ຂ່າວເດັ່ນ

ອາ​ເມ​ລິ​ກາ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ ​ຈີ 20 ຢ່າງ​ເປັນ​ທາງ​ການ

ອາ​ເມ​ລິ​ກາ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ ​ຈີ 20 ຢ່າງ​ເປັນ​ທາງ​ການ

(VOVWORLD) - ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາຢັ້ງຢືນວ່າ ວໍຊິງຕັນ ຈະບຸລິມະສິດ 3 ບັນຫາຫຼັກ....

     ວັນທີ 1 ທັນວາ, ອາເມລິກາ ຮັບດຳລົງຕຳແໜ່ງປະທານກຸ່ມ ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ 20 ທ່ານຂອງ 20 ພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນໂລກ (ຈີ 20) ປີ 2026 ຢ່າງເປັນທາງການ ພ້ອມທັງໃຫ້ຮູ້ວ່າ: ໂຄງການດຳເນີນງານຈະສຸມໃສ່ຊຸກຍູ້ການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ກະຊວງການຕ່າງປະເທດ ອາເມລິກາໃຫ້ຮູ້ບັນດາບຸລິມະສິດໃນອາຍຸການເປັນປະທານຂອງຕົນ,ໃຫ້ຄຳໝັ້ນສັນຍາປະຕິບັດບັນດາການປະຕິຮູບທີ່ຈຳເປັນ ແລະ ນຳ ຈີ 20 ກັບຄືນສຸມໃສ່ພາລະກຳຫຼັກ ນັ້ນແມ່ນຊຸກຍູ້ການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ຖະແຫຼງການຂອງກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ວໍຊິງຕັນ ຈະບຸລິມະສິດ 3 ບັນຫາຫຼັກ, ລວມມີ: ຈຳກັດພາລະດ້ານກົດໝາຍ, ເປີດລະບົບຕ່ອງໂສ້ການສະໜອງພະລັງງານທີ່ປອດໄພ ແລະ ລາຄາເໝາະສົມ. ສຸດທ້າຍແມ່ນນຳໜ້າໃນບັນດາເຕັກໂນໂລຊີ ແລະ ການປ່ຽນແປງໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.