ເສດຖະກິດ

ການສົ່ງອອກປີ 2023: ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ

ການສົ່ງອອກປີ 2023: ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນ

(VOVWORLD) -ການສົ່ງອອກສິນຄ້າພວມຢູ່ໃນໄລຍະຈຸດສຸມໃນຊຸມມື້ທ້າຍປີ 2023 ດ້ວຍຫລາຍໃບສັ່ງຊື້ ຮັບໃຊ້ຄວາມຕ້ອງການຕ້ອນຮັບປີໃຫມ່ຂອງບັນດາຕະຫລາດໃນທົ່ວໂລກ. ທັງໝົດເຫລົ່ານັ້ນລ້ວນແຕ່ໝັ້ນໝາຍຈະນຳມາເຊິ່ງໝາກຜົນສູງສຸດໃນການເຄື່ອນໄຫວການຄ້າສາກົນຂອງ ຫວຽດນາມ ໃນໄລຍະ 2023. ຕາມການຄາດຄະເນແລ້ວ, ວົງເງິນການສົ່ງອອກຂອງ ຫວຽດນາມ ອາດຈະບັນລຸກວ່າ 350 ຕື້ USD ໃນປີ 2023.

ໂຮງງານຕັດຫຍິບສົ່ງອອກ ຂອງບໍລິສັດຕັດຫຍິບ Dony ຈຳກັດ, ຢູ່ ນະຄອນໂຮ່ຈິມີນ. ພາບ:Hồng Đạt/TTXVN

ການສົ່ງອອກບັນລຸການເຕີບໂຕເປັນລົບດ້ວຍສອງຕົວເລກນັບຕັ້ງແຕ່ໄຕມາດທໍາອິດຂອງປີ 2023 - ຫຼຸດລົງເຖິງ 11.9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ຕົວເລກນີ້ສະແດງໃຫ້ເຫັນເຖິງສະພາບການທີ່ຫຍຸ້ງຍາກຂອງພື້ນຖານການຜະລິດພາຍໃນປະເທດ - ເມື່ອອຸດສາຫະກຳປຸງແຕ່ງ, ອຸດສາຫະກຳການຜະລິດກວມເອົາ 85 ຫາກວ່າ 90% ຍອດວົງເງິນສົ່ງອອກສິນຄ້າຂອງຫວຽດນາມ.

ໃນສະພາບການສົ່ງອອກບັນດາປະເພດສິນຄ້າຫລັກແຫລ່ງແມ່ນອີງໃສ່ຕະຫຼາດໃຫຍ່ຄື: ອາເມລິກາ, ອີຢູ ນັ້ນ, ຫວຽດນາມ ໄດ້ຍູ້ແຮງການສົ່ງເສີມການຄ້າ, ຮ່ວມສຳພັນກັບບັນດາອົງການການຄ້າ ຫວຽດນາມ ແລະ ທູດການຄ້າຢູ່ຕ່າງປະເທດ ເພື່ອຊອກໂຄສະນາບັນດາຜະລິດຕະພັນທີ່ຫວຽດນາມ ມີທ່າແຮງ, ມີຄຸນນະພາບສູງເຂົ້າໃນບັນດາຕະຫຼາດໃຫມ່; ຍາດແຍ່ງກາລະໂອກາດຈາກສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍທີ່ໄດ້ລົງນາມເພື່ອຍູ້ແຮງການສົ່ງອອກ... ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ:           

“ໃນສະພາບການສົ່ງອອກ, ພວກເຮົາເຫັນວ່າ ການສົ່ງອອກຜັກໝາກໄມ້ ແລະ ການສົ່ງອອກເຂົ້າສານແມ່ນຈຸດເດັ່ນ. ນີ້ແມ່ນໝາກຜົນຕັ້ງຫນ້າ ສະແດງໃຫ້ເຫັນເຖິງການຟື້ນຕົວທີ່ເຂັ້ມແຂງກໍ່ຄືການເປີດກວ້າງຕະຫຼາດ. ໃນຄວາມຫຍຸ້ງຍາກລວມປັດຈຸບັນ, ມີຈຸດດີນັ້ນກໍ່ແມ່ນກໍາລັງການຜະລິດຍັງຄົງຮັກສາໄດ້ດີ. ພວກຂ້າພະເຈົ້າພວມເສີມຂະຫຍາຍການຍາດແຍ່ງບັນດາສັນຍາການຄ້າເສລີ (FTA) ເພື່ອຮັກສາການສົ່ງອອກໄປຍັງຕະຫຼາດຕົ້ນຕໍ”.

