ຂ່າວເດັ່ນ

ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ 100% ສຳ​ລັບ​ຊິບ ແລະ ​ທາດເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ນຳ​ເຂົ້າ

ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ 100% ສຳ​ລັບ​ຊິບ ແລະ ​ທາດເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ນຳ​ເຂົ້າ

(VOVWORLD) - ວັນທີ 6 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ອາເມລິກາ ຈະຈັດວາງອັດຕາພາສີ 100% ສຳລັບຊິບ ແລະ ທາດເຄິ່ງຊັກນຳໄຟຟ້ານຳເຂົ້າ ອາເມລິກາ.

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:  THX/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ໄດ້ສົ່ງເສີມບັນດາບໍລິສັດເຕັກໂນໂລຢີຢູ່ ອາເມລິກາ ເພື່ອຫຼີກລ້ຽງການຈັດວາງອັດຕາພາສີ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອັດຕາພາສີ 100% ຈະໄດ້ໝູນໃຊ້ສຳລັບຊິບທຸກຊະນິດ ແລະ ທາດເຄິ່ງຊັກນຳໄຟຟ້າທີ່ນຳເຂົ້າ ອາເມລິກາ. ແຕ່ວ່າຖ້າບັນດາປະເທດໃຫ້ຄຳໝັ້ນສັນຍາກໍ່ສ້າງ ແລະ ພວມໃນວິວັດການກກໍ່ສ້າງບັນດາໂຮງງານຢູ່ອາເມລິກາ, ຄືຫຼາຍບໍລິສັດພວມປະຕິບັດ ແມ່ນບໍ່ຕ້ອງເສຍພາສີ. ຖ້າຍ້ອນສາຍເຫດໃດໜຶ່ງເຊິ່ງ ບັນດາບໍລິສັດໄດ້ໃຫ້ຄຳໝັ້ນສັນຍາ ແຕ່ບໍ່ປະຕິບັດແມ່ນຈະຖືກເກັບພາສີສະສົມຄືນຫຼັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.