ຂ່າວເດັ່ນ

50 ປິ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດຊອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

50 ປິ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມປີຊາສາມາດ, ສະຫຼາດຊອງໃສ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

(VOVWORLD) - ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງ ວັນຊາດລາວ (02/12/1975-02/12/2025) ທ່ານ ເລຂາທິການໃຫຍ່ ໂຕເລີມ ມີບົດຂຽນ 50 ປີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ: ຄວາມສາມາດ, ສະຕິປັນຍາ ແລະ ບັນດາຜົນສຳເລັດທີ່ເປັນຂີດໝາຍແຫ່ງຍຸກສະໄໝ

ທ່ານ ເລຂາທິການໃຫຍ່ ໂຕເລີມ  (ພາບ: TTXVN)

ບົດຂຽນໃຫ້ຮູ້ວ່າ 50 ປີ ກ່ອນໜ້ານີ້, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳ, ປະຊາຊົນລາວບັນດາເຜົ່າໄດ້ລຸກຂຶ້ນຕໍ່ສູ້ ຍາດເອົາອຳນາດມາສູ່ມືຂອງປະຊາຊົນ, ໂຄ່ນລົ້ມລະບອບລາຊາທິປະໄຕ, ປົດປ່ອຍປະເທດຊາດຫຼຸດພົ້ນອອກຈາກແອກປົກຄອງຂອງລະບອບສັກດີນາ, ແລະ ລັດທິຈັກກະພັດ, ລັດທິລ່າເມືອງຂຶ້ນ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.  ນີ້ແມ່ນຂີດໝາຍສຳຄັນພິເສດ, ເປີດສັງກາດໃໝ່ບົນດິນແດນ ດອກຈຳປາ-ສັງກາດແຫ່ງ ເອກະລາດ ເສລີພາບ ແລະ ກໍ່ສ້າງສັງຄົມຍຸຕິທຳ ແລະ ສີວິໄລ,  ປະຊາຊົນລາວບັນດາເຜົ່າໄດ້ເປັນຜູ້ກໍານົດຊາຕາກໍາຂອງຕົນເອງຢ່າງແທ້ຈິງ.

ບົດຂຽນໄດ້ເນັ້ນໜັກເຖິງ 40 ປີ ແຫ່ງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່, ຈາກປະເທດທີ່ມີພື້ນຖານເສດ ຖະກິດກະ ສິກຳ ທີ່ຖືກປິດລ້ອມ ແລະ ຂວໍ້າບາດ,  ລາວ ໄດ້ບືນຕົວຂຶ້ນຢ່າງເຂັ້ມແຂງ ໄດ້ກາຍເປັນປະເທດໜຶ່ງທີ່ມີເອກະລາດ ແລະ ເປັນເຈົ້າຕົນເອງທາງດ້ານເສດຖະກິດ; ຈາກປະເທດທີ່ນຳເຂົ້າສິນຄ້າຈາກຕ່າງປະເທດ, ລາວໄດ້ກາຍເປັນປະເທດ ທີ່ສົ່ງອອກສິນຄ້າກະສິກຳ. ການເມືອງ-ສັງຄົມມີສະຖຽນລະພາບ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືກຮັກສາຢ່າງໜັ້ນຄົງ, ເສດຖະກິດມີການຂະຫຍາ ຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ເນື່ອງໃນໂອກາດ 50 ປີ ແຫ່ງ ວັນສະຖາປະນາ ສາທາລະນະລັດ ປະຊາຕິປະໄຕ ປະຊາຊົນລາວ ເສັ້ນທາງອັນຍາວນານ ສາມາດຢັ້ງຢືນໄດ້ເຖິງ ຄວາມສາມາດ, ສະຕິປັນຍາ, ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປັດໃຈຕັດສິນຊີ້ຂາດທຸກໆໄຊສະນະຂອງການປະຕິວັດລາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.