ຂ່າວເດັ່ນ

ອາ​ເມ​ລິ​ກາ ແລະ ອີ​ຣານ ເລີ່ມດຳ​ເນີນ​ການ​ເຈ​ລະ​ຈາ

ອາ​ເມ​ລິ​ກາ ແລະ ອີ​ຣານ ເລີ່ມດຳ​ເນີນ​ການ​ເຈ​ລະ​ຈາ

(VOVWORLD) - ຕາມແຜນການແລ້ວ, ວັນທີ 06 ກຸມພາ, ຜູ້ຕາງໜ້າຂັ້ນສູງຂອງ ອາເມລິກາ ແລະ ອີຣານ ເລີ່ມດຳເນີນການເຈລະຈາແບບເຊິ່ງໜ້າຄັ້ງທຳອິດຢູ່ ໂອມານ. ການເຈລະຈາລະຫວ່າງ ອາເມລິກາ - ອີຣານ ໄດ້ເລີ່ມດຳເນີນໃນເວລາ 10 ໂມງ ເຊົ້າຂອງວັນທີ 06 ກຸມພາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Muscat ຂອງ ໂອມານ.

  ຮູບແບບການເຈລະຈາໄດ້ດຳເນີນແບບສອງຝ່າຍເຊິ່ງໜ້າ, ໂດຍບໍ່ຜ່ານປະເທດເປັນກາງໄກ່ເກ່ຍ ແລະ ບໍ່ມີການເຂົ້າຮ່ວມຂອງບັນດາຝ່າຍອື່ນ. ຫົວໜ້າຄະນະເຈລະຈາຝ່າຍ ອາເມລິກາ ແມ່ນທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ Donald Trump. ສ່ວນຝ່າຍ ອີຣານ ນຳໂດຍທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ. ທ່ານ Witkoff ແລະ ທ່ານ Araghchi ແມ່ນຜູ້ຕາງໜ້າຂອງ ອາເມລິກາ ແລະ ອີຣານ ໃນບັນດາການເຈລະຈານິວເຄຼຍຂັ້ນສູງລະຫວ່າງສອງປະເທດເມື່ອຕົ້ນປີ 2025.

        ກ່ຽວກັບເນື້ອໃນປຶກສາຫາລືໃນຮອບເຈລະຈາຢູ່ ໂອມານ, ມີບາງແຫຼ່ງຂ່າວໃນພາກພື້ນໄດ້ຢັ້ງຢືນວ່າ ບັນດາວາລະເຈລະຈາສ່ວນຫຼາຍຈະປິ່ນອ້ອມບັນຫານິວເຄຼຍ ຂອງ ອີຣານ, ແຕ່ກໍ່ອາດຈະລວມມີທັງໂຄງການລູກສອນໄຟນຳວິຖີ ແລະ ການໜູນຫຼັງຂອງ ອີຣານ ໃຫ້ກຸ່ມປະກອບອາວຸດໃນໄລຍະເກີດສົງຄາມ.

ນັກຂ່າວ VOV ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.