ເສດຖະກິດ

ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້

ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເພື່ອ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້

(VOVWORLD) -ບົດບາດ ແລະ ການກຳນົດທິດພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມໄດ້ກຳນົດໃນຫຼາຍເອກະສານ, ມະຕິສຳຄັນຂອງ ພັກ, ລັດ ແລະ ລັດຖະບານຫຼາຍສະບັບ, ໃນນັ້ນມີມະຕິເລກທີ 53 (ປີ 2005) ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດພາກໃຕ້ທາງທິດຕາເວັນອອກ ແລະ ເຂດເສດຖະກິດຈຸດສຸມພາກໃຕ້ ຮອດປີ 2010 ແລະ ການກຳນົດທິດຮອດປີ 2020. ໃນຊຸມປີຜ່ານມາ, ເຂດເສດຖະກິດຈຸດສຸມທາງພາກໃຕ້ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ພົ້ນເດັ່ນແມ່ນເລື່ອງ GRDP ແລະ ລາຍຮັບສະເລ່ຍຕໍ່ຫົວຄົນຍາມໃດກໍ່ຢືນຢູ່ແຖວໜ້າທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງເຂດໃຫ້ຫຼາຍກ່ວາອີກ, ມີຄຳເຫັນຫຼາຍຢ່າງຖືວ່າ ຍັງຕ້ອງມີວິທີການແກ້ໄຂບັນດາຂໍ້ຄົງຄ້າງທີ່ມີລັກສະນະເປັນເອກະພາບ. ໃນນັ້ນ, ຕ້ອງແຕ່ງຕັ້ງຜູ້ບັນຊາການໃຫຍ່ເພື່ອຮັກສາບົດບາດຊີ້ນຳບໍລິຫານໂດຍໄວ ເພື່ອເຊື່ອມຕໍ່, ປະສານງານລະຫວ່າງບັນດາທ້ອງຖິ່ນ, ແມ່ນບັນຫາທີ່ມີຄວາມຕ້ອງການທີ່ສຸດ.

ນະຄອນໂຮ່ຈີມິນເຂດເສດຖະກິດຈຸດສຸມທາງພາກໃຕ້ (ພາບ: tapchicongsan.org.vn)

ເຂດເສດຖະກິດຈຸດສຸມທາງພາກໃຕ້ລວມມີບັນດາແຂວງບ່າເຣ້ຍຫວູງເຕົາ, ດົ່ງນາຍ, ບິ່ງເຢືອງ, ບິ່ງເຟືອກ, ໄຕນິງ, ລອງອານ, ຕຽນຢາງ ດ້ວຍຈຸດສຸມແມ່ນເຂດນະຄອນໂຮ່ຈີມິນ. ພາຍຫຼັງການປະຕິບັດມະຕິເລກທີ 53 ມາເປັນເວລາ 17 ປີ (2005 - 2022), ມາຮອດປັດຈຸບັນເຂດບັນລຸໄດ້ຫຼາຍຜົນງານສຳຄັນໃນການພັດທະນາເສດຖະກິດສັງຄົມ, ເຊິ່ງສະແດງອອກຜ່ານບັນດາດັດສະນີປະກອບສ່ວນໃຫ້ GDP, ປະກອບສ່ວນໃຫ້ງົບປະມານແຫ່ງລັດ, ພັດທະນາອຸດສາຫະກຳ. ລະອຽດແມ່ນ, ເຖິງວ່າເນື້ອທີ່ກວມເອົາພຽງແຕ່ 9,2 %, ປະຊາກອນກວມເອົາ 17,7% ໃນທົ່ວປະເທດ, ກໍ່ຕາມແຕ່ເຂດເສດຖະກິດຈຸດສຸມທາງພາກໃຕ້ ຍັງມີລາຍຮັບກວມເອົາ 46,3% GDP ໃນປີ 2019, ປະກອບແຕ່ 46% - 50% ເຂົ້າງົບປະມານແຫ່ງລັດໃນແຕ່ລະປີ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງເຂດ ແລະ ນະຄອນໂຮ່ຈີມິນ ສູງທົບ 1,5 – 1,7 ເທົ່າເມື່ອທຽບໃສ່ກັບລາຍຮັບສະເລ່ຍໃນທົ່ວປະເທດ.

ບັນດາຕົວເລກເຕີບໂຕສະແດງໃຫ້ເຫັນທິດພັດທະນາເຂດເສດຖະກິດຈຸດສຸມທາງພາກໃຕ້ແມ່ນຖືກຕ້ອງ. ດ້ວຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ເຂດຍັງສາມາດພັດທະນາຢ່າງແຮງກ່ວາອີກ.

ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ເພື່ອເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນຂອງເຂດ ພ້ອມກັບການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ຍົກຕົວຢ່າງຄື: ລົບລ້າງຈຸດຂ້ອງຄາກ່ຽວກັບການເຊື່ອມຕໍ່ຄົມມະນາຄົມ, ໜຶ່ງໃນບັນດາມາດຕະການແກ້ໄຂ, ໜ້າທີ່ແຖວໜ້າທີ່ຕ້ອງໄດ້ຮັບການຜັນຂະຫຍາຍແມ່ນປະຕິບັດການເຊື່ອມຕໍ່ເຂດ, ສົມທົບກຳລັງແຮງ, ເພີ່ມທະວີການຮ່ວມມື, ສຸມແຫຼ່ງກຳລັງໃຫ້ແກ່ບັນດາທ້ອງຖິ່ນໃນເຂດ. ໃນນັ້ນ, ຕ້ອງຫັນການແກ້ງແຍ້ງແບບກະແຈກກະຈາຍສັບປົນກັນລະຫວ່າງບັນດາທ້ອງຖິ່ນ ກາຍເປັນການຮ່ວມມື ເພື່ອພ້ອມກັນພັດທະນາ. ທ່ານເຈິ່ນກວາງທັ໊ງ, ຫົວໜ້າສະຖາບັນເສດຖະກິດ ແລະ ແຜນຜັງນະຄອນໂຮ່ຈີມິນ ຖືວ່າ:

ຖ້າດີທັງສອງບ່ອນນັ້ນ ແນ່ນອນວ່າຈະມີປັດໄຈແກ້ງແຍ່ງກັນໃດໜຶ່ງ, ແຕ່ຕ້ອງຊຸກຍູ້ທັງການຮ່ວມມືແລການແກ້ງແຍ້ງໄປນຳ. ໃນການແກ້ງແຍ່ງກັນ ຖ້າທ້ອງຖິ່ນມີສ່ວນໃດເຂັ້ມແຂງກ່ວາ, ທ້ອງຖິ່ນນັ້ນຈະເປັນເຈົ້າການໃນການກຳໄດ້ສູນຕິດຕໍ່ພົວພັນ (ນາຍໜ້າ), ມີໄຫວພິບ, ຕັ້ງໜ້າ ແລະ ຄ່ອງແຄ້ວ.

ເຖິງຢ່າງໃດກໍ່ຕາມ, ເຮັດແນວໃດເພື່ອເຊື່ອມຕໍ່, ສົມທົບກຳລັງແຮງສັງລວມຂອງທ້ອງຖິ່ນ ກາຍເປັນແຫຼ່ງກຳລັງເພື່ອພັດທະນາຄືນໃໝ່ ຕ້ອງມີແບບວິທີການແກ້ໄຂ. ກ່ຽວກັບບັນຫານີ້, ນັກຊ່ຽວຊານຫຼາຍທ່ານກໍ່ມີທັດສະນະວ່າ, ຕ້ອງເສີມຂະຫຍາຍບົດບາດຂອງຜູ້ບັນຊາການໃຫຍ່ດ້ວຍສິດອຳນາດທີ່ຄົບຖ້ວນ. ໃນນັ້ນ, ທ່ານ ສຈ.ປອ.  ນາງ ຫງວຽນທິແກ່ງ, ທີ່ປຶກສາສູນການຄົ້ນຄ້ວາເສດຖະກິດ ແລະ ການເງິນ - ມະຫາວິທະຍາໄລເສດຖະກິດກົດໝາຍ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນ ຊີ້ໃຫ້ເຫັນວ່າ, ຕາມຂໍ້ຕົກລົງເລກທີ 2059 ລົງວັນທີ 24 ພະຈິກ ປີ 2015 ຂອງນາຍົກລັດຖະມົນຕີ, ກົງຈັກປະສານງານເຄື່ອນໄຫວຢູ່ເຂດເສດຖະກິດຈຸດສຸມທາງພາກໃຕ້ ແມ່ນຄະນະຊີ້ນຳ ແລະ ສະພາເຂດເສດຖະກິດຈຸດສຸມໄລຍະ 2015 – 2020.

ເຖິງຢ່າງໃດກໍ່ຕາມ, ຂັ້ນຕອນເຄື່ອນໄຫວຍັງມີຂໍ້ຄົງຄ້າງຫຼາຍຢ່າງ. ດັ່ງນັ້ນ, ຕ້ອງຈັດຕັ້ງກົງຈັກຄືນໃໝ່, ຍົກສູງທີ່ຕັ້ງບົດບາດຂອງສະພາເຂດ. ສະພາເຂດຕ້ອງໄດ້ຮັບການເຄື່ອນໄຫວຄືອົງການສະເພາະກິດຂອງລັດຖະບານດ້ວຍໜ້າທີ່ສິດອຳນາດທີ່ຈຳເປັນຢ່າງຄົບຖ້ວນ.

