ຂ່າວເດັ່ນ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ລາຍງານໃນກອງປະຊຸມ (ພາບ: TTXVN)

        ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຫົວຂໍ້ “ບາງໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນ 07 ເດືອນຕົ້ນປີ 2025” ແລະ “ສ້າງ, ຈັດຕັ້ງກຳລັງຄະນະຊີ້ນຳເລກທີ 35 ທຸກຂັ້ນເພື່ອຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່”.

        ໃນຫົວຂໍ້ “ໝາກຜົນພົ້ນເດັ່ນຈຳນວນໜຶ່ງໃນວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ໃນ 07 ເດືອນຕົ້ນປີ 2025”, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ  ໃຫ້ຮູ້ວ່າ ໃນ 07 ເດືອນຜ່ານມາ, ຫວຽດນາມ ໄດ້ຍົກຂັ້ນ, ຍົກລະດັບ, ເຮັດໃຫ້ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າເກົ່າ, ໃນນັ້ນ ໄດ້ຍົກລະດັບການພົວພັນກັບ 11 ປະເທດ, ອັນໄດ້ຍົກຈຳນວນປະເທດທັງໝົດທີ່ມີຂອບເຂດການຮ່ວມມືຂຶ້ນເປັນ 38 ຄູ່ຮ່ວມມື, ໃນນັ້ນ ມີ 13 ຄູ່ຮ່ວມມືຍຸດທະສາດຮອບດ້ານ, 10 ຄູ່ຮ່ວມມືຍຸດທະສາດ ແລະ 15 ຄູ່ຮ່ວມມືຮອບດ້ານ. ການນຳຂັ້ນສູງໄດ້ດຳເນີນ 55 ກິດຈະກຳການພົວພັນຕ່າງປະເທດ, ໃນນັ້ນ ແຂກສາກົນເຂົ້າ ຫວຽດນາມ ຫຼາຍກວ່າ.


This site is protected by reCAPTCHA and the Google Privacy Policy and Terms of Service apply.