ເມື່ອບັນລຸລະດັບການເຕີບໂຕກວ່າ 2,9%, ລື່ນກາຍຄາດໝາຍຊື່ງລັດຖະບານໄດ້ວາງອອກແມ່ນ 2,8%. ໃນໝວດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ, ໄມ້ ແລະ ຜະລິດຕະພັນໄມ້ ນຳຫນ້າກ່ຽວກັບວົງເງິນສົ່ງອອກ, ກວມເອົາກວ່າ 27% ຍອດວົງເງິນສົ່ງອອກຂອງໝວດສິນຄ້ານີ້. ເປັນຫນ້າສົນໃຈນັ້ນແມ່ນການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໄປຍັງຕະຫລາດສົ່ງອອກຕົ້ນຕໍທັງໝົດ ລ້ວນແຕ່ເພີ່ມຂຶ້ນວົງເງິນສົ່ງອອກ ບັນລຸ 8 ຕື້ USD, ໃນຂະນະການສົ່ງອອກເກີນດຸ່ນບັນລຸ 5,5 ຕື້ USD. ໄມ້ ແລະ ຜະລິດຕະພັນໄມ້ສ່ວນຫລາຍແມ່ນສົ່ງອອກໄປຍັງຕະຫລາດ ອາເມລິກາ, ກວມເອົາ 43% ໃນຍອດວົງເງິນສົ່ງອອກຂອງໝວດສິນຄ້ານີ້. ນອກນັ້ນ ແມ່ນສົ່ງອອກໄປຍັງບັນດາຕະຫລາດເດີມຄື: ຈີນ, ຍີ່ປຸ່ນ, ສເກົາຫລີ… ໃນຫລາຍປີມານີ້, ການສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໄປຍັງຕະຫລາດ EU ກໍ່ກວມເອົາປະມານ 10% ຍອດວົງເງິນສົ່ງອອກ, ບັນລຸກວ່າ 600 – 700 ລ້ານ USD/ປີ. ຄາດຄະເນວ່າ ເມື່ອສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ ຈະສ້າງບາດກ້າວບຸກທະລຸຢ່າງແທ້ຈິງໃຫ້ແກ່ການສົ່ງອອກໄປຍັງຕະຫລາດນີ້. ຢູ່ຕະຫລາດໃຫຍ່ສຳລັບເຄື່ອງເຟີນີເຈີ ຫລາຍແຫ່ງຄື: ອາເມລິກາ, ອີຢູ, ຍີ່ປຸ່ນ.. ເຄື່ອງເຟີນີເຈີ ຂອງຫວຽດນາມ ພຽງຢືນຢູ່ອັນດັບຖັດຈາກຈີນ ກ່ຽວກັບມູນຄ່າການສົ່ງອອກ. ມີຜະລິດຕະພັນເຄື່ອງເຟີນີເຈີສົ່ງອອກຫລາຍປະເພດບັນລຸການເຕີບໂຕຢ່າງລຽນຕິດຢູ່ບັນດາຕະຫລາດທີ່ມີລັກສະນະເປັນປົກກະຕິສູງຄື: ອາເມລິກາ, ອີຢູ, ອົດສະຕາລີ…. ສິ່ງນີ້ສະແດງໃຫ້ເຫັນລັກສະນະຕັ້ງຫນ້າ, ເປັນເຈົ້າການຂອງບັນດາວິສາຫະກິດຫວຽດນາມ ໃນການຍູ້ແຮງການໝູນໃຊ້ເຕັກນິກເຕັກໂນໂລຊີສູງເຂົ້າໃນການຜະລິດ ເພື່ອແນໃສ່ສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບເປັນປົກກະຕິ ແລະ ມີລັກສະນະແກ້ງແຍ້ງສູງ. ທ່ານ ຫວູຫາຍບັງ, ປະທານ ສະພາບໍລິຫານບໍລິສັດ Woodland ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຜະລິດບັນດາຜະລິດຕະພັນໃຫມ່ ນັ້ນແມ່ນເຄື່ອງເຟີນີເຈີໃຊ້ໃນຄອບຄົວ. ບັນດາຜະລິດຕະພັນນີ້ຮຽກຮ້ອງໃຫ້ມີຄຸນນະພາບສູງ, ແຕ່ກໍ່ນຳມາເຊິ່ງອັດຕາສ່ວນສູງກວ່າ ແລະ ມີຫລາຍແງ່ຫວັງກວ່າ. ຂ້າພະເຈົ້າຄິດວ່າ ຜະລິດຕະພັນຍິ່ງຫຍຸ້ງຍາກເທົ່າໃດຍິ່ງມີການທ້າທາຍຫລາຍຢ່າງເທົ່ານັ້ນ ແຕ່ເຮົາຜ່ານຜ່າໄປໄດ້ນັ້ນແມ່ນ ໝາກຜົນກໍ່ເໝາະສົມ.”

