ຂ່າວເດັ່ນ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

ອາ​ເມ​ລິ​ກາ​ ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ໃໝ່, ນຳ​ກ່ຳ​ປັ່ນ​ສູ້​ຮົບ​ມຸ່ງໜ້າ​ສູ່ ອີ​ຣານ

(VOVWORLD) - ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ.

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS)

ຕາມແຈ້ງການທີ່ໄດ້ເອົາລົງໃນເວັບໄຊຂອງກະຊວງການເງິນ ອາເມລິກາ, ວັນທີ 23 ມັງກອນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດໃຊ້ຄຳສັ່ງລົງໂທດໃໝ່ກ່ຽວຂ້ອງເຖິງ ອີຣານ, ໂດຍແນໃສ່ກ່ຳປັ່ນຂົນສົ່ງນ້ຳມັນ 9 ລຳ ແລະ 8 ອົງການຈັດຕັ້ງ. ວໍຊິງຕັນ ໃຫ້ຮູ້ວ່າ ບັນດາມາດຕະການນີ້ ແນໃສ່ເຄືອຂ່າຍຂົນສົ່ງທີ່ຖືກກ່າວຫາວ່າ ໜູນຊ່ວຍ ເຕເຮຣານ ຫຼີກລ້ຽງຄຳສັ່ງລົງໂທດ, ພິເສດແມ່ນໃນການສົ່ງອອກນ້ຳມັນດິບ.

ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ເພີ່ມກຳລັງກົດດັນແບບເປີດເຜີຍກັບ ອີຣານ, ພ້ອມທັງບໍ່ເວັ້ນເສຍກໍລະນີນຳໃຊ້ກຳລັງແຮງດ້ານການທະຫານ ຖ້າສະພາບການ ອີຣານ ສືບຕໍ່ປິ່ນຂັ້ນໄດ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກັບມາແຕ່ເວທີປາໄສເສດຖະກິດໂລກ ຢູ່ Davos (ສະວິດ), ທ່ານ Donald Trump ຖະແຫຼງວ່າ ອາເມລິກາ ໄດ້ຈັດສົ່ງກ່ຳປັ່ນສູ້ຮົບເດີນທະເລມຸ່ງໜ້າສູ່ປະເທດ ອີຣານ ເພື່ອກຽມພ້ອມໃຫ້ແກ່ກໍລະນີຊົ່ວຮ້າຍທີ່ສຸດ.

ນັກຂ່າວ VOV ປະຈຳ ອາເມລິກາ


This site is protected by reCAPTCHA and the Google Privacy Policy and Terms of Service apply.