ຫວຽດ​ນາມ - ສັງ​ກາດ​ບຸກ​ບືນ

ຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອຮັບໃຊ້ເປົ້າໝາຍພັດທະນາ

ຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອຮັບໃຊ້ເປົ້າໝາຍພັດທະນາ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ອາຍຸການ 2024 – 2029 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ. ເຫດການນີ້ ມີຄວາມໝາຍສຳຄັນພິເສດໃນສະພາບທີ່ ຫວຽດນາມ ພວມມານະພະຍາຍາມສຳເລັດຫລາຍເປົ້າໝາຍເພື່ອກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ. ຈິດໃຈມະຫາສາມັກຄີ ໂດຍໄດ້ປຸກລຸກຢ່າງແຮງ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຮັກສາຢ່າງໝັ້ນຄົງ ແມ່ນປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມປະຕິບັດສຳເລັດທຸກຄາດໝາຍທີ່ໄດ້ວາງອອກ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ໄດ້ຂຶ້ນຢ່າງສົມກຽດໃນຄອນເຊົ້າວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ. ພາບ:Văn Hiếu/VOV

ຫວຽດນາມ ໄດ້ຜ່ານ 2/3 ໄລຍະທາງແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໃນສະພາບການໂລກ ແລະ ພາກພື້ນ ຜັນແປສັບສົນ, ວ່ອງໄວ, ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ. ຫນ້າທີ່ວາງອອກແມ່ນຫລາຍປະການ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ຄວາມສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ ເປັນຈິດຫນຶ່ງໃຈດຽວຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເພື່ອປະຕິບັດບັນດາຄາດໝາຍຢ່າງມີໄຊ.

ຄວາມເອົາໃຈໃສ່ເປັນພິເສດຂອງພັກ ສຳລັບ ບົດບາດຂອງປະຊາຊົນ

ໃນຄາວຍັງມີຊີວິດຢູ່, ທ່ານປະທານ ໂຮ່ຈີມິນ ຍາມໃດກໍ່ຢືນຢັນ: ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນບັນຫາມີຄວາມໝາຍຍຸດທະສາດ, ຕັດສິນຊີ້ຂາດຜົນສຳເລັດຂອງການປະຕິວັດ. ແນວໂຮມປະເທດຊາດຫວຽດນາມ ມີບົດບາດເຕົ້າໂຮມກຳລັງມະຫາຊົນ, ມີການປະກອບສ່ວນອັນໃຫຍ່ຫລວງຫລາຍຢ່າງເຂົ້າໃນພາລະກິດສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ກ່ອນນີ້ 11 ປີ  ຄືປີ 2013, ເປັນຄັ້ງທຳອິດໃນປະຫວັດສາດ, ບົດບາດເປັນຕົວແທນໃຫ້ແກ່ຜົນປະໂຫຍດອັນຊອບທຳ, ຖືກກັບກົດໝາຍຂອງປະຊາຊົນ ຂອງ ແນວໂຮມປະເທດຊາດ ຫວຽດນາມ ໄດ້ລະບຸໄວ້ຢ່າງຈະແຈ້ງໃນລັດຖະທຳມະນູນ.

ຫລັງຈາກນັ້ນ 10  ປີ ຄືປີ 2023, ກົມການເມືອງໄດ້ປະກາດໃຊ້ຂໍ້ຕົກລົງຍົກຄວາມສຳຄັນຂອງຄະນະພັກ ແນວໂຮມປະເທດຊາດ ຫວຽດນາມຂຶ້ນລະດັບສູງໃຫມ່. ສິ່ງນັ້ນ ເປັນການສະແດງໃຫ້ເຫັນບົດບາດ, ພາລະກຳຂອງ ແນວໂຮມປະເທດຊາດ ຫວຽດນາມຊື່ງໄດ້ຕັ້ງໃນລະດັບໃຫມ່,ໃນໄລຍະການປະຕິວັດປະຈຸບັນ.ແລະກໍ່ໃນປີ 2023, ຄະນະບໍລິຫານງານສູນກາງພັກ ໄດ້ປະກາດໃຊ້ມະຕິເລກທີ 43 ລົງວັນທີ 24 ພະຈິກ ກ່ຽວກັບການສືບຕໍ່ເສີມຂະຫຍາຍມູນເຊື້ອ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ສັນຕິສຸກ, ໃນນັ້ນ ແນວໂຮມປະເທດຊາດ ຫວຽດນາມ ແລະບັນດາອົງການການເມືອງ ສັງຄົມເປັນຫລັກແຫລ່ງແກ່ນສານດ້ານການເມືອງ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະຢ່າງກວ້າງຂວາງ, ຮ່ວມແຮງ, ຮ່ວມໃຈຫັນຄວາມຄາດຫວັງສ້າງສາແລະ ພັດທະນາປະເທດຊາດ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງ ຈະເລີນກ້າວຫນ້າ, ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ. ທ່ານ ຮວິ່ງດ໋າມ, ອະດີດ ປະທານແນວໂຮມປະເທດຊາດ ຫວຽດນາມ ຖືວ່າ:      

