ຂ່າວເດັ່ນ

ອາ​ເມ​ລິ​ກາ ດັບ​ສູນ​ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ​ກຸ່ມ​ໜຶ່ງ​ສັງ​ກັດ​ອົງ​ການ Al – Qaeda ຢູ່ ຊີ​ຣີ

ອາ​ເມ​ລິ​ກາ ດັບ​ສູນ​ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ​ກຸ່ມ​ໜຶ່ງ​ສັງ​ກັດ​ອົງ​ການ Al – Qaeda ຢູ່ ຊີ​ຣີ

(VOVWORLD) - ກຳລັງຂອງກອງບັນຊາການສູນກາງ ອາເມລິກາ ໄດ້ “ດຳເນີນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ Wasim Tahsin Bayraqdar, ໜຶ່ງໃນບັນດາການນຳຂັ້ນສູງຂອງອົງການກໍ່ການຮ້າຍ Hurras al – Din ເສຍຊີວິດ”.

ນາຍທະຫານ ອາເມລິກາ ລາດຕະເວນຢູ່ແຂວງ  al-Hasakeh, ຊີຣີ (ພາບ: AFP/TTXVN)

ວັນທີ 22 ກຸ່ມພາ, ກອງທັບ ອາເມລິກາ ຢັ້ງຢືນໄດ້ດັບສູນສະມາຊິກຂັ້ນສູງຄົນໜຶ່ງຂອງກຸ່ມ Hurras al – Din  ສັງກັດອົງການ Al – Qaeda ຢູ່ ຊີຣີ, ກຸ່ມດັ່ງກ່າວໄດ້ຖະແຫຼງຍຸບເລີກໃນເດືອນກ່ອນ, ໃນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້.

        ຖະແຫຼງການຂອງກອງທັບ ອາເມລິກາ ໄດ້ຊີ້ແຈ້ງວ່າ ກຳລັງຂອງກອງບັນຊາການສູນກາງ ອາເມລິກາ ໄດ້ “ດຳເນີນການບຸກໂຈມຕີທາງອາກາດຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ, ເຮັດໃຫ້ Wasim Tahsin Bayraqdar, ໜຶ່ງໃນບັນດາການນຳຂັ້ນສູງຂອງອົງການກໍ່ການຮ້າຍ Hurras al – Din ເສຍຊີວິດ”. ອົງການຕິດຕາມສິດທິມະນຸດ ຊີຣີ ທີ່ມີສຳນັກງານຕັ້ງຢູ່ ອັງກິດ ໃຫ້ຮູ້ວ່າ ການບຸກໂຈມຕີໄດ້ປະຕິບັດດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ລົດໂອໂຕຄັນໜຶ່ງ ເຮັດໃຫ້ Bayraqdar ເສຍຊີວິດ. ນີ້ແມ່ນບັ້ນບຸກໂຈມຕີຫຼ້າສຸດຂອງ ອາເມລິກາໃນປີ ເພື່ອແນໃສ່ກຸ່ມດັ່ງກ່າວຢູ່ ຊີຣີ.


This site is protected by reCAPTCHA and the Google Privacy Policy and Terms of Service apply.