ການ ປຸງແຕ່ງໄມ້

        ຕາມບັນດາຜູ້ຊ່ຽວຊານແລ້ວ, ສາຍເຫດຕົ້ນຕໍຊ່ວຍໃຫ້ຂະແຫນງໄມ້ບັນລຸໄດ້ການເຕີບໂຕດີພໍສົມຄວນໃນໄລຍະຜ່ານມາ ກ່ອນອື່ນໝົດແມ່ນຍ້ອນມີຄວາມເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບ. ພ້ອມກັບເລື່ອງເພີ່ມກຳລັງແກ້ງແຍ້ງດ້ວຍການບໍລິຫານ, ສະມັດຕະພາບແຮງງານ, ປ່ຽນໃຫມ່ເຕັກໂນໂລຊີປຸງແຕ່ງ, ຂະແຫນງກະສິກຳ ຫວຽດນາມ ຍັງມີຄວາມເປັນເຈົ້າການໃນການຈັດສັນເຂດວັດຖຸດິບ, ຍູ້ແຮງການປູກປ່າໃນເນື້ອທີ່ 4,1 ເຮັກຕາ ເພື່ອຮັບປະກັນປະລິມານໄມ້ສະຫນອງໃຫ້ແກ່ອຸດສາຫະກຳປຸງແຕ່ງ. ພິເສດ ບັນດາສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດໃນຂະແຫນງ ກໍ່ໄດ້ໃຫ້ຄຳໝັ້ນສັນຍາ “ບໍ່ນຳໃຊ້ໄມ້ຂຸດຄົ້ນຢ່າງຜິດກົດໝາຍ” ຜ່ານການຍົກສູງສະຕິໃນການສ້າງລະບົບຄວາມຮັບຜິດຊອບອະພິປາຍຕົ້ນກຳເນີດຂອງໄມ້ໃນວິສາຫະກິດ ແລະ ທົ່ວລະບົບສະຫນອງ, ນຳຂະແຫນງປຸງແຕ່ງໄມ້ໃຫ້ກາຍເປັນຂະແຫນງຜະລິດແບບຍືນຍົງດ້ວຍວັດຖຸດິບໄມ້ຖືກຕ້ອງກັບກົດໝາຍ. ທ່ານ ຫງວຽນຈຽນທັງ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Scansia Pacific ຢູ່ ແຂວງ ດົງນາຍ ໃຫ້ຮູ້ວ່າ:

        “ແຫລ່ງວັດຖຸດິບ ຊື່ງພວກຂ້າພະເຈົ້າພວມນຳໃຊ້ສ່ວນຫລາຍແມ່ນໄມ້ເກດສະຫນາ. ໄມ້ເກດສະຫນາຢູ່ພາຍໃນປະເທດ ພວກເຮົາປູກເປັນຈຳນວນຫລວງຫລາຍແຕ່ປະຈຸບັນ, ຊາວກະສິກອນ ຍັງຄົງປູກໃນເນື້ອທີ່ບໍ່ກວ້າງ. ຄາດໝາຍຂອງພວກເຮົາແມ່ນສ້າງເຂດວັດຖຸດິບ 10.000 ເຮັກຕາ, ຈື່ງຕອບສະຫນອງໄດ້ຄວາມຕ້ອງການຂອງບໍລິສັດ.”

            ທ່າອ່ຽງລວມຂອງຂະແຫນງໄມ້ ຫວຽດນາມ ໄດ້ກຳນົດໃນປະຈຸບັນວ່າ ຕ້ອງເຮັດແນວໃດເພື່ອຂະແຫນງປຸງແຕ່ງ, ສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ນັບມື້ນັບນຳມາເຊິ່ງປະສິດທິຜົນສູງກວ່າ. ທ່ານ ຮີ່ງວັນແຫ້ງ, ຮອງປະທານສະມາຄົມເຄື່ອງຫັດຖະກຳ ແລະ ປຸງແຕ່ງໄມ້ ນະຄອນໂຮ່ຈິມີນ (HAWA) ໃຫ້ຮູ້ວ່າ:

        “ບັນດາວິສາຫະກິດຄວນສ້າງຜະລິດຕະພັນ, ແລະ ຕະຫລາດເປັນຫລາຍຮູບແບບ ເພື່ອເປີດກວ້າງອອກ, ພິເສດແມ່ນບັນດາຕະຫລາດຊື່ງຫວຽດນາມ ຫາກໍ່ລົງນາມໃນສັນຍາ FTA. ພວກເຮົາກໍ່ຕ້ອງກະກຽມແຫລ່ງໄມ້ຂອງຕົນເພື່ອ ມີຄວາມເປັນເຈົ້າການເມື່ອລາຄາເພີ່ມຂຶ້ນຢ່າງກະໂດດຂັ້ນ, ຕ້ອງລົງທຶນເພີ່ມທະວີເຕັກໂນໂລຊີເພື່ອເພີ່ມສະມັດຕະພາບ, ຄຸນນະພາບເປັນປົກກະຕິ, ຫລຸດຜ່ອນລາຄາຜະລິດຕະພັນ.”

        ເປັນອັນວ່າ ດ້ວຍເງື່ອນໄຂສະດວກກ່ຽວກັບຕະຫລາດ ແລະ ນັບທັງວັດຖຸດິບ, ຄວາມສາມາດປະຕິບັດຄາດໝາຍສົ່ງອອກເຄື່ອງປ່າຂອງດົງປີ 2018 ບັນລຸ 9 ຕື້USD, ໃນນັ້ນ ໄມ້ ແລະ ຜະລິດຕະພັນໄມ້ກວມເອົາກວ່າ 8,5 ຕື້ USD, ຮອດປີ 2020 ຍອດວົງເງິນສົ່ງອອກເຄື່ອງປ່າຂອງດົງ ບັນລຸ 10 ຕື້ USD ແມ່ນມີຄວາມເປັນໄປໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.