ເສດຖະກິດ

ໂກນດ໋າວ - ຂະບວນວິວັດແຫ່ງການພັດທະນາເສດຖະກິດໝູນວຽນທ່າມກາງ ທິວທັດທຳມະຊາດຮົກເຮື້ອເປົ່າຫວ່າງ

ໂກນດ໋າວ - ຂະບວນວິວັດແຫ່ງການພັດທະນາເສດຖະກິດໝູນວຽນທ່າມກາງ ທິວທັດທຳມະຊາດຮົກເຮື້ອເປົ່າຫວ່າງ

(VOVWORLD) - ເຂດພິເສດ ໂກນດ໋າວ ແມ່ນເຂດດິນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ດ້ານການທ່ອງທ່ຽວ, ຊີວະນາໆພັນ ແລະ ແມ່ນຈຸດນັດພົບອັນດູດດື່ມຂອງການ ທ່ອງທ່ຽວຊີວະພາບ, ພັກຜ່ອນບຳລຸງສຸຂະພາບທີ່ມີຄຸນນະພາບສູງ. ໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມກົດດັນຈາກການທ່ອງທ່ຽວທີ່ເປັນຫລາຍຮູບແບບຄືປະຈຸບັນ, ເລື່ອງພັດທະນາ ເສດຖະກິດໝູນວຽນ ແມ່ນມາດຕະການຫລັກແຫລ່ງເພ່ືອຮັບປະກັນການພັດທະນາແບບຍືນຍົງ, ຮັກສາຄວາມງາມແບບທຳມະຊາດ ແລະ ມໍລະດົກຂອງເຂດພິເສດ.


 
ການເຄື່ອນໄຫວປ່ອຍໂຕເຕົ່າລົງທະເລ ຢູ່ ໂກນດ໋າວ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ.
(ພາບ:Lưu Sơn/VOV-TP. Hồ Chí Minh)

ຢູ່ເຂດທ່ອງທ່ຽວຊີວະພາບປ່າຊາຍເລນ ຮ່ອນໄບ໋ແກ້ງ, ຂຶ້ນກັບປ່າສະຫງວນແຫ່ງຊາດ ພິເສດ ໂກນດ໋າວ, ມີກຸ່ມຊາວຫນຸ່ມ ມີຄວາມເບີກບານມ່ວນຊື່ນເມື່ອປ່ອຍໂຕເຕົ່ານ້ອຍລົງທະເລ.

ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວທ່ອງທ່ຽວແບບລົງຕົວຈິງໂດຍໄດ້ຮັບການຍູ້ແຮງໃນໄລຍະມໍ່ໆມານີ້ຢູ່ທ້ອງຖິ່ນ ຊື່ງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ນິຍົມ. ນັກທ່ອງທ່ຽວມານີ້ ບໍ່ພຽງແຕ່ໄດ້ເຂົ້າຮ່ວມບັນດາຮູບແບບການທ່ອງທ່ຽວຕ່າງໆຄື: ຖີບລົດຖີບຢູ່ອ້ອມເກາະ, ຊົມໂຕເຕົ່າອອກໄຂ່ໃນຍາມກາງຄືນ, ປ່ອຍໂຕເຕົ່າລົງທະເລ, ລອຍນ້ຳ ແລະ ຊົມຫີນປະກາລັງ... ຫາກຍັງພ້ອມກັບປະຊາຊົນທ້ອງຖິ່ນເຂົ້າຮ່ວມການເຄື່ອນໄຫວໃນການປົກປັກຮັກສາສິ່ງແວດລ້ອມໂດຍກົງ.

ຜັນຂະຫຍາຍຮູບແບບເສດຖະກິດໝູນວຽນ, ໂກນດ໋າວ ໄດ້ ແລະ ພວມຮັກສາການທະວີຄູນບັນດາຮູບແບບອັນແທດຈິງ. ພິເສດ ແມ່ນຮູບແບບການທ່ອງທ່ຽວ ຫລຸດຜ່ອນຢາງພະລາສະຕິດ ໂດຍມີການເຂົ້າຮ່ວມ 100% ຂອງຮາກຖານພັກເຊົາ, ວິສາຫະກິດເຮັດບໍລິການທ່ອງທ່ຽວ, ການບໍລິການຂົນສົ່ງ. ອ້າຍ ຟ້າມຫງວຽນເຈືອງ, ເຮັດທຸລະກິດການບໍລິການພັກເຊົາຢູ່ ໂກນດ໋າວ - ໂກນດ໋າວ Resort, ແບ່ງປັນວ່າ:

