ຂ່າວເດັ່ນ

ອາ​ເມ​ລິ​ກາ ແລະ ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ ຮອບ​ທີ 5

ອາ​ເມ​ລິ​ກາ ແລະ ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ ຮອບ​ທີ 5

(VOVWORLD) - ວັນທີ 23 ພຶດສະພາ, ຜູ້ຕາງໜ້າຂັ້ນສູງຂອງ ອາເມລິກາ ຈະດຳເນີນຮອບເຈລະຈານິວເຄຼຍຄັ້ງທີ 5 ລະຫວ່າງສອງຝ່າຍຢູ່ນະຄອນ ໂຣມ ຂອງ ອີຕາລີ.

ໂອມານ ສືບຕໍ່ເປັນກາງໃຫ້ແກ່ການເຈລະຈາດັ່ງກ່າວ. ນີ້ແມ່ນຄວາມມານະພະຍາຍາມຫຼ້າສຸດໃນການເຈລະຈາທີ່ເລີ່ມແຕ່ເດືອນເມສາປີນີ້, ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ຄວາມເຄັ່ງຕຶງດ້ານນິວເຄຼຍທີ່ແກ່ຍາວລະຫວ່າງສອງປະເທດ.

        ຮອບເຈລະຈານິວເຄຼຍ ອາເມລີກາ - ອີຣານ ຄັ້ງທີ 5 ສືບຕໍ່ມີການເຂົ້າຮ່ວມຂອງຫົວໜ້າຄະນະສອງທ່ານນັ້ນແມ່ນ: ທ່ານ Steve Wikoff, ທູດພິເສດຂອງປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ. ກ່ອນດຳເນີນການເຈລະຈາ 1 ວັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ແຈ້ງເຕືອນສອງຝ່າຍ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ, ຖ້າ ອາເມລິກາ ເດັດດ່ຽວຢາກ ໃຫ້ ອີຣານ ຕ້ອງຢຸດຕິການເຄື່ອນໄຫວເສີມທາດ  urani.      

ບາທີ - ນັກຂ່າວ VOV ປະຈຳ ອີຢິບ 

This site is protected by reCAPTCHA and the Google Privacy Policy and Terms of Service apply.