“ນັບແຕ່ຫົວທີ, ພັກກອມມູນິດ ຫວຽດນາມໄດ້ກຳນົດ ຢາກໃຫ້ພາລະກິດແຫ່ງການປະຕິວັດປະສົບຜົນສຳເລັດ ຕ້ອງມີຄວາມເຊື່ອໝັ້ນ, ອີງໃສ່ ແລະເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ, ຕ້ອງຢັ້ງຢືນຖືປະຊາຊົນເປັນກົກ. ບັນດາທັດສະນະນີ້ແມ່ນສືບທອດ, ເສີມຂະຫຍາຍຍົກສູງຂຶ້ນ, ນັບມື້ນັບປັບປຸງໃຫ້ສົມບູນແບບ. ມະຫາສາມັກຄີ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຍືນຍົງຂອງພາລະກິດແຫ່ງການປະຕິວັດ ຫວຽດນາມ”

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່. ພາບ: Quỳnh Trang/VOV

ຊຸກຍູ້ຄວາມສາມັກຄີໃນສັງກາດບຸກບືນ

ປະຫວັດສາດ ຫວຽດນາມ ໄດ້ເຫັນປະຈັກຕາຫລາຍຂີດໝາຍອັນຮຸ່ງເຮືອງເຫລືອງເຫລື້ອມໃນການປົກປັກຮັກສາ, ສ້າງສາປະເທດຊາດ. ນັ້ນແມ່ນສັງກາດເອກະລາດ, ເສລີພາບ ຊື່ງໄດ້ສ້າງຂຶ້ນແຕ່ປີ 1945. ຕໍ່ຈາກນັ້ນ ແມ່ນສັງກາດຂອງການປ່ຽນແປງໃຫມ່ ແລະ ພັດທະນາ. ມາຮອດປະຈຸບັນ ພາຍຫລັງ ເກືອບ 40 ປີແຫ່ງການປ່ຽນແປງໃຫມ່, ຫວຽດນາມ ໄດ້ກາຍເປັນ 1 ໃນ 40 ພື້ນຖານເສດຖະກິດ ມີຂອບຂະຫນາດ GDP ແຖວຫນ້າໂລກ, ຊື່ງແມ່ນຫນຶ່ງໃນ 20 ຕະຫລາດການຄ້າຕ່າງປະເທດໃຫຍ່ສຸດທົ່ວໂລກ, ປະເທດແຖວຫນ້າກ່ຽວກັບດັດຊະນີການພັດທະນາມະນຸດ HDI ກ່ຽວກັບນະວັດຕະກຳ.. ໃນໝວດບັນດາປະເທດມີລະດັບການພັດທະນາເຊັ່ນດຽວກັນ.

ຜົນງານທີ່ມີຂອບຂະຫນາດຍຸກສະໄຫມ ຂອງສັງກາດເອກະລາດ, ເສລີພາບ ແລະບັນດາຜົນງານຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຂອງສັງກາດປ່ຽນແປງໃຫມ່ ແລະ ພັດທະນາ ໄດ້ສ້າງປະຖົມປັດໄຈອັນໝັ້ນແກ່ນໃຫ້ແກ່ ຫວຽດນາມ ກ້າວເຂົ້າສູ່ສັງກາດໃຫມ່, ສັງກາດບຸກບືນຂອງຊາດ.

ເພື່ອໃຫ້ການບຸກບືນປະສົບຜົນສຳເລັດ, ຕ້ອງມີຄວາມມານະພະຍາຍາມໃນການກະທຳຂອງທົ່ວພັກ, ທົ່ວປວງຊົນ. ກ່າວຄຳເຫັນທີ່ການຖະແຫລງຂ່າວໃນວັນທີ 3 ສິງຫາ ຢູ່ ຮ່າໂນ້ຍ, ພາຍຫລັງກອງປະຊຸມ ຄະນະບໍລິຫານງານສູນກາງພັກຊຸດທີ XIII ເລືອກຕັ້ງ ຮັບດຳລົງຕຳແຫນ່ງເລຂາທິການໃຫຍ່, ທ່ານປະທານປະເທດ ຫວຽດນາມ ໂຕເລີມ ໄດ້ຢືນຢັນວ່າ:

“ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໂດຍຢືດໝັ້ນທັດສະນະ, ຫລັກໝັ້ນ ແລະ ປະຕິບັດ “ປະຊາຊົນເປັນກົກ”, ປະຊາຊົນແມ່ນອົງການຫລັກ, ເປັນສູນກາງຂອງພາລະກິດແຫ່ງການປ່ຽນແປງໃຫມ່, ຮັບປະກັນໃຫ້ປະຊາຊົນທຸກຄົນ ລ້ວນແຕ່ໄດ້ຊົມໃຊ້ບັນດາໝາກຜົນຂອງການປ່ຽນແປງໃຫມ່, ພັດທະນາ, ໄດ້ດຳລົງຊີວິດຢ່າງຜາສຸກໃນສະພາບແວດລ້ອມຄວາມໝັ້ນຄົງ, ປອດໄພ, ບໍ່ມີໃຜຖືກປະໄວ້ຢູ່ທາງຫລັງ”

          ທີ່ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ Xອາຍຸການ 2024 – 2029, ແນວໂຮມປະເທດຊາດ ຈະສົ່ງສານ ແລະ ຄຳຮຽກຮ້ອງປະຊາຊົນ ຍົກສູງຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ, ຖືເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ”. ເລື່ອງເສີມຂະຫຍາຍກຳລັງແຮງມະຫາສາມັກຄີ, ຮ່ວມແຮງຮ່ວມໃຈເປັນຈິດຫນຶ່ງໃຈດຽວ ຈະນຳປະເທດຊາດກ້າວເຂົ້າສັງກາດບຸກບືນຂອງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.