ຂ່າວເດັ່ນ

80 ປີ​ແຫ່ງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ: ພະ​ຍານຫຼັກ​ຖານ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຫວຽດ​ນາມ

80 ປີ​ແຫ່ງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ: ພະ​ຍານຫຼັກ​ຖານ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຫວຽດ​ນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາສຳເລັດຜົນ (19/8/1945 – 19/8/2025), ສື່ເອເລັກໂຕນິກ ຂອງໜັງສືພິມປະຊາຊົນ ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 18 ສິງຫາ ໄດ້ລົງບົດຂຽນດ້ວຍຫົວຂໍ້: “ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນໃຫ້ແກ່ພາລະກິດສ້າງສາປະເທດຊາດ”.

ທ່ານ ເຈິງຈຽນກົວ, ເລຂານຸການໃຫຍ່ສະມາຄົມວິທະຍາ Charhar, ອົງການຄົ້ນຄວ້າ (Think – tank) ທີ່ມີຊື່ສຽງຂອງ ຈີນ 

ໜັງສືພິມປະຊາຊົນ ເນັ້ນໜັກວ່າ ໄຊຊະນະຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງຫວຽດນາມ ໃນພາລະກິສ້າງສາ ແລະ ພັດທະນາປະເທດຊາດ, ແມ່ນພະຍານຫຼັກຖານພິສູດໃຫ້ເຫັນການປະຕິບັດແນວທາງຢ່າງຖືກຕ້ອງ, ການນຳພາຢ່າງສະຫຼາດສ່ອງໃສ ແລະ ວິໄສທັດຍຸດທະສາດຂອງພັກ ແລະ ປະທານ ໂຮ່ຈີມິນ; ຢັ້ງຢືນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳຈີນ, ທ່ານ ເຈິງຈຽນກົວ, ເລຂານຸການໃຫຍ່ສະມາຄົມວິທະຍາ Charhar, ອົງການຄົ້ນຄວ້າ (Think – tank) ທີ່ມີຊື່ສຽງຂອງ ຈີນ, ຢັ້ງຢືນວ່າ:

“ບໍ່ວ່າຈະແມ່ນການພັດທະນາເສດຖະກິດ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ການປະຕິຮູບການສຶກສາ ຫຼື ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຫວຽດນາມ ລ້ວນແຕ່ບັນລຸໄດ້ບັນດາຄວາມກ້າວໜ້າຢ່າງໃຫຍ່ຫຼວງ. ຍິ່ງໄປກວ່ານັ້ນ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນຫຼາຍພໍສົມຄວນ. ດັ່ງນັ້ນ, ຂ້າພະເຈົ້າຖືວ່າ, ການພັດທະນາຂອງ ຫວຽດນາມ ທັງນຳມາເຊິ່ງໝາກຜົນໃຫ້ແກ່ປະຊາຊົນ ຫວຽດນາມ ເອງ, ທັງປະກອບສ່ວນໃຫ້ແກ່ປະຊາຊົນ ອາຊີ, ພິເສດແມ່ນໃນໂລກອີກດ້ວຍ. ການພັດທະນາຂອງ ຫວຽດນາມ ກໍປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນສັນຕິພາບ ແລະ ການພັດທະນາຂອງທົ່ວໂລກ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.