ຂ່າວເດັ່ນ

ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ 50% ສຳ​ລັບ​ອາ​ລູ​ມີ​ນຽ​ມ ແລະ ເຫຼັກ​ກ້ານ​ຳ​ເຂົ້າ ນັບ​ແຕ່​ວັນ​ທີ 4 ມິ​ຖຸ​ນາ

ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ 50% ສຳ​ລັບ​ອາ​ລູ​ມີ​ນຽ​ມ ແລະ ເຫຼັກ​ກ້ານ​ຳ​ເຂົ້າ ນັບ​ແຕ່​ວັນ​ທີ 4 ມິ​ຖຸ​ນາ

(VOVWORLD) - ວັນທີ 3 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ລົງນາມໃນລັດຖະບັນຍັດເພີ່ມຂຶ້ນທົບ 2 ເທົ່າອັດຕາພາສີນຳເຂົ້າຂອງ ອາເມລິກາ ສຳລັບອາລູມີນຽມ ແລະ ເຫຼັກກ້າ ນັບແຕ່ວັນທີ 04 ມິຖຸນາເປັນຕົ້ນໄປ.

ຫວຽດນາມ ຍັງມີຫຼາຍກາລະໂອກາດເພື່ອສືບຕໍ່ສົ່ງອອກອາລູມີນຽມ ແລະ ເຫຼັກກ້າ (ພາບ: TTXVN)

ຕາມຂໍ້ມູນຈາກທຳນຽບຂາວ, ລະດັບອັດຕາພາສີນຳເຂົ້າສຳລັບເຫຼັກກ້າ ແລະ ອາລູມີນຽມ ຈະເພີ່ມຂຶ້ນແຕ່ 25% ຂຶ້ນເປັນ 50% ແລະ ມີຜົນສັກສິດນັບແຕ່ວັນທີ 04 ມິຖຸນາ ເປັນຕົ້ນໄປ. ຄຳສັ່ງຂອງທ່ານປະທານາທິບໍດີ ເນັ້ນໜັກວ່າ ການກະທຳດັ່ງກ່າວ ເພື່ອແນໃສ່ປົກປ້ອງບັນດາຂະແໜງອຸດສາຫະກຳເຫຼັກກ້າ ແລະ ອາລູມີນຽມສຳຄັນຂອງ ອາເມລິກາ, ເຊິ່ງເຄີຍຖືກຜົນເສຍຫາຍຈາກການເຄື່ອນໄຫວແບບບໍ່ຍຸຕິທຳ ແລະ ສະພາວະເຫຼືອສະມັດຕະພາບໃນທົ່ວໂລກ. ເຖິງຢ່າງໃດກໍຕາມ, ພາສີສຳລັບອາລູມີນຽມ ແລະ ເຫຼັກກ້ານຳເຂົ້າຈາກ ອັງກິດ ຍັງຄົງສືບຕໍ່ຮັກສາອັດຕາ 25%, ໃນຂະນະທີ່ສອງຝ່າຍສືບຕໍ່ເຈລະຈາກ່ຽວກັບພາສີ ແລະ ຂໍ້ກຳນົດຕ່າງໆຕາມມາດຕາຂອງສັນຍາການຄ້າທີ່ໄດ້ລົງນາມກ່ອນໜ້ານັ້ນ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.