ດັ່ງນັ້ນ, ພວກເຮົາຕ້ອງປັບປຸງສະພາເຂດຄືນໃໝ່, ມອບສິດອຳນາດໃຫ້ແກ່ເຂົາເຈົ້າ, ໃຫ້ເຂົາເຈົ້າດ້ານງົບປະມານ, ໃຫ້ເຂົາເຈົ້າດ້ານຖັນແຖວພະນັກງານວິຊາສະເພາະເພື່ອປະຕິບັດ. ສິ່ງນີ້ຕ້ອງມີແຜນຮ່າງຄົ້ນຄ້ວາຢ່າງເຂັ້ມງວດ ແລະ ບັນດາກະຊວງຂະແໜງການ, ສະພາແຫ່ງຊາດຈຶ່ງຈະຮັບຮອບເອົາ. ຜ່ານນັ້ນ ເຮັດແນວໃດໃຫ້ມີປະສິດທິຜົນ ແລະ ມີການເຄື່ອນໄຫວໃຫ້ເປັນຢ່າງດີ

ກໍມີທັດສະນະດຽວກັນ, ທ່ານ ປ.ອ ເຈິ່ນຫງວຽນດານ, ຄູສອນມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈີມິນ ກໍ່ຖືວ່າ, ເພື່ອເສີມຂະຫຍາຍໄດ້ກຳລັງໃນການເຊື່ອມຕໍ່ເຂດຈຸດສຸມເສດຖະກິດທາງພາກໃຕ້ ຕ້ອງມີການມອບໝາຍໜ້າທີ່ໃຫ້ຜູ້ໜຶ່ງ ຮັບຜິດຊອບຄວາມຮຽກຮ້ອງຂອງບັນດາທ້ອງຖິ່ນພ້ອມກັນແບ່ງປັນ. ຍ້ອນວ່າ ແບ່ງປັນຢູ່ນີ້ແມ່ນເພື່ອພັດທະນາເຂດຢ່າງຮອບດ້ານ, ເມື່ອສັງເກດໃນວົງກ້ວາງແມ່ນເພື່ອພັດທະນາປະເທດຢ່າງຮອບດ້ານ:

ຜູ້ນັ້ນຕ້ອງມີສິດອຳນາດຢ່າງແທ້ຈິງ ແລະ ມີຈິນຕະນາການກ່ຽວກັບທິດທີ່ວ່າ ທົ່ວປະເທດພັດທະນາປະເທດດີ ຕ້ອງພັດທະນາຈາກແກ່ນສານນີ້ອອກ. ຂ້າພະເຈົ້າເຫັນວ່າຕ້ອງມີຜູ້ບັນຊາການໃຫຍ່ໃຫ້ແກ່ເຂດຈຸດສຸມນີ້. ຜູ້ນັ້ນຈະຕ້ອງມີສິດຕັດສິນດ້ວຍຕົນເອງໄດ້ ແລະ ຕ້ອງປະຕັດບັດຢ່າງໄວ ແລະ ຢ່າງແຮງ.

ຢູ່ກອງປະຊຸມສະຫຼຸບ 17 ປີແຫ່ງການປະຕິບັດມະຕິເລກທີ 53 ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຂດພາກໃຕ້ຕາເວັນອອກ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້ ທີ່ໄດ້ດຳເນີນໃນວັນທີ 9 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຊີ້ໃຫ້ເຫັນຢ່າງກົງໄກກົງມາວ່າ ເຂດເສດຖະກິດຈຸດສຸມທາງພາກໃຕ້ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແຕ່ຍັງບໍ່ທັນເສີມຂະຫຍາຍໄດ້ເທື່ອ.

ກົນໄກບັນຊາການເຂດໄດ້ມີຢູ່ແລ້ວ ແຕ່ຍັງບໍ່ທັນຈະແຈ້ງ. ຈາກຄວາມຈິງດັ່ງກ່າວ, ຜູ້ນຳໜ້າລັດຖະບານໃຫ້ຮູ້ວ່າ ຈະຊັ່ງຊາເລືອກເອົາຮອງນາຍົກລັດຖະມົນຕີທ່ານໜຶ່ງ ຫຼື ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ເປັນຜູ້ບັນຊາການ ປະສານງານເຂດເສດຖະກິດຈຸດສຸມທາງພາກໃຕ້. ເຖິງຢ່າງໃດກໍ່ຕາມ, ເພື່ອມີການຕັດສິນສຸດທ້າຍ, ຕ້ອງມີການຄິດໄລ່ຢ່າງລະອຽດ, ຮັບປະກັນປະສິດທິຜົນ ແລະ ແທດຈິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.