ຂ່າວເດັ່ນ

ອາ​ເມ​ລິ​ກາ ອາ​ດ​ຈະ​ຍົກ​ລະ​ດັບ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ​ຂຶ້ນ 15%ໃນ​ອາ​ທິດ​ນີ້

ອາ​ເມ​ລິ​ກາ ອາ​ດ​ຈະ​ຍົກ​ລະ​ດັບ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ​ຂຶ້ນ 15%ໃນ​ອາ​ທິດ​ນີ້

(VOVWORLD) - ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມສົ່ງເສີມການຍົກລະດັບພາສີນຳເຂົ້າຈັດວາງໃສ່ຫຼາຍປະເທດແຕ່ 10% ຂຶ້ນ 15% ໃນອາທິດນີ້ຢ່າງທັນທີ, ພ້ອມທັງຍູ້ໄວບັນດາການສືບສວນການຄ້າເພື່ອສ້າງພື້ນຖານນິຕິກຳໃຫ້ແກ່ລະບົບພາສີອາກອນໃໝ່.

 ທ່ານ Scott Bessent ລັດຖະມົນຕີການເງິນ ອາເມລິກາ (ພາບ: REUTERS/Kylie Cooper)

ວັນທີ 4 ມີນາ, ທ່ານ Scott Bessent ລັດຖະມົນຕີການເງິນ ອາເມລິກາ, ແຈ້ງໃຫ້ຊາບວ່າ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມສົ່ງເສີມການຍົກລະດັບພາສີນຳເຂົ້າຈັດວາງໃສ່ຫຼາຍປະເທດແຕ່ 10% ຂຶ້ນ 15% ໃນອາທິດນີ້ຢ່າງທັນທີ, ພ້ອມທັງຍູ້ໄວບັນດາການສືບສວນການຄ້າເພື່ອສ້າງພື້ນຖານນິຕິກຳໃຫ້ແກ່ລະບົບພາສີອາກອນໃໝ່. ນີ້ແມ່ນບາດກ້າວເດີນໃໝ່ຂອງອຳນາດການປົກຄອງ Trumpເພື່ອແນໃສ່ຟື້ນຟູລາຍການພາສີອາກອນ, ພາຍຫຼັງທີ່ເດືອນກ່ອນ ສານສູງສຸດອາເມລິກາ ໄດ້ປະຕິເສດບັນດາລະດັບພາສີສະເພາະ ເຊິ່ງ ທ່ານປະທານາທິບໍດີ ຈັດວາງໃສ່ແຕ່ລະປະເທດ. ພາຍຫຼັງການຕັດສິນນັ້ນ, ທຳນຽບຂາວໄດ້ນຳໃຊ້ ມາດຕາ 122 ຂອງກົດໝາຍວ່າດ້ວຍການຄ້າປີ 1974 ເພື່ອຈັດວາງອັດຕາພາສີ 10%. ຕາມຂໍ້ກຳນົດ, ລະດັບພາສີນີ້ ອາດສາມາດຍົກຂຶ້ນ 15% ໃນຂອບນິຕິກຳນີ້, ແຕ່ຈະຮັກສາໄວ້ໃນກຳນົດເວລາຍາວທີ່ສຸດພຽງແຕ່ 150 ວັນ ຖ້າບໍ່ຮັບການໄດ້ຕໍ່ກຳນົດເວລາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.