ຂ່າວເດັ່ນ

ອາ​ເມ​ລິ​ກາ ໃກ້​ຈະສ້າງ​ສຳ​ເລັດຂໍ້​ຕົກ​ລົງດ້ານ​ການ​ຄ້າ​ກັບຫຼາຍ​ປະ​ເທດອາ​ຊຽນ

ອາ​ເມ​ລິ​ກາ ໃກ້​ຈະສ້າງ​ສຳ​ເລັດຂໍ້​ຕົກ​ລົງດ້ານ​ການ​ຄ້າ​ກັບຫຼາຍ​ປະ​ເທດອາ​ຊຽນ

(VOVWORLD) - ວັນທີ 24 ກັນຍາ, ທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ຖະແຫຼງວ່າ ຄາດວ່າ ວໍຊິງຕັນ ຈະສ້າງສຳເລັດຂໍ້ຕົກລົງດ້ານການຄ້າສະບັບຕ່າງໆກັບຫຼາຍປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນຊຸມເດືອນຈະມາເຖິງ.

ທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກ່າວຄຳເຫັນໃນການປະຊຸມກັບບັນດາລັດຖະມົນຕີເສດຖະກິດ ອາຊຽນ, ວັນທີ 24/9/2025 (ພາບ: REUTERS/Hasnoor Hussain)

ເມື່ອກ່າວຄຳເຫັນຢູ່ນະຄອນຫຼວງ ກົວລາ ລຳເປີ ຂອງ ມາເລເຊຍ ໃນການປະຊຸມກັບບັນດາລັດຖະມົນຕີເສດຖະກິດ ອາຊຽນ, ທ່ານ Greer ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບພາສີອາກອນກັບແຕ່ລະປະເທດໃນພາກພື້ນ ພວມມີຄວາມຄືບໜ້າ ແລະ ຂໍ້ຕົກລົງຈຳນວນໜຶ່ງ ອາດຈະສຳເລັດໃນຊຸມເດືອນຈະມາເຖິງ, ຊ້ຳບໍ່ໜຳອາດຈະແມ່ນຊຸມອາທິດຈະມາເຖິງ. ກໍຕາມຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ ແລ້ວ, ວໍຊິງຕັນ ແລະ ບັນດາປະເທດ ອາຊຽນ ມີຜົນປະໂຫຍດຄ້າຍຄືກັນໃນຫຼາຍຂົງເຂດ ແລະ ອາດຈະຮ່ວມມືເພື່ອພ້ອມກັນບັນລຸໄດ້ເປົ້າໝາຍລວມ ນັ້ນແມ່ນນຳມາເຊິ່ງລັກສະນະສົມທົບ ແລະ ດຸ່ນດ່ຽງໃນລະບົບການຄ້າທົ່ວໂລກ.

        ບັນດາປະເທດ ອາຊຽນ ພວມຕ້ອງຈ່າຍອັດຕາພາສີອາກອນສູງຈາກອຳນາດການປົກຄອງ ອາເມລິກາ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຜົນກະທົບ ທີ່ເກີດຈາກພາສີອາກອນ, ໂດຍສະເພາະແມ່ນສຳລັບບັນດາພື້ນຖານເສດຖະກິດທີ່ຂຶ້ນກັບການສົ່ງອອກ. ສ່ວນໃຫຍ່ ພາກພື້ນກຳລັງຕ້ອງຈ່າຍອັດຕາພາສີສົມທົບ  19 – 20%, ສະເພາະ ລາວ ແລະ ມຽນມາ ຖືກຈັດວາງອັດຕາພາສີ 40%, ສ່ວນ ສິງກະໂປ ເສຍອັດຕາພາສີອາກອນຕ່ຳສຸດແມ່ນ 10%.

ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.