ຂ່າວເດັ່ນ

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ ປະ​ຈຳ ຫວຽດ​ນາມ: ຫວຽດ​ນາມ ບັນ​ລຸ​ໄດ້​ຜົນງ​ານຫຼາ​ຍ​ຢ່າງທີ່​ພົ້ນ​ເດັ່ນ​ພາຍຫຼັງ 40 ປ​ີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ ປະ​ຈຳ ຫວຽດ​ນາມ: ຫວຽດ​ນາມ ບັນ​ລຸ​ໄດ້​ຜົນງ​ານຫຼາ​ຍ​ຢ່າງທີ່​ພົ້ນ​ເດັ່ນ​ພາຍຫຼັງ 40 ປ​ີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

(VOVWORLD) - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານຢ່າງຮອບດ້ານ, ມີຄວາມໝາຍປະຫວັດສາດ ແລະ ຍຸດທະສາດ, ສ່ອງແສງໃຫ້ເຫັນລັກສະນະຖືກຕ້ອງຂອງແນວທາງປ່ຽນແປງໃໝ່ ໂດຍພັກກອມມູນິດ ຫວຽດນາມ ໄດ້ລິເລີ່ມ ແລະ ນຳພາ.

ທ່ານ Reda El Taify, ນັກການທູດຜູ້ອາວຸໂສ, ອະດີດເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ (ພາບ: VOV)

 ນີ້ແມ່ນຄຳຢັ້ງຢືນຂອງທ່ານ Reda El Taify, ນັກການທູດຜູ້ອາວຸໂສ, ອະດີດເອກອັກຄະລັດຖະທູດ ອີຢິບ ປະຈຳ ຫວຽດນາມ (2010 – 2014) ໃນການແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອີຢິບ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ຕາມທ່ານ Reda El Taify ແລ້ວ, ບັນດາຜົນງານດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນ 3 ເສົາຄ້ຳໃຫຍ່: ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ Reda El Taify ຢັ້ງຢືນວ່າ:

“ວິວັດທະນາການປ່ຽນແປງໃໝ່ຢູ່ ຫວຽດນາມ ໄດ້ຂຽນເປັນເລື່ອງລາວຜົນສຳເລັດທີ່ມີຊີວິດຊີວາທີ່ສຸດ, ພິເສດແມ່ນທາງດ້ານເສດຖະກິດ - ສັງຄົມ, ເຊິ່ງເປັນເລື່ອງລາວທີ່ແນ່ນອນວ່າ ຊາວ ອີຢິບ ພວກຂ້າພະເຈົ້າຄວນຖອດຖອນບົດຮຽນ ແລະ ຮຽນຮູ້. ວິວັດທະນາການປ່ຽນແປງໃໝ່ ໄດ້ສ້າງການຫັນປ່ຽນທາງດ້ານຄຸນນະພາບແບບບໍ່ເຄີຍຮູ້ມາກ່ອນຢູ່ ຫວຽດນາມ, ຊ່ວຍກຳນົດຂອງ ຫວຽດນາມ ໃນແຜນທີ່ການເມືອງ ແລະ ເສດຖະກິດທົ່ວໂລກ. ແນ່ນອນວ່າ, ວິວັດທະນາການດັ່ງກ່າວກໍສ້າງການຫັນປ່ຽນຄຸນນະພາບການດຳລົງຊີວິດຂອງປະຊາຊົນ ຫວຽດນາມ, ນັ້ນແມ່ນຍົກສູງລາຍຮັບ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນໃນທຸກແງ່ມູມ.”

ນັກຂ່າວ VOV ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.