ຂ່າວເດັ່ນ

25 ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຮຽກ​ຮ້ອງ ອິດ​ສະ​ຣາ​ແອັນ ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

25 ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ຮຽກ​ຮ້ອງ ອິດ​ສະ​ຣາ​ແອັນ ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ

(VOVWORLD) - ວັນທີ 21 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ 25 ປະເທດ ຝ່າຍຕາເວັນຕົກ, ໃນນັ້ນ ມີຫຼາຍສຳພັນທະມິດສໍາຄັນຂອງ ອິດສະຣາແອັນ, ໄດ້ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ຢຸດຕິການປະທະກັນທີ່ເກີດຂຶ້ນໃນຕະຫຼອດກວ່າ 21 ເດືອນຜ່ານມາຢູ່ເຂດ ກາຊາ ເຊິ່ງເຮັດໃຫ້ຊາວ ປາແລັດສະຕິນ ນັບໝື່ນຄົນເສຍຊີວິດ.

ຊາວ ປະແລັດສະຕິນ ໄປຮັບເຄື່ອງຊ່ວຍເຫຼືອມະນຸດສະທຳ ໃນວັນທີ 29 ພຶດສະພາ 2025 (ພາບ: REUTERS/Hatem Khaled)

ຖະແຫຼງການຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ 25 ປະເທດ, ໃນນັ້ນ ມີອັງກິດ, ຝລັ່ງ, ອີຕາລີ, ການາດາ, ອົດສະຕາລີ…, ຊີ້ແຈ້ງການປະທະກັນຢູ່ເຂດ ກາຊາ ຕ້ອງຢຸດຕິລົງໃນທັນທີ. ລັດຖະມົນຕີການຕ່າງປະເທດບັນດາປະເທດຝ່າຍຕາເວັນຕົກ ກໍເລັ່ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ປະຊາຄົມສາກົນ ຕ້ອງມີຄວາມເປັນເອກະພາບເພື່ອສິ້ນສຸດການປະທະກັນທີ່ຮ້າຍແຮງຢູ່ເຂດ ກາຊາ ຜ່ານຄຳສັ່ງຢຸດຍິງຖາວອນ, ທັນທີ ແລະ ໄຮ້ເງື່ອນໄຂ. ສິ່ງທີ່ໜ້າສົນໃຈແມ່ນ, ໃນຖະແຫຼງການ, 25 ປະເທດໄດ້ຕຳໜິຕິຕຽນ ອິດສະຣາແອັນ ທີ່ເຮັດໃຫ້ເກີດສະພາບວິກິດການມະນຸດສະທຳທີ່ຮ້າຍແຮງຢູ່ເຂດ ກາຊາ ໃນປັດຈຸບັນ. ພະຍານຫຼັກຖານແມ່ນ ມີຊາວ ປາແລັດສະຕິນ ສ່ວນຫຼາຍໃນຈຳນວນ 800 ຄົນ ຖືກທຳຮ້າຍເຂັ່ນຂ້າ ໃນເວລາທີ່ພວມຊອກຫາອາຫານຢູ່ເຂດ ກາຊາ ໃນ 2 ເດືອນຜ່ານມາ, ເຊິ່ງຢູ່ບັນດາເຂດແຈກຢາຍເຄື່ອງຊ່ວຍເຫຼືອຂອງກອງທຶນມະນຸດສະທຳ ກາຊາ (GHF) ໂດຍ ອາເມລິກາ ແລະ ອິດສະຣາແອັນ ສ້າງຂຶ້ນ.

        ໃນຂະະນັ້ນ, ໃນວັນດຽວກັນ, ກະຊວງການຕ່າງປະເທດ ອິດສະຣາແອັນ ໄດ້ປະຕິເສດຖະແຫຼງການຮ່ວມໂດຍ 25 ປະເທດຝ່າຍຕາວັນຕົກໄດ້ລົງນາມ, ໃນນັ້ນ ຮຽກຮ້ອງ “ຄຳສັ່ງຢຸດຍິງຖາວອນ ແລະ ໄຮ້ເງື່ອນໄຂ” ຢູ່ເຂດ ກາຊາ, ພ້ອມທັງກ່າວປະນາມວິທີການແກ້ໄຂຂອງ ອິດສະຣາແອັນ ໃນວິກິດການມະນຸດສະທຳຢູ່ເຂດນີ້.

       ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.