ຈາກໝາກຜົນການສົ່ງອອກຜັກໝາກໄມ້ຂອງ ຫວຽດນາມ ພາຍຫລັງ 11 ເດືອນ, ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ຄາດຄະເນວ່າຈະບັນລຸການສົ່ງອອກຂຶ້ນເຖິງ 5,6 ຕື້  USD, ເຊິ່ງແມ່ນລະດັບສະຖິຕິຂອງຂະແຫນງນີ້ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານ ດັ້ງຟຸກງວຽນ, ເລຂາທິການ ສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:                            

“ລັດຖະບານ ແລະ ກະຊວງກະສິກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຈລະຈາເພື່ອເປີດປະຕູການຕະຫຼາດ, ລົງນາມໃນສັນຍາ, ອະນຸສັນຍາຫລາຍສະບັບກັບຈີນ ກໍຄືປະເທດອື່ນໆ, ເພື່ອໃຫ້ບັນດາຜະລິດຕະພັນກະສິກຳ, ຜະລິດຕະພັນກະເສດ, ຜັກ ແລະ ໝາກໄມ້ຂອງຫວຽດນາມໄດ້ຮັບການຈຳຫນ່າຍຢ່າງກວ້າງຂວາງໃນໂລກ. ນອກຈາກນັ້ນ, ຊາວກະສິກອນ ແລະ ວິສາຫະກິດ ຫວຽດນາມ ຍັງໄດ້ຮັບການແນະນຳກ່ຽວກັບວິທີປູກພືດທີ່ບັນລຸມາດຕະຖານສາກົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມນິຍົມຂອງບັນດາປະເທດນຳເຂົ້າ”.

          “ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ຍອດວົງເງິນນຳເຂົ້າ-ສົ່ງອອກ ໃນປີ 2023 ບັນລຸ 683 ຕື້ USD, ໃນນັ້ນ ການສົ່ງອອກຄາດວ່າຈະບັນລຸ 354,5 ຕື້ USD, ການນຳເຂົ້າ  ບັນລຸ 328,5 ຕື້ USD. ດຸນການຄ້າສືບຕໍ່ຢັ້ງຢືນມູນຄ່າການຄ້າສົ່ງອອກເກີນດຸນຂອງຫວຽດນາມ ເປັນປີທີ 8 ດ້ວຍລະດັບເກີນດຸນເກືອບ 30 ຕື້ USD, ເພີ່ມຂຶ້ນເກືອບ 3 ເທົ່າເມື່ອທຽບໃສ່ປີກາຍ, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຸນການຊຳລະ, ຊ່ວຍຍົກສູງລະດັບສະສົມເງິນຕາຕ່າງປະເທດ, ອັດຕາແລກປ່ຽນເງິນຕາ ແລະ ດັດຊະນີເສດຖະກິດມະຫາພາກອື່ນໆຂອງເສດຖະກິດແມ່ນຢູ່ໃນລະດັບທີ່ເປັນປົກກະຕິ”.

ກ້າວເຂົ້າສູ່ປີ 2024, ເພື່ອໃຫ້ການສົ່ງອອກ-ນຳເຂົ້າບັນລຸໝາກຜົນທີ່ດີ, ໃນສະພາບການຫັນປ່ຽນສີຂຽວ ແມ່ນທ່າອ່ຽງທີ່ຈຳເປັນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ແລະ ພວມສຸມໃສ່ 3 ໝວດມາດຕະການ ເພື່ອແນໃສ່ຫນູນຊ່ວຍວິສາຫະກິດ, ຂະແຫນງສິນຄ້າ, ບັນດາທ້ອງຖິ່ນ. ທ່ານ ຫວູບາຟູ, ຫົວຫນ້າກົມສົ່ງເສີມການຄ້າ ຢືນຢັນວ່າ:                 

“ໄປຄຽງຄູ່ກັບການຍົກສູງກຳລັງຄວາມສາມາດເພື່ອຕອບສະຫນອງມາດຖານການສົ່ງອອກໃໝ່, ບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງຈະເພີ່ມເຕີມ ແລະ ປັບປຸງສຳເລັດບັນດາມາດຖານ, ຂໍ້ກຳນົດກ່ຽວກັບການຫັນປ່ຽນສີຂຽວໃຫ້ແກ່ແຕ່ລະຂົງເຂດສະເພາະ. ພວກຂ້າພະເຈົ້າຍັງໄດ້ສ້າງປະມວນດັດຊະນີກ່ຽວກັບກຳລັງຄວາມສາມາດສົ່ງເສີມການຄ້າ. ລັດຖະບານໄດ້ມີແຜນງານກ່ຽວຂ້ອງເຖິງການສ້າງກອບກົດໝາຍແຕ່ປີ 2023 – 2027 ໃຫ້ສົມບູນແບບ”.

ທ່ານ ຫວູບາຈີ, ຫົວຫນ້າກົມສົ່ງເສີມການຄ້າ ສັງກັດກະຊວງອຸດສາຫະກຳການຄ້າ: ພາບ:Thành Chung/TTXVN

        ສຳລັບວິສາຫະກິດ ຄວນຫັນການພົວພັນດ້ານການຄ້າເປັນຫລາຍຮູບແບບ, ຕີລາຄາຄວາມສ່ຽງ ແລະ ສ້າງແຜນການ, ຍຸດທະສາດຫລຸດຜ່ອນປະລິມານ ກາກບອນ, ລົງທຶນເຂົ້າໃນນະວັດຕະກຳ ແລະ ເຕັກໂນໂລຊີ, ຄວນເຂົ້າຮ່ວມການປະດິດຄິດສ້າງການຮ່ວມມືອຸດສາຫະກຳ. ຖ້າເຮັດໄດ້ຄືແນວນັ້ນ ການເຄື່ອນໄຫວສົ່ງອອກຂອງຫວຽດນາມ ຈຶ່ງຈະພັດທະນາແບບຍືນຍົງໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.