ຂ່າວເດັ່ນ

ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ຮອບ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຮອບ​ທີ 2 ກັບ ຈີນ ໃນ​ອາ​ທິດ​ໜ້າ

ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ຮອບ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຮອບ​ທີ 2 ກັບ ຈີນ ໃນ​ອາ​ທິດ​ໜ້າ

(VOVWORLD) - ວັນທີ 06 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແຕ່ງຕັ້ງເຈົ້າໜ້າທີ່ ອາເມລິກາ ຈຳນວນໜຶ່ງເດີນທາງໄປຍັງ ລອນດອນ, ອັງກິດ ເພື່ອດຳເນີນການເຈລະຈາດ້ານການຄ້າຮອບທີ 2 ກັບ ຈີນ.

ທ່າກ່ຳປັ່ນ Kwai Chung ຢູ່ ຮົ່ງກົງ, ຈີນ, ວັນທີ 3/4/2025 (ພາບ:Reuters) 

ໃນສື່ສັງຄົມອອນໄລ TruthSocial, ປະທານາທິບໍດີ Trump ແຈ້ງໃຫ້ຊາບວ່າຄະນະເຈົ້າໜ້າທີ່ລວມມີ ທ່ານລັດຖະມົນຕີກະຊວງການເງິນ Scott Bessent, ທ່ານລັດຖະມົນຕີການຄ້າ Howard Lutnick, ຜູ້ຕາງໜ້າດ້ານການຄ້າ, ທ່ານເອກອັກຄະລັດຖະທູດ Jamieson Greer ຈະເດີນທາງໄປຍັງ ລອນດອນໃນວັນທີ 9 ມິຖຸນາ ເພື່ອປຶກສາຫາລືກັບຜູ້ຕາງໜ້າ ຈີນ ກ່ຽວກັບຂໍ້ຕົກລົງດ້ານການຄ້າລະຫວ່າງສອງປະເທດ. ນີ້ແມ່ນການເຈລະຈາດ້ານການຄ້າຮອບທີ 2 ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງພາສີອາກອນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກ.

        ແຈ້ງການຂອງທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາພາຍຫຼັງການໂອ້ລົມທາງໂທລະສັບກັບທ່ານປະທານປະເທດຈີນ ສີຈີ້ນຜິງ 1 ວັນ. ນີ້ແມ່ນການໂອ້ລົມທາງໂທລະສັບທີ່ໄດ້ຮັບການລໍຄອຍແຕ່ດົນ ໃນຂະນະທີ່ການເຈລະຈາດ້ານການຄ້າລະຫວ່າງສອງປະເທດຕົກເຂົ້າສູ່ສະພາບຈົນຕາແຈ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.