ຂ່າວເດັ່ນ

ອາ​ເມ​ລິ​ກາ, ຈີນ ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

ອາ​ເມ​ລິ​ກາ, ຈີນ ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

(VOVWORLD) - ວັນທີ 10 ກັນຍາ, ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລະ ທ່ານ Marco Rubio ຄູ່ຮ່ວມຕຳແໜ່ງ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນແກ້ໄຂບັນດາສິ່ງທ້າທາຍລວມທົ່ວໂລກ ໃນຖານະເປັນບັນດາປະເທດໃຫຍ່.

ໃນການໂອ້ລົມທາງໂທລະສັບ, ທ່ານຫວາງອີ ເນັ້ນໜັກວ່າ ໃນສັງກາດໃໝ່ນີ້, ຈີນ ແລະ ອາເມລິກາ ຄວນຮ່ວມມືເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງໂລກ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ແບກຫາບຄວາມຮັບຜິດຊອບໃຫ້ສົມກັບຖານະທີ່ເປັນບັນດາປະເທດໃຫຍ່. ທ່ານຖືວ່າ ເພື່ອຮັບປະກັນພ້ອມກັນກ້າວຂຶ້ນສູ່ພາຍພາກໜ້າ, ບໍ່ຜິດເຂວ ຫຼື ມີຄວາມຊັກຊ້າ ສອງປະເທດຕ້ອງປະຕິບັດຕາມຄຳຊີ້ນຳຍຸດທະສາດຂອງການນຳສອງປະເທດ ແລະ ປະຕິບັດຄວາມເຫັນດີເຫັນພ້ອມສຳຄັນໂດຍປະມຸກລັດສອງປະເທດບັນລຸໄດ້ຢ່າງເຖິງຖອງ.

ໃນຂະນະນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ຄັດສະເໜີຄຳເວົ້າ ຂອງທ່ານ Rubio ລັດຖະມົນຕີການຕ່າງປະເທດອາເມລິກາ ໂດຍສະແດງຄວາມປາດຖະໜາຢາກດຳເນີນການເຈລະຈາທີ່ສ້າງສັນກັບ ຈີນ. ໃນການໂອ້ລົມທາງໂທລະສັບກັບ ທ່ານ ຫວ່າງອີ, ທ່ານລັດຖະມົນຕີລັດຖະມົນຕີການຕ່າງປະເທດ Rubio ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮັກສາການແລກປ່ຽນທີ່ເປີດເຜີຍ ແລະ ມີລັກສະນະສ້າງສັນກ່ຽວກັບບັນຫາສອງຝ່າຍຫຼາຍບັນຫາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.