“ຢູ່ ໂກນດ໋າວ - Resort ພວກຂ້າພະເຈົ້າດຳເນີນການເກັບ ແລະ ຈັດແຍກ, ບຳບັດປະເພດສິ່ງເສດເຫລືອຊີວະສາດ. ຕົວຢ່າງຄື: ພວກຂ້າພະເຈົ້າໄປເກັບຊື້ເປືອກໝາກ ພ້າວນຳເອົາມາຜະລິດເປັນຝຸ່ນຊີວະສາດເພື່ອຮັບໃຊ້ການປູກຕົ້ນໄມ້, ໃສ່ຝຸ່ນໃຫ້ຕົ້ນໄມ້ຂຽວ ໃນບໍລິເວນ Resort”.      

ກໍເຊັ່ນດຽວກັນ, ອ້າຍ ຫງວຽນຮວ່າງເຟືອງ, ຜູ້ອຳນວຍການບໍລິສັດການບໍລິການ - ທ່ອງທ່ຽວ ດ໋າວງອກ Travel ຈຳກັດ, ຊື່ງແມ່ນສະມາຊິກຮູບແບບເສດຖະກິດໝູນວຽນ ໃຫ້ ຮູ້ວ່າ: ແຜນນະໂຍບາຍຫັນບັນດາຜະລິດຕະພັນທ່ອງທ່ຽວເປັນສີຂຽວ ແມ່ນການກຳນົດທິດພັດທະນາຂອງວິສາຫະກິດ. ດ້ວຍຮູບແບບ ກາເຟ “ລ່າຊົມຄວາມງາມ ຮຸ່ງອາລຸນຢູ່ ໂກນດ໋າວ” ບໍ່ສົ່ງຜົນກະທົບເຖິງສິ່ງແວດລ້ອມ ພວມໄດ້ແຜ່ຂະຫຍາຍຢ່າງຕັ້ງຫນ້າໃນປະຊາຄົມ, ນັກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ.

“ກາເຟ ລ່າຊົມຄວາມງາມຂອງແສງອາລຸນຮຸ່ງເຊົ້າຢູ່ ໂກນດ໋າວ ແມ່ນຮູບແບບທົດລອງ ດ້ານເສດຖະກິດໝູນວຽນ. ພວກຂ້າພະເຈົ້ານຳໃຊ້ຈອກເຮັດດ້ວຍເຈ້ຍ, ເອົາສິ່ງເສດເຫລືອ ນຳມາຜະລິດເປັນບັນດາຜະລິດຕະພັນທີ່ແຕກຕ່າງຄືນໃຫມ່ ແລະ ສືບຕໍ່ເຮັດໝູນວຽນ”.

ນັກທ່ອງທ່ຽວນິຍົມພາຍເຮືອຢູ່ທະເລ ໂກນດ໋າວ ໃນຍາມສາຍັນ. (ພາບ: Lưu Sơn/VOV-TP. Hồ Chí Minh)

ສ່ວນຢູ່ບັນດາເຂດຊຸມຊົນ, ຮາກຖານການທ່ອງທ່ຽວ, ປະຊາຊົນ ແລະ ວິສາຫະກິດ ໄດ້ສ້າງຫລາຍຮູບແບບຄື: ເຮືອນສີຂຽວ, ບໍ່ນຳໃຊ້ຂວດຢາງພະລາສະຕິກ, ຖົງນີລົງ. ເຂດພິເສດ ໂກນດ໋າວ, ນະຄອນໂຮ່ຈິມິນ (ກ່ອນນີ້ແມ່ນເມືອງ ໂກນດ໋າວ ແຂວງ ບ່າເຣ້ຍ ຫວູງເຕົ່າ) ຕາມແຜນຮ່າງຄົ້ນຄ້ວານຳໃຊ້ຮູບແບບເສດຖະກິດໝູນວຽນຮັບໃຊ້ການພັດທະນາ ເສດຖະກິດ ສັງຄົມ ໂກນດ໋າວ ແບບຍືນຍົງ ໄລຍະ 2022 -2025, ການກຳນົດທິດຮອດປີ 2030, ໄດ້ປະກາດໃຊ້ໃນປີ 2023.

