ຂ່າວເດັ່ນ

50 ປີທ້ອນໂຮມປະເທດຊາດເປັນເອກະພາບ: ຈັດການເຄື່ອນໄຫວຫລາຍຢ່າງສະແດງຄວາມຮູ້ບຸນຄຸນຢູ່ຫລາຍທ້ອງຖິ່ນໃນສອງພາກເຫນືອໃຕ້ຂອງຫວຽດນາມ

50 ປີທ້ອນໂຮມປະເທດຊາດເປັນເອກະພາບ: ຈັດການເຄື່ອນໄຫວຫລາຍຢ່າງສະແດງຄວາມຮູ້ບຸນຄຸນຢູ່ຫລາຍທ້ອງຖິ່ນໃນສອງພາກເຫນືອໃຕ້ຂອງຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດ ເປັນເອກະພາບ (30 ເມສາປີ 1975 – 30 ເມສາປີ 2025), ວັນທີ 28 ເມສາ ນະຄອນ ໂຮ່ຈິມິນ ໄດ້ຈັດການພົບປະສັງສັນບັນດາວິລະຊົນກຳລັງປະກອບອາວຸດ, ວິລະຊົນແຮງງານ, ພະນັກງານຂັ້ນກອງພັນໃຫຍ່ ແລະ ຫົວຫນ່ວຍທຽບເທົ່າຂຶ້ນໄປ ແມ່ນ ຕົວພະຍານປະຫວັດສາດທີ່ເຂົ້າຮ່ວມ 5 ປີກທະຫານໃນບັ້ນຮົບ ໂຮ່ຈິມິນ.

ການໂອ້ລົມສົນທະນາ (ພາບ: TTXVN)

 ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງງິ້, ຮອງເລຂາຜູ້ປະຈຳການຄະນະພັກ ນະຄອນ ໂຮ່ຈິມິນ ປາດຖະຫນາຢາກໃຫ້ບັນດານັກຮົບເກົ່າສືບຕໍ່ “ຖ່າຍທອດຈິດໃຈຮັກຊາດ, ຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງ, ຄວາມຄາດຫວັງໃຫ້ແກ່ລຸ້ນຫນຸ່ມ.. ເພື່ອສ້າງສາ ແລະ ພັດທະນາ ນະຄອນໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງທັນສະໄຫມ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ,ສິວິໄລ, ທັນສະໄຫມ, ໄມຕິຈິດ.

ຕອນຄ່ຳວັນດຽວກັນ, ຢູ່ ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ນະຄອນ ໂຮ່ຈິມີນ, ສູນກາງຄະນະຊາວຫນຸ່ມ ແລະ ນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງ “ພິທີຈູດທູບໄຕ້ທຽນສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ. ໃນຊ່ວງເວລາດຽວກັນ, ຢູ່ ແຂວງ ກວ໋າງບິ່ງ ບັນດາການນຳແຂວງ ພ້ອມກັບຊາວຫນຸ່ມ 1.500 ຄົນກໍ່ໄດ້ຖະຫວາຍທູບທຽນ ສະແດງຄວາມຮູ້ບຸນຄຸນນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ສຸສານ ບາຢົກ ຕາແສງ ລີແຈັກ ເມືອງ ໂບແຈັກ ແຂວງ ກວ໋າງບິ່ງ.

ການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຫາຍເຢືອງ ມອບດອກໄມ້ອວຍພອນສະມາຄົມວັນນະຄະດີສິລະປະ (ພາບ: TTXVN)

ໃນວັນດຽວກັນ ຢູ່ ແຂວງ ຫາຍເຢືອງ, ນະຄອນ ຫາຍຟ່ອງ ກໍ່ໄດ້ຈັດງານວາງສະແດງແນະນຳຮູບພາບ, ເອກະສານ, ປື້ມອັນລ້ຳຄ່າກວ່າ 200 ຢ່າງ ແນະນຳໂດຍສັງເຂບກ່ຽວກັບໄລຍະທາງປະຫວັດສາດອັນສະຫງ່າອົງອາດຂອງຊາດ, ບັນດາຜົນງານອັນຍິ່ງໃຫຍ່, ພົ້ນເດັ່ນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດ ແລະ ນະຄອນ ຫາຍຟ່ອງ ໃນພາລະກິດແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.