ເສດຖະກິດ

PCI 2020: ບີ່ງເຢືອງ ບືນຕົວຂຶ້ນຢ່າງເຂັ້ມແຂງ

PCI 2020: ບີ່ງເຢືອງ ບືນຕົວຂຶ້ນຢ່າງເຂັ້ມແຂງ

(VOVWORLD) - ປີ 2020, ດັດຊະນີກຳລັງແກ້ງແຍ່ງຂັ້ນແຂວງ (PCI) ຂອງແຂວງ ບີ່ງເຢືອງ ເພີ່ມຂຶ້ນຢ່າງກະໂດດຂັ້ນ, ນອນໃນກຸ່ມທ້ອງຖິ່ນມີດັດຊະນີກຳລັງຄວາມສາມາດແກ້ງແຍ່ງເປັນຢ່າງດີ, ຢືນ Top 5 ໃນຕາຕະລາງຈັດອັນດັບ. ບັນລຸໄດ້ໝາກຜົນນັ້ນ ກໍ່ຍ້ອນວ່າ ແຂວງ ບີ່ງເຢືອງ ໄດ້ມານະພະຍາຍາມໃນໄລຍະທາງແຫ່ງການພັດທະນາ. ໃນສະພາບໂລກລະບາດເກີດຂຶ້ນ, ແຂວງ ບີ່ງເຢືອງ ມີຄວາມຕັດສິນໃຈຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ນັ້ນໃຫ້ໝັ້ນຄົງ.

ພື້ນຖານໂຄງລ່າງຂອງເຂດອຸດສາຫະກຳແຫ່ງຫນຶ່ງຢູ່ ແຂວງ ບີ່ງເຢືອງ. (ພາບ: vnexpress.net)
 
 ໂດຍກຳນົດ ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໄປຄຽງຄູ່ກັບການພັດທະນາແບບຍືນຍົງ, ໃນຊຸມປີຜ່ານມາ ແຂວງ ບີ່ງເຢືອງ ຖືການປະຕິຮູບລະບຽບການບໍລິຫານແມ່ນຂອດສຳຄັນ, ຄວນມີການບຸກທະລຸ. ຄຽງຄູ່ກັນນັ້ນ ແຂວງບີ່ງເຢືອງ ໄດ້ສຸມໃສ່ເຂົ້າໃນບັນດາມາດຕະການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ທີ່ດິນ, ໄຟຟ້າ, ນ້ຳປະປາ, ສ້າງສຳເລັດພື້ນຖານໂຄງລ່າງດ້ານເຕັກນິກ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ຄົນງານ.

ບົນພື້ນຖານອັນໝັ້ນແກ່ນນັ້ນ, ປີ 2020 ດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI) ຂອງ ບີ່ງເຢືອງ ມີບາດກ້າວບຸກທະລຸດ້ວຍລະດັບເພີ່ມຂຶ້ນແມ່ນ 2,78 ຄະແນນ. ທ່ານ ເຈີນແທ່ງຈ້ອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຊາງບານມາຍ ຢູ່ ບີ່ງເຢືອງ ຖືວ່າ: ໄລຍະມໍ່ໆມານີ້ ແຂວງ ໄດ້ຍູ້ແຮງການປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດມີຄວາມສະດວກກວ່າໃນການຜະລິດດຳເນີນທຸລະກິດ.

“ບີ່ງເຢືອງ ປັບປຸງຈິດໃຈຮັບໃຊ້ປະຊາຊົນ, ວິສາຫະກິດ ແລະ ປັບປຸງພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງແຂວງ ບີ່ງເຢືອງ ກັບບັນດາແຂວງ ໃກ້ຄຽງ ເປັນຕົ້ນແມ່ນ ນະຄອນ ໂຮ່ຈີມິນ, ຫລຸດຜ່ອນລາຍຈ່າຍ logicstic, ລາຍຈ່າຍຂົນສົ່ງໃຫ້ແກ່ວິສາຫະກິດ”