ພາຍຫລັງຜັນຂະຫຍາຍມາເປັນເວລາ 2 ປີ, ໂກນດ໋າວ ບັນລຸໄດ້ບັນດາໝາກຜົນທີ່ຫນ້າ ປະທັບໃຈຄື: ປະລິມານຂີ້ເຫຍື້ອຢາງພະລາສະຕິກໃຊ້ຄັ້ງດຽວຢູ່ ບັນດາຮາກຖານການທ່ອງທ່ຽວຫລຸດລົງ 35 - 40%; ກວ່າ 50% ບ່ອນພັກເຊົາ, ຮ້ານອາຫານນຳໃຊ້ຮູບແບບ “ປອດເຄື່ອງຢາງພະລາສະຕິກໃຊ້ຄັ້ງດຽວ”; ມີຫລາຍຮູບແບບຜະລິດສິ່ງເສດເຫລືອອົງຄະທາດຄືນໃຫມ່ເປັນຝຸ່ນ ໄດ້ທະວີຄູນອອກກວ້າງ; ບັນດາ Tour ທ່ອງທ່ຽວຊີວະພາບ, ຢ້ຽມຊົມທິວທັດທຳມະຊາດ ແລະ ຊອກຮູ້ວັດທະນະທຳທ້ອງຖິ່ນແມ່ນພັດທະນາຢ່າງແຮງ, ດຶງດູດນັກທ່ອງທ່ຽວໃຫ້ມີສະຕິໃນການປົກປັກຮັກສາສິ່ງແວດລ້ອມ.

  ໃນໄລຍະຈະມາເຖິງ, ໂກນດ໋າວ ສືບຕໍ່ເປີດກວ້າງຂອບຂະຫນາດບັນດາຮູບແບບທີ່ມີໃນ ປະຈຸບັນ, ຍູ້ແຮງການສົ່ງເສີມວິສາຫະກິດເຂົ້າຮ່ວມ ແລະ ຄົ້ນຄ້ວາການນຳໃຊ້ບັນດາເຕັກໂນໂລຊີໃຫມ່ໃນການຄຸ້ມຄອງສິ່ງເສດເຫລືອ, ພະລັງງານທົດແທນ ແລະ ການທ່ອງທ່ຽວ ອັດສະລິຍະ. ທ່ານ ເລແອັງຕູ, ເລຂາພັກ ເຂດພິເສດ ໂກນດ໋າວ ຢືນຢັນວ່າ:

“ໂກນດ໋າວ ຈະເອົາໃຈໃສ່ເພີ່ມທະວີແຫລ່ງຊັບພະຍາກອນມະນຸດ, ປ່ຽນແປງໃຫມ່ຫລັກສູດ ບຳລຸງສ້າງກ່ຽວກັບເສດຖະກິດໝູນວຽນ, ການລົງທຶນພື້ນຖານໂຄງລ່າງການຜະລິດຄືນໃຫມ່, ບຳບັດສິ່ງເສດເຫລືອກໍ່ຄືໂຄສະນາຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການບໍລິໂພກ ແບບຍືນຍົງ. ໂກນດ໋າວ ກໍ່ຮຽກຮ້ອງບັນດາວິສາຫະກິດ ສະແດງຄວາມຮັບຜິດຊອບຕໍ່ສິ່ງ ແວດລ້ອມໃນການເຄື່ອນໄຫວລົງທຶນດຳເນີນທຸລະກິດ.

        ບັນດາໝາກຜົນເບື້ອງຕົ້ນພວມຄ່ອຍໆກຳນົດ ໂກນດ໋າວ ສີຂຽວ - ສະອາດ - ພັດທະນາຢ່າງກົມກຽວ, ມີສີສັນສະເພາະ ແລະ ມີຄວາມຮັບຜິດຊອບ. ດ້ວຍຄວາມດູດດື່ມຂອງຄວາມສະຫງົບງຽບ ແລະ ອາກາດປອດໂປ່ງທີ່ຫາຍາກ, ດ້ວຍຄວາມຕັດສິນໃຈຂອງອຳນາດການປົກຄອງ, ປະຊາຊົນ ແລະ ວິສາຫະກິດ, ເສດຖະກິດໝູນວຽນ ຈະຊ່ວຍ ໂກນດ໋າວ ເສີມຂະຫຍາຍບັນດາທ່າແຮງສະເພາະທີ່ມີຢູ່ແລ້ວ ເພື່ອພັດທະນາແບບຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.