ຂ່າວເດັ່ນ

ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິ​ບ​ປິນ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຄັດ​ຄ້ານ​ຈີນ​ສ້າງ​ຕັ້ງ 2 ເມື​ອງ​ໃໝ່​ຢູ່​ທະ​ເລ​ຕາ​ເວັນ​ອອກ

ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິ​ບ​ປິນ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຄັດ​ຄ້ານ​ຈີນ​ສ້າງ​ຕັ້ງ 2 ເມື​ອງ​ໃໝ່​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ທ່ານ Albert del Rosario ອະດີດລັດຖະມົນຕີການຕ່າງປະເທດຟີລິບປິນຮຽກຮ້ອງໃຫ້ລັດຖະບານຄັດຄ້ານເລື່ອງຈີນສ້າງຕັ້ງບັນດາເມືອງໃໝ່ຢູ່ທະເລຕາເວັນອອກ.

ເກາະຝູເລິມຂຶ້ນກັບໝູ່ເກາະຮ່ວາງຊາ ອະທິປະໄຕຫວຽດນາມຖືກຈີນຢຶດຄອງຢ່າງຜິດກົດໝາຍ

 (ພາບ: AFP)

ໃນຖະແຫຼງການໃນວັນທີ 19 ເມສາ, ທ່ານອະດີດລັດຖະມົນຕີການຕ່າງປະເທດ ຟີລິບປິນໄດ້ຖືວ່າ ລັດຖະບານ ຟິລິບປິນໄດ້ຍົກອອກການຄັດຄ້ານຕໍ່ເລື່ອງກ່ຳປັ່ນຂອງ ຈີນ ຕ່ຳກ່ຳປັ່ນຫາປາຂອງ ຫວຽດນາມຈົມຢູ່ທະເລຕາເວັນອອກ ແລະ ດຽວນີ້ກໍ່ຄວນຕ້ອງຄັດຄ້ານເລື່ອງຈີນຖະແຫຼງສ້າງຕັ້ງອັນທີ່ໄດ້ເອີ້ນວ່າ ເມືອງຊີຊາ ແລະ ເມືອງໜານຊາ ຂຶ້ນກັບ ນະຄອນຕາມຊາ, ແຂວງໄຮໜານ. ທ່ານເນັ້ນໜັກວ່າ ຟີລິບປິນຕ້ອງຍົກສູງສະຕິລະວັງຕົວກັບບັນດາການກະທຳຫ່ວາງມໍ່ໆມານີ້ຂອງຈີນຢູ່ທະເລຕາເວັນອອກ, ພິເສດເມື່ອທົ່ວໂລກພວມຕ້ອງປະເຊີນໜ້າກັບໂລກລະບາດ Covid – 19 ທີ່ເກີດຂຶ້ນຈາກ ອູຫັນ, ປະເທດ ຈີນ. ຈີນໄດ້ສວຍໃຊ້ໂອກາດທີ່ປະສົບກັບຄວາມຫຍຸ້ງຍາກນີ້ ເພື່ອສືບຕໍ່ປະຕິບັດບັນດາການຮຽກສິດທີ່ຜິດກົດໝາຍ, ໂດຍສືບຕໍ່ແຜ່ອຳນາດຢູ່ທະເລຕາເວັນອອກ, ບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຊົນຟີລິບປິນເວົ້າສະເພາະ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ໂລກເວົ້າລວມເມື່ອໄດ້ຕັ້ງ ສະຖານີຄົ້ນຄ້ວາ 2ແຫ່ງ ແລະ ເຮັດໃຫ້ເຮືອຫາປາຂອງຫວຽດນາມ ຈົມຢູ່ທະເລຕາເວັນອອກໃນເວລາທີ່ຜ່ານມາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.