          ດ້ວຍທິດນຳ “ເອົາໃຈໃສ່ເຖິງນັກລົງທຶນຫນຶ່ງ ຈະມີຫລາຍນັກລົງທຶນໃຫມ່”, ການນຳແຂວງ, ບັນດາພະແນກ, ຂະແຫນງການ ຍາມໃດກໍ່ຮັກສາການພົບປະສົນທະນາເປັນປະຈຳໄລຍະກັບສະຫະສະມາຄົມຂະແຫນງສິນຄ້າ, ວິສາຫະກິດ ເພື່ອຮັບຟັງຄຳເຫັນ ຂໍ້ສະເຫນີ, ຄວາມມຸ່ງມາດປາດຖະຫນາຂອງເຂົາເຈົ້າເພື່ອແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ

ທ່ານ ຫວໍວັນມິງ ປະທານ ຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ປະຈຸບັນ ແຂວງ ບີ່ງເຢືອງ ພວມຜັນຂະຫຍາຍໂຄງການປ່ຽນໃຫມ່ດຶງດູດການລົງທຶນ ດ້ວຍເປົ້າໝາຍແມ່ນສຸມໃສ່ດຶງດູດບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢ່າງແຮງ, ບັນດາກຸ່ມບໍລິສັດເສດຖະກິດໃຫຍ່ໃນໂລກ. ຄຽງຂ້າງນັ້ນ ໃນການກຳນົດທິດພັດທະນາແບບຍືນຍົງ, ບີ່ງເຢືອງ ພວມສຸມໃສ່ຫັນປ່ຽນອົງປະກອບເສດຖະກິດ ຕາມທິດຍູ້ແຮງດ້ານການຄ້າ ການບໍລິການທີ່ມີຄຸນນະພາບສູງ, ສ້າງບາດກ້າວບຸກທະລຸໃນໄລຍະໃຫມ່.

ທ່ານ ຫວໍວັນມິງ ຢືນຢັນວ່າ:

“ໃນບໍລິເວນແຂວງ ປະຈຸບັນ ມີເກືອບ 3.200 ວິສາຫະກິດ. ໄລຍະຜ່ານມາ ບັນດາວິສາຫະກິດມານະພະຍາຍາມເພື່ອຮັກສາການເຄື່ອນໄຫວ. ແຂວງ ກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຫນູນຊ່ວຍວິສາຫະກິດ. ປະຈຸບັນ ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການຫນູນຊ່ວຍວິສາຫະກິດ ສະນັ້ນ ໄລຍະຈະມາເຖິງແຂວງ ຈະສ້າງຕັ້ງຫນ່ວຍງານເພື່ອຮີບເຮັ່ງຜັນຂະຫຍາຍປະຕິບັດ. ຕາມນັ້ນແລ້ວ ຈະມີຫລາຍເນື້ອໃນຫນູນຊ່ວຍວິສາຫະກິດຢ່າງແທດຈິງ.”

ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ທີ່ໄດ້ລົງທຶນຢູ່ ແຂວງ ບີ່ງເຢືອງ. (ພາບ:VOV)

ສືບຕໍ່ທ່ວງທ່າໃຫ້ແກ່ເປົ້າໝາຍການເຕີບໂຕໃນໄລຍະຈະມາເຖິງ, ແຂວງ ບີ່ງເຢືອງຈະສຸມໃສ່ກໍ່ສ້າງສຳເລັດພື້ນຖານໂຄງລ່າງ. ໃນນັ້ນ ແຂວງຈະສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມໃນແຂວງ ໃຫ້ສຳເລັດສົມບູນ ແລະ ເຊື່ອມຕໍ່ເຂດ, ນຳໃຊ້ເຕັກໂນໂລຊີດີຈີຕອນ, ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີສີມື ເພື່ອຕອບສະຫນອງຄວາມຕ້ອງການນັບມື້ນັບສູງຂອງວິສາຫະກິດ. ດ້ວຍບັນດາການກຳນົດທິດພື້ນຖານນີ້, ບີ່ງເຢືອງ ຕັດສິນໃຈ ຍົກສູງຄຸນນະພາບການເຕີບໂຕ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງ ເພື່ອພັດທະນາແບບຍືນຍົງກວ່າໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.